KPL
*ການທ່ອງທ່ຽວຢູ່ປະເທດລາວ ແມ່ນຖືເອົາການທ່ອງທ່ຽວປະຫວັດສາດ, ທຳມະຊາດ ແລະ ວັດທະນະທຳ ເປັນທ່າແຮງໃນການ ດຶງດູດນັກທ່ອງທ່ຽວຈາກທົ່ວໂລກ ຊຶ່ງຜ່ານມາກໍ່ສາມາດສ້າງຄວາມສົນໃຈ ແກ່ນັກທ່ອງທ່ຽວເປັນຈຳນວນຫລາຍ ທັງສາມາດ ສ້າງລາຍຮັບອັນມະຫາສານ ໃຫ້ແກ່ປະເທດຊາດ ກໍຄືປະຊາຊົນ.

*ການທ່ອງທ່ຽວຢູ່ປະເທດລາວ ແມ່ນຖືເອົາການທ່ອງທ່ຽວປະຫວັດສາດ, ທຳມະຊາດ ແລະ ວັດທະນະທຳ ເປັນທ່າແຮງໃນການດຶງດູດນັກທ່ອງທ່ຽວຈາກທົ່ວໂລກ ຊຶ່ງຜ່ານມາກໍ່ສາມາດສ້າງຄວາມສົນໃຈ ແກ່ນັກທ່ອງທ່ຽວເປັນຈຳນວນຫລາຍ ທັງສາມາດສ້າງລາຍຮັບອັນມະຫາ ສານ ໃຫ້ແກ່ປະເທດຊາດກໍຄືປະຊາຊົນ.
ປັດຈຸບັນລັດຖະບານມີແຜນສົ່ງເສີມກິດຈະກຳທ່ອງທ່ຽວທຳມະຊາດ ໂດຍສະເພາະແມ່ນການທ່ອງທ່ຽວ ພູ ຜາ ປ່າໄມ້ ເປັນການທ່ອງທ່ຽວຮູບແບບຂອງລາວ ເພື່ອດຶງດູດນັກທ່ອງທ່ຽວ ໃຫ້ເຂົ້າມາປະເທດລາວຫລາຍຂຶ້ນ ເນື່ອງຈາກປະເທດເຮົາຍັງມີ ພູ ຜາ ປ່າໄມ້ ທີ່ອຸດົມສົມບູນ ແລະ ສວຍງາມຫລາຍບ່ອນທີ່ໜ້າປະທັບໃຈ ແລະ ຍັງບໍ່ໄດ້ຮັບການຂຸດຄົ້ນດັດແປງແຕ່ຢ່າງໃດ ຊຶ່ງເມື່ອບໍ່ດົນນີ້, ທ່ານ ອຸນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຍົກໃຫ້ເຫັນວ່າ: ການທ່ອງທ່ຽວຮູບແບບນີ້ໃນລາວ ກຳລັງໄດ້ຮັບຄວາມນິ ຍົມ ແລະ ມີນັກທ່ອງທ່ຽວຈຳນວນຫລາຍ ໃຫ້ຄວາມສົນໃຈເຂົ້າມາທ່ອງທ່ຽວ. ສະນັ້ນ, ຈຶ່ງເປັນໂອກາດດີ ທີ່ພວກເຮົາຈະພັດທະນາ ໃຫ້ເປັນການທ່ອງທ່ຽວຮູບແບບ ໂດຍປະຊາຊົນມີສ່ວນຮ່ວມ ຊຶ່ງປັດຈຸບັນກໍ່ມີແຜນແລ້ວ ແລະ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະ ຊວງກະສິກຳ ແລະ ປ່າໄມ້ ໄດ້ເຮັດຜ່ານມາ ໃນຮູບແບບການອະນຸລັກປ່າສະຫງວນແຫ່ງຊາດ ໃຫ້ກາຍເປັນການທ່ອງທ່ຽວປະຊາຊົນມີສ່ວນຮ່ວມ ໂດຍສະເພາະແມ່ນຢູ່ແຫລ່ງທ່ອງທ່ຽວນໍ້າກັດ, ນໍ້ແອດ-ພູເລີຍ ຊຶ່ງກໍ່ເຮັດໃຫ້ການຕັດໄມ້ທຳລາຍປ່າ ແລະ ການລ່າສັດປ່າຫວງຫ້າມຫລຸດລົງ ເພາະ ປະຊາຊົນທຸກຄົນມີສ່ວນຮ່ວມ ເນື່ອງຈາກເຂົາເຈົ້າມີລາຍໄດ້ ຈາກການສ້າງກິດຈະກຳທ່ອງທ່ຽວນີ້. ສິ່ງສຳຄັນຕ້ອງສ້າງຈິດສຳນຶກ ໃຫ້ປະຊາຊົນເຫັນຄວາມສຳຄັນ ໃນການອະນຸລັກ, ສ້າງກິດຈະກຳທ່ອງທ່ຽວ ໂດຍອີງໃສ່ທ່າແຮງຂອງທ້ອງຖິ່ນ, ເຮັດໃຫ້ປະຊາຊົນມີສ່ວນ ແລະ ສາມາດສ້າງລາຍຮັບ ໃຫ້ຢ່າງເຕັມສ່ວນ ປະຊາຊົນຈຶ່ງຈະປະກອບສ່ວນຢ່າງແຂງແຮງ ໃນການປົກປັກຮັກສາ, ການອະນຸລັກ ແລະ ພັດນາ ເພາະທັງໝົດນັ້ນເປັນແຫລ່ງລາຍຮັບສຳຄັນຂອງເຂົາເຈົ້າ.

ເຖິງຢ່າງໃດກໍ່ດີ, ການທ່ອງທ່ຽວຮູບແບບໃດກໍ່ຕາມການສ້າງຄວາມປະທັບໃຈໃຫ້ນັກທ່ອງທ່ຽວ ກໍ່ຍັງແມ່ນປັດໄຈຕົ້ນຕໍໃນການດຶງດູດນັກທ່ອງທ່ຽວ ໂດຍສະເພາະແມ່ນຄວາມເປັນເຈົ້າພາບທີ່ດີ ໃນການຕ້ອນຮັບນັກທ່ອງທ່ຽວ ດ້ວຍຄວາມຈິງໃຈ, ບໍ່ເອົາປຽບນັກທ່ອງທ່ຽວໃນ ທຸກ ຮູບແບບ, ລວມເຖິງການສັກສາຄວາມປອດໄພ ເຮັດໃຫ້ນັກທ່ອງທ່ຽວ ສະບາຍໃຈ, ລວມທັງການສັກສາຄວາມສະອາດ ຍັງແມ່ນປັດໄຈສຳຄັນໃນການດຶງດູດເອົານັກທ່ອງທ່ຽວ ໃຫ້ເຂົ້າມາປະເທດລາວຫລາຍຂຶ້ນ.
ໂດຍ: ສຸວັນນະ
KPL