KPL
ນັບແຕ່ ວັນທີ 23 – 24 ພຶດສະພາ, ຢູ່ນະຄອນຫລວງ ໂຕກຽວຂອງຍີ່ປຸ່ນ, ກອງປະຊຸມ “ອະນາຄົດ ອາຊີ”, Nikkei ຄັ້ງທີ 29 ປີນີ້ ຈະສຸມໃສ່ ການປຶກສາ ຫາລື ບົດບາດ ນຳພາຂອງ ອາຊີ ໃນໂລກ ທີ່ນັບມື້ ນັບສັບສົນ, ເຊິ່ງເກີດຂຶ້ນຍ້ອນ ສະພາບພູມີສາດ ການເມືອງ ທີ່ບໍ່ເປັນປົກກະຕິ ແລະ ວິກິດການ ດ້ານດິນຟ້າ ອາກາດ.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ນັບແຕ່ ວັນທີ 23 – 24 ພຶດສະພາ, ຢູ່ນະຄອນຫລວງ ໂຕກຽວຂອງຍີ່ປຸ່ນ, ກອງປະຊຸມ “ອະນາຄົດ ອາຊີ”, Nikkei ຄັ້ງທີ 29 ປີນີ້ ຈະສຸມໃສ່ ການປຶກສາ ຫາລື ບົດບາດ ນຳພາຂອງ ອາຊີ ໃນໂລກ ທີ່ນັບມື້ ນັບສັບສົນ, ເຊິ່ງເກີດຂຶ້ນຍ້ອນ ສະພາບພູມີສາດ ການເມືອງ ທີ່ບໍ່ເປັນປົກກະຕິ ແລະ ວິກິດການດ້ານດິນຟ້າ ອາກາດ.ໂດຍແມ່ນໜຶ່ງ ໃນບັນດາ ເວທີ ປາໄສ ປະຈຳປີ ແຖວໜ້າ ພາກພື້ນ ແນໃສ່ ປຶກສາຫາລື ກ່ຽວກັບ ບັນດາ ບັນຫາ ເສດຖະກິດ, ການເມືອງ ອາຊີ, ກອງປະຊຸມ “ອະນາຄົດ ອາຊີ” Nikkei ຄັ້ງທີ 29 ມີຫົວຂໍ້ “ການນຳພາຂອງ ອາຊີ ໃນໂລກ ທີ່ຂາດສະຖຽນລະພາບ”. ສຳລັບ ກອງປະຊຸມ ຄັ້ງທຳອິດ ໄດ້ຈັດຂຶ້ນໃນປີ 1995 ໂດຍ Nikkei ຈັດ, ເຊິ່ງເປັນກຸ່ມ ບໍລິສັດ ສື່ມວນຊົນ ດ້ານການເງິນ - ເສດຖະກິດ ແຖວໜ້າ ຂອງ ຍີ່ປຸ່ນ, ກອງປະຊຸມ “ອະນາຄົດອາຊີ” ແມ່ນເວທີປາໄສ ເຕົ້າໂຮມ ບັນດາ ນັກການເມືອງ, ນັກຄຸ້ມຄອງດ້ານເສດຖະກິດ, ນັກຮຽນ ຮູ້ຈາກບັນດາ ປະເທດ, ເຂດແຄວ້ນ ໃນພາກພື້ນ ອາຊີ - ປາຊີຟິກ ເພື່ອພ້ອມກັນ ປຶກສາຫາລື ຢ່າງເປີດອົກ ເປີດໃຈ ກ່ຽວກັບ ບັນດາ ບັນຫາ ຂອງພາກພື້ນ ກໍຄືບົດບາດຂອງ ອາຊີ ໃນໂລກ. ໃນກອງປະຊຸມປີນີ້, ບັນດາຜູ້ແທນ ຈະປຶກສາຫາລື ກ່ຽວກັບ ຫລາຍຫົວຂໍ້, ເຊັ່ນ: ແງ່ຫວັງ ເສດຖະກິດ ອາຊີ; ການຮ່ວມມື ໃນພາກພື້ນ ເພື່ອສ້າງລະບົບນິເວດ ດີຈີຕອນ; ຄວາມມານະ ພະຍາຍາມຂອງ ອາຊີ ໃນການບັນລຸໄດ້ ເປົ້າໝາຍຫລຸດຜ່ອນ ການປ່ອຍ ອາຍພິດລົງເປັນ 0 (net – zero); ບົດບາດຂອງ ຍີ່ປຸ່ນ - ອາເມລິກາ - ສ.ເກົາຫລີ ທີ່ມີຕໍ່ຄວາມໝັ້ນຄົງຢູ່ ອາຊີ ຕາເວັນອອກ ສ່ຽງເໜືອ ແລະ ພິເສດ ແມ່ນແງ່ຫວັງ ດ້ານເສດຖະກິດ ພາກພື້ນ ໃນໄລຍະຈະມາເຖິງ ຕໍ່ໜ້າ ການເໜັງຕິງ ຢ່າງແຮງໃນໂລກ.ໃນບົດລາຍງານແງ່ຫວັງ ເສດຖະກິດ ທີ່ປະກາດ ໃນວັນທີ 16 ພຶດສະພາ, ສະຫະ ປະຊາຊາດ ຕີລາຄາວ່າ ເບິ່ງລວມແລ້ວ, ເສດຖະກິດ ອາຊີ ໜ້າປະເອີບໃຈ ພໍສົມຄວນ, ໂດຍສະເພາະແມ່ນພາກພື້ນ ອາຊີຕາເວັນອອກ (ອາຊີ ຕາເວັນອອກ ສ່ຽງເໜືອ ແລະ ອາຊີ ຕາເວັນອອກ ສ່ຽງໃຕ້). ລະອຽດ, ສະຫະ ປະຊາຊາດ ຄາດຄະເນວ່າ ບັນດາພື້ນຖານ ເສດຖະກິດ ຢູ່ພາກພື້ນ ອາຊີ ຕາເວັນອອກ ເວົ້າລວມ ຈະບັນລຸ ລະດັບ ເຕີບໂຕ 4,6% ໃນປີນີ້ ແລະ 4,5% ໃນປີໜ້າ. ໝາກຜົນດັ່ງກ່າວ ໄດ້ຮັບການປັບປຸງ ຍ້ອນຄວາມຕ້ອງການ ພາຍໃນປະເທດ ເພີ່ມຂຶ້ນ ຢ່າງແຮງ, ຂະແໜງ ການທ່ອງທ່ຽວ ສືບຕໍ່ໄດ້ຮັບການຟື້ນຟູ ແລະ ການສົ່ງອອກ ສິນຄ້າ ມີສັນຍານດີຂຶ້ນ. ໃນການຄາດຄະເນ ເມື່ອເດືອນ ເມສາ, ທ່ານ ນາງ Krishna Srinivasan, ຜູ້ອຳນວຍການ ຮັບຜິດຊອບເຂດ ອາຊີ-ປາຊີຟິກ ຂອງກອງທຶນ ເງິນຕາສາກົນ (IMF) ກໍໄດ້ຍົກອອກ ຂໍ້ສັງເກດ ທີ່ຄ້າຍຄືກັນ: “ລະດັບການເຕີບໂຕ ຂອງບັນດາ ພື້ນຖານ ເສດຖະກິດ ອາຊີ ນັບແຕ່ທ້າຍປີ 2023 ສືບຕໍ່ໄດ້ຮັບການສະແດງ ອອກໃນປີນີ້. ພວກຂ້າພະເຈົ້າຄາດ ຄະເນວ່າ ເສດຖະກິດ ອາຊີ ເຕີບໂຕ 4,5% ໃນປີນີ້, ສູງກວ່າ 0,3 ຈຸດສ່ວນຮ້ອຍ ເມື່ອທຽບໃສ່ ການຄາດຄະເນ ເມື່ອເດືອນ ຕຸລາ 2023. ໂດຍລວມແລ້ວ, ອາຊີ ຈະປະກອບສ່ວນ 60% ເຂົ້າໃນການເຕີບໂຕ ທົ່ວໂລກ ໃນປີ 2024 ນີ້.”ເຖິງຢ່າງໃດກໍຕາມ, ມີນັກຊ່ຽວຊານຖືວ່າ ປັດຈຸບັນ ຍັງມີຫຼາຍປັດໄຈນາບຂູ່ເຖິງການເຕີບໂຕຂອງບັນດາພື້ນຖານເສດຖະກິດ ອາຊີ, ພິເສດແມ່ນເລື່ອງ ອັດຕາດອກເບ້ຍສູງທີ່ຍັງໄດ້ຮັກສາໃນໄລຍະຍາວຢູ່ຫຼາຍພື້ນຖານເສດຖະກິດຂອງໂລກ. ດັ່ງນັ້ນ, ໃນກອງປະຊຸມຄັ້ງນີ້, ການປຶກສາ ຫາລື ກ່ຽວກັບ ນະໂຍບາຍ ເສດຖະກິດ, ເງິນຕາ ທີ່ເປັນເຈົ້າການກວ່າຂອງ ອາຊີ ໃນອະນາຄົດ ຈະແມ່ນເນື້ອໃນ ທີ່ເປັນໜ້າສົນໃຈ. ທ່ານ Tauhid Ahmed, ຜູ້ອຳນວຍການຝ່າຍບໍລິຫານສະຖາບັນພັດທະນາເສດຖະກິດ ແລະ ການເງິນ ອິນໂດເນເຊຍ, ໃຫ້ຂໍ້ສັງເກດວ່າ: “ໃນຕົວຈິງ, ລັດຖະບານ ອິນໂດເນເຊຍ ໄດ້ເລີ່ມປະຕິບັດ ບາງນະໂຍບາຍ ບໍ່ນຳໃຊ້ສະກຸນເງິນ USD. ບັນຫາຫລັກໆແມ່ນ ເລື່ອງຕົກລົງເຫັນດີ ນຳໃຊ້ສະກຸນເງິນ ພາຍໃນປະເທດໃນທຸລະກຳການຄ້າ ແລະ ການບໍລິການ, ຕົວຢ່າງ ການຄ້າລະຫວ່າງ ອິນໂດເນເຊຍ ກັບ ມາເລເຊຍ ແລະ ສິງກະໂປ ອາດຈະໄດ້ປະຕິບັດດ້ວຍສະກຸນເງິນຂອງບັນດາປະເທດນີ້ ຫຼື ອາດຈະນຳໃຊ້ສະກຸນເງິນ rupiah ຂອງ ອິນໂດເນເຊຍ, ແທນທີ່ຈະນຳໃຊ້ສະກຸນເງິນ USD ຫຼື ເມື່ອທຳທຸລະກຳກັບ ຈີນ ກໍຈະນໍາໃຊ້ ສະກຸນເງິນຢວນ.” ໄປຄຽງຄູ່ກັບ ບັນດາບັນຫາ ດ້ານເສດຖະກິດ, ເຕັກໂນໂລຊີ, ຄວາມໝັ້ນຄົງແລ້ວ, ຫົວຂໍ້ ທີ່ຄາດວ່າຈະກວມເອົາເວລາສ່ວນຫລາຍ ໃນການປຶກສາຫາລື ຢູ່ທີ່ກອງປະຊຸມ “ອະນາຄົດ ອາຊີ” ປີນີ້ ແມ່ນເລື່ອງສ້າງບັນດາກົນໄກລວມລະຫວ່າງບັນດາປະເທດ ອາຊີ ເພື່ອແນໃສ່ຮັບມືກັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ. ຫົວຂໍ້ນີ້ ພວມນັບມື້ນັບມີຄວາມຈຳເປັນ ແລະ ຮີບດ່ວນ ເມື່ອບົດລາຍງານໂດຍອົງການອຸຕຸນິຍົມໂລກ (WMO) ປະກາດໃນວັນທີ 23 ເມສາ ໄດ້ຊີ້ໃຫ້ເຫັນວ່າ ອາຊີ ແມ່ນພາກພື້ນຖືກຜົນກະທົບຈາກໄພທຳມະຊາດຫຼາຍທີ່ສຸດໃນໂລກ ໃນປີ 2023, ກໍ່ຜົນເສຍຫາຍຢ່າງໃຫຍ່ຫຼວງກ່ຽວກັບຊີວິດອິນຊີ ກໍຄືພື້ນຖານເສດຖະກິດ. ຕາມບົດລາຍງານຂອງ WMO, ອາຊີ ຢັ້ງຢືນວ່າ ໃນປີ 2023, ມີ 79 ເຫດໄພພິບັດກ່ຽວຂ້ອງເຖິງບັນດາເຫດການອຸຕຸນິຍົມອຸທົກກະສາດ. ຫຼາຍກວ່າ 80% ໃນຈຳນວນ ບັນດາເຫດໄພພິບັດ ດັ່ງກ່າວ ແມ່ນນ້ຳຖ້ວມ ແລະ ພະຍຸ, ອັນໄດ້ເຮັດໃຫ້ ມີຜູ້ເສຍຊີວິດກວ່າ 2.000 ຄົນ. ບົດລາຍງານ ຂອງອົງການນີ້ ໄດ້ຢັ້ງຢືນວ່າ ອາກາດຢູ່ ອາຊີ ມີອຸນຫະພຸມ ເພີ່ມຂຶ້ນໄວກວ່າ ເມື່ອທຽບໃສ່ ລະດັບ ສະເລ່ຍ ໃນທົ່ວໂລກ. ກ່ອນ ແລະ ໃນເວລາດຳເນີນ ກອງປະຊຸມ, ອາຊີ ໄດ້ຜ່ານຜ່າເດືອນ ເມສາ ທີ່ຮ້ອນທີ່ສຸດ ໃນປະຫວັດສາດ ດ້ວຍຊຸມວັນທີ່ແດດຮ້ອນຢ່າງຮ້າຍແຮງແກ່ຍາວແຕ່ ອາຊີໃຕ້ (ອິນເດຍ, ບັງກລາເທດ) ໄປຍັງອາຊີ ຕາເວັນອອກ (ໄທ, ຟີລິບປິນ, ສສ ຫວຽດນາມ), ພ້ອມດຽວກັນນັ້ນ, ໄພນ້ຳຖ້ວມ ອັນໜັກໜ່ວງ ໄດ້ເກີດຂຶ້ນຢູ່ ຈີນ, UAE, ໂອມານ, ອາບການິດສະຖານ. ຕາມທ່ານ Petch Manopawitr ນັກວິທະຍາສາດ ດ້ານດິນຟ້າ ອາກາດຂອງ ໄທ ແລ້ວ, ໃນອະນາຄົດ ອາຊີ ຈະຕ້ອງຄິດໄລ່ ເຖິງເລື່ອງ ມີເຂດດິນແດນ ທີ່ບໍ່ສາມາດ ດຳລົງ ຊີວິດໄດ້ ຍ້ອນການປ່ຽນແປງ ຂອງດິນຟ້າອາກາດ. “ພວກເຮົາ ຄິດວ່າ ພວກເຮົາຈະຄ່ອຍໆ ທຳຄວາມລຶ້ງເຄີຍກັບ ຄວາມຮ້ອນ ໃນປັດຈຸບັນໄດ້, ແຕ່ວ່າ ສຳລັບ ອຸນຫະພຸມ ແລະ ອາກາດແດດຮ້ອນ ຮ້າຍແຮງ ທີ່ແກ່ຍາວ ໃນຫລາຍມື້ ຄືປັດຈຸບັນ, ຂ້າພະເຈົ້າ ຄິດວ່າ ພວກເຮົາ ຕ້ອງກະກຽມ ໃຫ້ປະຊາຊົນ ຮັບມືກັບ ຄວາມສ່ຽງນັ້ນ”.ຕາມນັກສັງເກດການແລ້ວ, ການມີໜ້າ ຂອງການນຳບັນດາປະເທດ ທີ່ພວມຜ່ານຜ່າ ສະພາບ ອາກາດ ແດດຮ້ອນຮ້າຍແຮງ ໃນກອງປະຊຸມປີນີ້, ເຊັ່ນ: ທ່ານ ອັຮວາ ອີບຣາຮິມ(Anwar Ibrahim) ນາຍົກລັດຖະມົນຕີ ມາເລເຊຍ; ທ່ານ ເສດຖາ ທະວີສິນ, ນາຍົກລັດຖະມົນຕີ ໄທ; ທ່ານ ສັນ ຈັນໂທ(Sun Chanthol), ຮອງນາຍົກ ລັດຖະມົນຕີ ກຳປູເຈຍ ຈະຊ່ວຍໃຫ້ ການປຶກສາຫາລື ກ່ຽວກັບ ວິກິດການ ດ້ານດິນຟ້າ ອາກາດ ອາຊີ ໄດ້ຮັບຄວາມເອົາໃຈໃສ່ ເປັນພິເສດ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL