ອິນໂດເນເຊຍ ຈະສືບຕໍ່ສ້າງ-ຮັບຜະລິດລົດແຫ່ງຊາດ ຈຳນວນ 300.000 ຄັນຕໍ່ປີ

13/06/2026 10:06
Email Print 159
KPL ທ່ານ ຊາຟຣີ ຊຳໂຊເອັດດິນ ລັດຖະມົນຕີ ກະຊວງ ປ້ອງກັນປະເທດ ອິນໂດເນເຊຍ ເປີດເຜີຍວ່າ: ປະເທດນີ້ ມີແຜນພັດທະນາ ສູນກາງ ອຸດສາຫະກຳ ການຜະລິດລົດ ແຫ່ງຊາດໃນແຂວງຊວາ ຕາເວັນຕົກ, ໂດຍຕັ້ງເປົ້າໝາຍ ກຳລັງການຜະລິດ ຈຳນວນ 300.000 ຄັນຕໍ່ປີ.

ຂປລ. ສຳນັກຂ່າວ ອິນໂຟເຄວສ, ເມື່ອບໍ່ດົນມານີ້, ທ່ານ ຊາຟຣີ ຊຳໂຊເອັດດິນ ລັດຖະມົນຕີ ກະຊວງ ປ້ອງກັນປະເທດ ອິນໂດເນເຊຍ ເປີດເຜີຍວ່າ: ປະເທດນີ້ ມີແຜນພັດທະນາ ສູນກາງ ອຸດສາຫະກຳ ການຜະລິດລົດ ແຫ່ງຊາດໃນແຂວງຊວາ ຕາເວັນຕົກ, ໂດຍຕັ້ງເປົ້າໝາຍ ກຳລັງການຜະລິດ ຈຳນວນ 300.000 ຄັນຕໍ່ປີ.

ແຜນການດັ່ງກ່າວ ມີຂຶ້ນ ໃນລະຫວ່າງ ລົງໄປ ຢ້ຽມຢາມກວດກາ ໃນໂຮງງານ ຜະລິດ ສູນວິໄຈ ແລະ ພັດທະນາ ຍານພາຫະນະ ສະໜາມທົດລອງ ລວມເຖິງ ພື້ນຖານໂຄງລ່າງ ສະໜັບສະໜູນ ໃນເມືອງ ຊູບັງ ແຂວງຊວາຕາເວັນຕົກ. ນອກນັ້ນ,​ ລັດຖະມົນຕີ ປ້ອງກັນປະເທດ ອິນໂດເນເຊຍ ກ່າວວ່າ: ພື້ນທີ່ ອຸດສາຫະກຳ ລົດແຫ່ງຊາດ ຖືເປັນ ໂຄງການ ເຊິງຍຸດທະສາດ ທີ່ມີ ບົດບາດສຳຄັນ ຕໍ່ການຍົກລະດັບ ພາກອຸດສາຫະກຳ, ການພັດທະນາ ສັກກາຍະພາບ ດ້ານເຕັກໂນໂລຊີ ແລະ ການສ້າງ ລະບົບນິເວດ ການຜະລິດ ແບບຄົບວົງຈອນ ຂອງປະເທດ./

KPL

ຂ່າວອື່ນໆ


Top