ອົງການອະນາໄມໂລກ ພ້ອມຊ່ວຍເຫລືອ ມຽນມາ-ໄທ ຫລັງແຜ່ນດິນໄຫວຮຸນແຮງ

31/03/2025 22:14
Email Print 216
KPL ທ່ານ ມາຣກາເຣັດ ແຮຣີສ ໂຄສົກ ອົງການ ອະນາໄມໂລກ (ດັບເບີລຢູເອຊໂອ) ກ່າວວ່າ: ອົງການນີ້ ພວມປະສານງານ ດ້ານຄວາມພະຍາຍາມ ບັນເທົາ ທຸກຢ່າງໃກ້ຊິດ ກັບ ສຳນັກງານຂອງ ດັບເບີລຢູເອຊໂອ ໃນມຽນມາ ແລະ ໄທ

ຂປລ. ສຳນັກ​ຂ່າວ​ຕ່າງປະ​ເທດ ​ລາຍ​ງານ​ ຈາກ​ເມືອງ ​ເຈ​ນິວາ ປະ​ເທດ​ສະ​ວິດ ​ເມື່ອ​ບໍ່​ດົນ​ມາ​ນີ້​,  ທ່ານ ມາຣກາ​ເຣັດ ​ແຮຣີສ ​ໂຄສົກ ​ອົງການ ອະນາ​ໄມ​ໂລກ (ດັບ​ເບີ​ລຢູ​ເອຊ​ໂອ) ກ່າວ​ວ່າ: ອົງການນີ້ ພວມ​​ປະສານ​ງານ ດ້ານ​ຄວາມ​ພະຍາຍາມ ບັນ​ເທົາ ທຸກ​ຢ່າງ​ໃກ້​ຊິດ ກັບ​ ສຳນັກງານ​ຂອງ ດັບ​ເບີ​ລຢູ​ເອຊ​ໂອ ​ໃນ​ມຽນມາ ​ແລະ ​ໄທ ຈາກ​ການ​ທີ່​ທັງ 2​ ປະ​ເທດ ​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກ ຈາກ ​ແຜ່ນດິນ​ໄຫວ ຢ່າງ​ຮຸນ​ແຮງ ຂະໜາດ 7,7 ລິກ​ເຕີ ຊຶ່ງ​ມີ​ ສູນ​ກາງ​ຢູ່​ ພື້ນ​ທີ່ສະກາ​ຍ ທາງ​ພາກ​ກາງ ຂອງ ມຽນມາ.

          ໃນ​ເບື້ອງ​ຕົ້ນ ດັບ​ເບີ​ລຢູ​ເອຊ​ໂອ ຈະຊ່ວຍເຫລືອ ​ດ້ານ​ອຸປະກອນ ປະຖົມພະຍາບານ ສຳລັບ ​ພາວະ​ສຸກ​ເສີນ​ຫລື ບາດ​ເຈັບ​ຮຸນ​ແຮງ ​ໂດຍ​ຈະ​ເປັນ​ການ​ສົ່ງ​ມອບ ຈາກ​ ສາງ​ສິນຄ້າ ຂອງ ດັບ​ເບີ​ລຢູ​ເອຊ​ໂອ ຢູ່ເມືອງ​ດູ​ໄບ​ ໃນ​ສະຫະ​ຄອນ ​ເອ​ເມຣັດ ອາຣັບ (ຢູ​ເອອີ). ນອກຈາກ ​ຄວາມ​ເສຍ​ຫາຍ​ ດ້ານ​ພື້ນຖານ ​ໂຄງ​ລ່າງ , ທຸກ​ຝ່າຍ​ທີ່​ກ່ຽວຂ້ອງ ຍັງ​ມີ​ຄວາມ​ກັງວົນ ​ກ່ຽວ​ກັບ​ ຄວາມ​ເຂັ້ມ​ແຂງ ຂອງ​ ເຂື່ອນ ​ແລະ ອ່າງ​ເກັບ​ນໍ້າ​ໃນມຽນມາ, ພ້ອມ​ທັງ​ ມີການລາຍ​ງານ​ວ່າ ຫລາຍ​ພື້ນ​ທີ່ ​ໃນ​ປະ​ເທດ ບໍ່​ມີ​ກະ​ແສ​ໄຟຟ້າ​ໃຊ້.  ປັດຈຸບັນ, ​ປະຊາຊົນ ​ມຽນມາ ປະມານ 20 ລ້ານ​ຄົນ ຫລື 1 ​ໃນ 3 ຂອງ​ ປະ​ຊາກ​ອນ ຕ້ອງການ ​ຄວາມ​ຊ່ວຍ​ເຫລືອ ດ້ານ​ມະນຸດສະທຳ ​ເນື່ອງ​ຈາກ ​ຄວາມ​ບໍ່​ສະຫງົບ​ ທາງ​ດ້ານການ​ເມືອງ​ ຢູ່ພາຍໃນ​ປະ​ເທດອີກດ້ວຍ. /

KPL

ຂ່າວອື່ນໆ


Top