KPL
ສະຫະພັນ ສະພາກາແດງ ແລະ ສະພາສ້ຽວວົງເດືອນ ລະຫວ່າງປະເທດ (ໄອເອຟອາຣຊີ )ໄດ້ອອກຖະແຫລງການ ກ່ຽວກັບ ການລະດົມທຶນ 100 ລ້ານຟຣັງສະວິສ ເພື່ອເປັນການມອບ ຄວາມຊ່ວຍເຫລືອ ດ້ານມະນຸດສະທຳ ໃຫ້ແກ່ຊາວ ມຽນມາ 100.000 ຄົນ ຫລື 20.000 ຄົວເຮືອນ
ຂປລ.ສຳນັກຂ່າວຕ່າງປະເທດ ລາຍງານຈາກເມືອງ ເຈນິວາ ປະເທດສະວິດ ເມື່ອວັນທີ 30 ມີນາ: ສະຫະພັນ ສະພາກາແດງ ແລະ ສະພາສ້ຽວວົງເດືອນ ລະຫວ່າງປະເທດ (ໄອເອຟ ອາຣຊີ )ໄດ້ອອກຖະແຫລງການ ກ່ຽວກັບ ການລະດົມທຶນ 100 ລ້ານຟຣັງສະວິສ ເພື່ອເປັນການມອບ ຄວາມຊ່ວຍເຫລືອ ດ້ານມະນຸດສະທຳ ໃຫ້ແກ່ຊາວ ມຽນມາ 100.000 ຄົນ ຫລື 20.000 ຄົວເຮືອນ ຊຶ່ງໄດ້ຮັບຜົນກະທົບ ຈາກແຜ່ນດິນໄຫວ ຢ່າງຮຸນແຮງ ຂະໜາດ 7,7 ລິກເຕີ. ຖະແຫລງການນີ້ ລະບຸວ່າ: ຄວາມຊ່ວຍເຫລືອ ດັ່ງກ່າວ ຈະຄວບຄຸມໄລຍະເວລາ 24 ເດືອນ ແລະ ສະຖານະການ ທີ່ເກີດຂຶ້ນ ບໍ່ແມ່ນໄພພິບັດ ທາງທຳມະຊາດເທົ່ານັ້ນ ຫາກຍັງເປັນ ວິກິດການ ດ້ານມະນຸດສະທຳ ທີ່ຊັບຊ້ອນ ເນື່ອງຈາກ ມຽນມາ ຍັງສືບຕໍ່ ຜະເຊີນ ກັບ ສະຖາ ນະການ ຊູດໂຊມ ຕໍ່ໄປ ./
KPL