ສສຊ ເຂດເລືອກຕັ້ງ 7 ສະເໜີໃຫ້ກຳນົດລະອຽດດ້ານຜົນກະທົບໂຄງການທາງລົດໄຟລາວ-ຫວຽດນາມ.

02/04/2026 11:16
Email Print 1459
KPL ຂປລ. ໂຄງການກໍ່ສ້າງທາງລົດໄຟ ລາວ-ຫວຽດນາມ ເປັນອີກໂຄງການໜຶ່ງທີ່ຈະສ້າງຜົນປະໂຫຍດໃຫ້ປະເທດຊາດ. ທ່ານ ຄໍາແສນ ສີສະວົງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ໄດ້ປະກອບຄໍາເຫັນໃສ່ ບົດລາຍງານ ໂຄງການກໍ່ສ້າງທາງລົດໄຟ ລາວ-ຫວຽດນາມ ໃນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດຊຸດທີ X

ຂປລ.  ໂຄງການກໍ່ສ້າງທາງລົດໄຟ ລາວ-ຫວຽດນາມ ເປັນອີກໂຄງການໜຶ່ງທີ່ຈະສ້າງຜົນປະໂຫຍດໃຫ້ປະເທດຊາດ. ທ່ານ  ຄໍາແສນ ສີສະວົງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7  ແຂວງໄຊຍະບູລີ ໄດ້ປະກອບຄໍາເຫັນໃສ່ ບົດລາຍງານ ໂຄງການກໍ່ສ້າງທາງລົດໄຟ ລາວ-ຫວຽດນາມ ໃນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດຊຸດທີ X  ວ່າ:  ໂດຍມີຄວາມເປັນເອກະພາບ ແລະ ຍ້ອງຍໍຊົມເຊີຍ ລັດ ຖະບານ ຕໍ່ໂຄງການດັ່ງກ່າວ, ຂ້າພະເຈົ້າ ຂໍປະກອບຄໍາເຫັນແລກປ່ຽນ ເພື່ອເຮັດໃຫ້ໂຄງການດັ່ງກ່າວ ໄດ້ດໍາເນີນໄປຢ່າງລາບລື່ນ ມີປະສິດທິພາບ ແລະ ປະສິດທິຜົນສູງ ໃຫ້ທຸກຝ່າຍໄດ້ມີປະໂຫຍດ ໂດຍສະເພາະ ແມ່ນຜູ້ລົງທຶນ, ລັດຖະບານ ແລະ ປະຊາຊົນທີ່ຖືກຜົນກະທົບ ໄດ້ມີຜົນປະໂຫຍດຮ່ວມກັນ  ແລະ ມີຄວາມເປັນເອກະພາບ ກັບບັນດາ ສະມາຊິກສະພາແຫ່ງຊາດ ທີ່ປະກອບຄໍາເຫັນໄປແລ້ວນັ້ນ ໂດຍສະເພາະແມ່ນການຊົດເຊີຍຕໍ່ປະຊາຊົນທີ່ຖືກໂຄງການ ເພື່ອເຮັດໃຫ້ການຊົດເຊີຍນັ້ນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງໂລ່ງລ່ຽນ, ຂ້າພະເຈົ້າສະເໜີໃຫ້ລັດຖະບານ ເຮັດບົດວິພາກ, ບົດວິເຄາະ ລົງເລິກ ຜົນກະທົບຕໍ່ສັງຄົມຢ່າງລະອຽດ ເປັນຕົ້ນແມ່ນ ດິນທີ່ຖືກຜົນກະທົບ, ປະເພດດິນກະສິກໍາ, ດິນໃນເຂດກໍ່ສ້າງ, ຄົວເຮືອນທີ່ຖືກຜົນກະທົບ, ບ້ານທີ່ຖືກຜົນກະທົບ ການຍົກຍ້າຍມີເທົ່າໃດ? ເພາະເຮົາຈະໄດ້ຄິດໄລ່ລະອຽດເປັນໂຕເລກທາງດ້ານເສດຖະກິດໄດ້, ນອກນັ້ນ ຜົນກະທົບຕໍ່ສັງຄົມ, ຮີດຄອງປະເພນີ, ໂຮງຮຽນ, ໂຮງໝໍ ຖ້າຍົກຍ້າຍໄປແລ້ວຈະມີຄວາມສະດວກສະບາຍແນວໃດ? ອີກປະການໜຶ່ງ ໃນບົດວິເຄາະ ຢາກໃຫ້ມີມາດຕະການແກ້ໄຂ ເພາະເຮົາມີບົດຮຽນແລ້ວ ໃນຫລາຍໂຄງການທີ່ຜ່ານມາ ເຮົາຄວນຈະຖອດຖອນບົດຮຽນດັ່ງກ່າວ ແລ້ວເອົາເຂົ້າໃນສັນຍາແມ່ແບບ ຫລື ຕົ້ນສະບັບເລີຍ.  ຕໍ່ກັບໄລຍະສໍາປະທານກັບໄລຍະຄືນທຶນ ຕ້ອງໃຫ້ສອດຄ່ອງ ແລະ ຕິດພັນກັນ ໃນຈຸດນີ້ເຫັນວ່າໄລຍະຄືນທຶນໄວ 14ປີ ໄລຍະສໍາປະທານຄວນຈະຢູ່ໃນ 35-40 ປີ.

ໂຄງການພັດທະນາເສັ້ນທາງລົດໄຟລາວ-ຫວຽດນາມ (ນະຄອນຫລວງວຽງຈັນ ຫາ ທ່າເຮືອຫວຸ່ງອ່າງ ສສ ຫວຽດນາມ)ທີ່ຈະເລີ່ມຈັດຕັ້ງປະຕິບັດຖືເປັນໂຄງການຍຸດທະສາດທີ່ສໍາຄັນທາງດ້ານການເຊື່ອມໂຍງເຊື່ອມຈອດຂອງປະເທດທີ່ນອນໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ໄລຍະ 2026-2030 ຊຶ່ງເປັນໂຄງການທີ່ລັດຖະບານລາວ ແລະ ຫວຽດນາມ ໃຫ້ການສະໜັບສະໜູນ. ໂຄງການກໍ່ສ້າງທາງລົດໄຟແຕ່ຕົວເມືອງທ່າແຂກ ແຂວງຄຳມ່ວນ ຫາ ມູຢາ ຊາຍແດນລາວ-ຫວຽດນາມ ໄລຍະທາງ 147 ກິໂລແມັດ ກວມເອົາ 4 ຕົວເມືອງ (ເມືອງທ່າແຂກ ໄລຍະ 26 ກິໂລແມັດ, ເມືອງມະຫາໄຊ36 ກິໂລແມັດ, ເມືອງຍົມມະລາດ 63 ກິໂລແມັດ ແລະ ເມືອງບົວລະພາ 22 ກິໄລແມັດ), ກວມເນື້ອທີ່ທັງໝົດ 1.628,40 ເຮັກຕາ, ກວມ 48 ບ້ານ 2.210 ຄອບຄົວ ແລະ ມີຕອນດິນ3.148 ຕອນ. ໂຄງການດັ່ງກ່າວ, ໄດ້ຮັບຮອງມູນຄ່າການຊົດເຊີຍແລ້ວຕາມມະຕິຄະນະປະຈຳສະພາປະຊາຊົນແຂວງຄໍາມ່ວນ ແລະ ຂໍ້ຕົກລົງຂອງເຈົ້າ ແຂວງວ່າດ້ວຍການນໍາໃຊ້ນະໂຍບາຍວ່າດ້ວຍການທົດແທນຄ່າເສຍຫາຍເນື້ອທີ່ດິນ, ສິ່ງປຸກສ້າງແລະ ຜົນລະປູກຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການ, ຄາດຄະເນມູນຄ່າການລົງທຶນທັງໝົດ 1.339 ລ້ານໂດລາສະຫະລັດ ແລະ ມີອາຍຸສຳປະທານ 50 ປີ.

KPL

ຂ່າວອື່ນໆ

    • ສສຊ ແຂວງຈຳປາສັກ ສະເໜີຫລາຍວຽກຕໍ່ແຜນເຄື່ອນໄຫວວຽກງານ 5 ປີ ຂອງສານປະຊາຊົນສູງສຸດບົດ-ສາລະຄະດີ

      ສສຊ ແຂວງຈຳປາສັກ ສະເໜີຫລາຍວຽກຕໍ່ແຜນເຄື່ອນໄຫວວຽກງານ 5 ປີ ຂອງສານປະຊາຊົນສູງສຸດ

      4/7/2026 11:56:25 AM

      ຂປລ. ໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ອາທິດຜ່ານມາ, ທ່ານ ນາງ ພອນເພັດ ອຸ່ນແກ້ວ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊົນສູງສຸດ (ອອປສ)

    • ສສຊ ສະເໜີປັບປຸງກົດໝາຍ 5 ປີຂອງສະພາແຫ່ງຊາດ ຢ່າງແທ້ຈິງບົດ-ສາລະຄະດີ

      ສສຊ ສະເໜີປັບປຸງກົດໝາຍ 5 ປີຂອງສະພາແຫ່ງຊາດ ຢ່າງແທ້ຈິງ

      4/7/2026 11:53:56 AM

      ຂປລ. ໃນກອງປະຊຸມຄັ້ງປະ ຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນອາທິດຜ່ານມາ, ທ່ານ ນາງ ພອນເພັດ ອຸ່ນແກ້ວ ສະມາຊິກ ສະພາແຫ່ງຊາດ (ສສຊ) ເຂດ ເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານ ການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະ ຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊົນສູງ ສຸດ (ອອປສ) ວ່າ: ຕົນເອງ ເຫັນດີເປັນເອກະພາບຕໍ່ແຜນ ບົດລາຍງານການເຄື່ອນໄຫວ ວຽກງານ 5 ປີ (2026- 2030) ຂອງສານປະຊາຊົນສູງສຸດ

    • ພະຍາດທີ່ມາພ້ອມອາກາດຮ້ອນ ແລະ ມາດຕະການປ້ອງກັນບົດ-ສາລະຄະດີ

      ພະຍາດທີ່ມາພ້ອມອາກາດຮ້ອນ ແລະ ມາດຕະການປ້ອງກັນ

      4/7/2026 11:46:49 AM

      ຂປລ. ໃນໄລຍະເດືອນມີນາ ຫາ ເດືອນພຶດສະພາ ຂອງທຸກໆປີ ປະເທດລາວຈະຜະເຊີນກັບສະ ພາບອາກາດຮ້ອນອົບເອົ້າ ຊຶ່ງບາງ ແຂວງອຸນຫະພູມອາດສູງທະລຸ 40 ອົງສາ ຊຶ່ງສະພາບອາກາດຮ້ອນດັ່ງ ກ່າວ ບໍ່ພຽງແຕ່ສ້າງຄວາມລຳບາກ ໃນການດຳລົງຊີວິດ, ແຕ່ຍັງຕ້ອງ ພົບກັບບາງພະຍາດທີ່ມັກຈະມາ ພ້ອມກັບອາກາດຮ້ອນອີກ, ຍ້ອນ ວ່າລະດູຮ້ອນແມ່ນລະດູທີ່ເໝາະໃນ ການຂະຫຍາຍຕົວຂອງເຊື້ອແບັກ ທີເຣຍບາງຊະນິດ

    •  ຫວນຄືນມູນເຊື້ອການກຳເນີດ  ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບບົດ-ສາລະຄະດີ

      ຫວນຄືນມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບ

      4/7/2026 11:43:28 AM

      ຂປລ. ພັກປະຊາຊົນປະຕິວັດ ລາວ ໄດ້ນຳພາປວງຊົນລາວທັງ ຊາດດຳເນີນພາລະກິດປ່ຽນແປງ ໃໝ່ຢ່າງ ຮອບດ້ານ ແລະ ມີຫລັກ ການຂອງພັກໃນເງື່ອນໄຂສະພາບ ແວດລ້ອມສາກົນ ທີ່ມີການຜັນແປ ໄປຢ່າງໄວວາ ແລະ ສະຫລັບຊັບ ຊ້ອນ ເຊິ່ງມີທັງກາລະໂອກາດທີ່ ເອື້ອອຳນວຍ ແລະ ສິ່ງທ້າທາຍ ທົດສອບນາໆປະການຕໍ່ພາລະກິດ ປົກປັກຮັກສາ ແລະ ພັດທະນາ ປະເທດຊາດຂອງພວກເຮົາ, ພວກ ເຮົາໄດ້ຜະເຊີນໜ້າໂດຍກົງກັບກົນ ອຸບາຍຫັນປ່ຽນ ໂດຍສັນຕິຢ່າງ ຮອບດ້ານຂອງພວກຈັກກະພັດ ແລະ ອິດທິກຳລັງປໍລະປັກ.

    • ງານເທສະການແຟຊັນ ແລະ ວັດທະນະທຳ ຈັດຂຶ້ນທີ່ປະເທດຍີ່ປຸ່ນບົດ-ສາລະຄະດີ

      ງານເທສະການແຟຊັນ ແລະ ວັດທະນະທຳ ຈັດຂຶ້ນທີ່ປະເທດຍີ່ປຸ່ນ

      4/7/2026 11:38:24 AM

      ຂປລ. ທ້າຍເດືອນຜ່ານມາ, ທີ່ ນະຄອນຫລວງໂຕກຽວ ປະເທດ ຍີ່ປຸ່ນ ໄດ້ຈັດງານມະໂຫລານ ແຟຊັນ ແລະ ວັດທະນະທຳລາວ (Lao Fashion and Culture Festival) ເພື່ອປະກອບສ່ວນ ເຂົ້າໃນການສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງສາຍພົວພັນ ທາງການທູດລະຫວ່າງ ລາວ-ຍີ່ປຸ່ນ, ພ້ອມທັງເປັນການຊຸກຍູ້ສົ່ງເສີມໃຫຜະລິດຕະພັນແຜ່ນແພລາວ ໃຫ້ສາ ມາດກ້າວເຂົ້າສູ່ຕະຫລາດສາກົນ ນັບມື້ນັບຫລາຍຂຶ້ນ.


Top