ຮີດ 12 ຄອງ 14 ແມ່ນຫຍັງ?

20/06/2023 10:26
Email Print 12028
KPL ຄຳວ່າຮີດ 12 ຄອງ 14 ທີ່ພວກເຮົາໄດ້ຍິນຜູ້ເຖົ້າເພິ່ນມັກເວົ້າ ແຕ່ຫລາຍຄົນອາດຈະຍັງບໍ່ທັນຮູ້ຄວາມໝາຍທີ່ແທ້ຈິງຂອງມັນ ເຊິ່ງຄວາມໝາຍຂອງຮີດ 12 ຄອງ 14 ມີຢູ່ວ່າ: ຮີດ ແປວ່າ: ແບບຢ່າງ ຫລື ປະເພນີທີ່ເຄີຍປະພຶດສືບທອດກັນມາ ແຕ່ບູຮານນະການ ຈົນເຖິງປັດຈຸບັນທັງ ພາສາເວົ້າ ແລະ ພາສາ ຂຽນ ເພິ່ນນິຍົມເວົ້າ ແລະ ຂຽນຄຳວ່າ: ຮີດຄອງປະເພນີ (ຈາຮີດນິຍົມ) ລວມເຂົ້າກັນເປັນຄຳດຽວຄຳວ່າ ຂະນົບທຳນຽມ ແປເອົາໃຈຄວາມແລ້ວ ກໍແມ່ນ ປະເພນີທີ່ເຄີຍປະຕິບັດສືບທອດກັນມານັ້ນເອງ.

ຄຳວ່າຮີດ 12 ຄອງ 14 ທີ່ພວກເຮົາໄດ້ຍິນຜູ້ເຖົ້າເພິ່ນມັກເວົ້າ ແຕ່ຫລາຍຄົນອາດຈະຍັງບໍ່ທັນຮູ້ຄວາມໝາຍທີ່ແທ້ຈິງຂອງມັນ ເຊິ່ງຄວາມໝາຍຂອງຮີດ 12 ຄອງ 14 ມີຢູ່ວ່າ: ຮີດ ແປວ່າ: ແບບຢ່າງ ຫລື ປະເພນີທີ່ເຄີຍປະພຶດສືບທອດກັນມາ ແຕ່ບູຮານນະການ ຈົນເຖິງປັດຈຸບັນທັງ ພາສາເວົ້າ ແລະ ພາສາຂຽນ ເພິ່ນນິຍົມເວົ້າ ແລະ ຂຽນຄຳວ່າ: ຮີດຄອງປະເພນີ (ຈາຮີດນິຍົມ) ລວມເຂົ້າກັນເປັນຄຳດຽວຄຳວ່າ ຂະນົບທຳນຽມ ແປເອົາໃຈຄວາມແລ້ວ ກໍແມ່ນປະເພນີທີ່ເຄີຍປະຕິບັດສືບທອດກັນມານັ້ນເອງ. ຮີດ ມາຈາກຄຳບາລີທີ່ວ່າ: ຈາປິດຕະ ເປັນໄດ້ທັງຄຳນາມ ແລະ ຄຳກະລິຍາ ຮີດ 12 ໝາຍເຖິງປະເພນີພິທີກຳ (ຫລື ການເຮັດບຸນປະຈຳເດືອນ) ຂອງປະຊາຊົນລາວບັນດາເຜົ່າພາຍໃນ 12ເດືອນ ເພິ່ນຈະນັບເອົາຕາມເດືອນລາວ ບໍ່ແມ່ນເດືອນສາກົນ ເປັນຕົ້ນແມ່ນ:

1. ເດືອນຈຽງ: ຈະມີພິທີລ້ຽງຜີຟ້າຜີແຖນ ນິມົນພະສົງອົງຄະເຈົ້າເຂົ້າປະລິວາດຊະກຳ.

2. ເດືອນຍີ່: ຈະມີພິທີເຮັດບຸນເຂົ້າຄູນລານ (ບຸນກິນຈຽງ) ເຜົ່າມົ້ງ, ບຸນງະ ບຸນລະປືມ(ລາວເທິງພາກໃຕ້) ບຸນກະເລີ (ລາວເທິງພາກເໜືອ).

3. ເດືອນສາມເພັງ: ເຮັດບຸນເຂົ້າຈີ່ ບຸນມາຂະບູຊາ ບຸນວັດພູຈຳປາສັກ.

4. ເດືອນສີ່: ເຮັດບຸນພະເວດ ຫຼື ບຸນມະຫາຊາດ.

5. ເດືອນຫ້າ: ເຮັດບຸນປີໃໝ່ລາວ ຫຼື ບຸນກຸດສົງການ.

6. ເດືອນຫົກ: ເຮັດບຸນວິສາຂະບູຊາ ແລະ ບຸນບັ້ງໄຟ.

7. ເດືອນເຈັດ: ເຮັດບຸນເບີກຊຳລະບ້ານ ແລະ ລ້ຽງ ປູ່ຕາ (ກຽມເຮັດໄຮ່ເຮັດນາ).

8. ເດືອນແປດ: ເຮັດບຸນເຂົ້າພັນສາ.

9. ເດືອນເກົ້າ: ເຮັດບຸນເຂົ້າປະດັບດິນ.

10. ເດືອນສິບ: ເຮັດບຸນເຂົ້າສະຫລາກ.

11. ເດືອນສິບເອັດ: ເຮັດບຸນອອກພັນສາ.

12. ເດືອນສິບສອງ: ເຮັດບຸນກະຖິນ ບຸນພະທາດຫລວງ.

ວ່າ ດ້ວຍຄອງ 14 ແມ່ນມີຄື: ຄອງ14 ຢ່າງ ສຳລັບຄົນທົ່ວໄປ ແລະ ຄອງ 14 ຢ່າງ ຂອງພະລາຊາ, ສຳຄົນຄົນທົ່ວໄປແມ່ນໜ້າທີ່ຂອງໝົດທຸກຄົນ ຈະຕ້ອງປະພຶດປະຕິບັດຕໍ່ ກັນເຊັ່ນ: ຄູ່ຜົວ ເມຍ ຊາວບ້ານ ຄອບຄົວເຮືອນຊານ ແລະວັດວາອາຮາມສາສະໜາ ລາຍລະອຽດຄືລຸ່ມນີ້:

1. ເມື່ອພືດໂພດເຂົ້າກ້າໝາກໄມ້ເປັນຮວງເປັນໝາກມາແລ້ວ ຕົນຢ່າຟ້າວກິນກ່ອນໃຫ້ເອົາທຳບຸນ ໃຫ້ທານແກ່ທ່ານຜູ້ມີສິນກິນກ່ອນ ແລ້ວຕົນຈິ່ງກິນພາຍລຸນ ແຕ່ປັດຈຸບັນບໍ່ຄ່ອຍປະຕິບັດຕາມແລ້ວ.

2. ຢ່າໂລບລ່າຍຕາຊິງຕາຍ່ອຍ ຢ່າຈ່າຍເງິນແດງ ຢ່າແປງເງິນຄວ່າງ ແລະ ຢ່າກ່າວຄຳຫຍາບຊ້າກ້າແຂງໃສ່ກັນ.

3. ໃຫ້ພ້ອມພາກັນເຮັດຮົ້ວຕ້າຍ ແລະ ກຳແພງອ້ອມຮອບວັດວາອາຮາມ ແລະ ເຮືອນແຫ່ງຕົນດ້ວຍການປຸກຫໍບູຊາເທວະດາໃນສີ່ແຈເຮືອນ.

4. ເມື່ອຈະຂຶ້ນເຮືອນນັ້ນໃຫ້ຊ່ວຍລ້າຕີນເສຍກ່ອນແລ້ວຈິ່ງຂຶ້ນ.

5. ເມືອເຖິງວັນສິນ 7-8-14-15ຄໍ່າ ໃຫ້ສົມມາກ້ອນເສົ້າແມ່ຄີໄຟ ແມ່ຂັ້ນໄດ ແລະ ປະຕູທີ່ຕົນໄດ້ອາໄສຢູ່ທຸກເຊົ້າຄໍ່າວັນຄືນ.

6. ເມື່ອຈະເຂົ້ານອນນັ້ນໃຫ້ເອົານ້ຳສ່ວຍລ້າງຕີນຜົວແຫ່ງຕົນເສຍກ່ອນ ແລ້ວຈິ່ງເຂົ້ານອນ ເຊິ່ງປັດຈຸບັນບໍ່ນິຍົມໃຊ້ແລ້ວ.

7. ເຖິງວັນສິນໃຫ້ເອົາດອກໄມ້ທູບທຽນສົມມາຜົວແຫ່ງຕົນ ພໍ່ແມ່ເຖົ້າແກ່ລຸງຕາຂອງຕົນ ເຖິງວັນອຸໂປສົດພະສົງຂອງ ອົງຄະເຈົ້າ ໃຫ້ແຕ່ງຂັນດອກໄມ້ທູບທຽນໄປເຄນສັງຄະເຈົ້າ.

8. ເຖິງວັນສິນດັບສີນເພັງມາໃຫ້ນິມົນພະສັງຄະເຈົ້າມາສູນມຸງຄຸນເຮືອນ ແລ້ວທຳບຸນໃສ່ບາດຖວາຍທານ.

9. ເມື່ອພະສົງມາບິນທະບາດນັ້ນຢ່າໃຫ້ເພິ່ນຄອຍຖ້າເວລາໃສ່ບາດກໍຢ່າໃຫ້ ຊູນບາດ ຊູນພິກຂຸສາມະເນນ ແລະ ຍາມໃສ່ບາດນັ້ນຢ່າໄດ້ໃສ່ເກີບ ກັ້ງຄັນຮົ່ມ ບໍ່ເອົາຜ້າປົກຫົວ ບໍ່ອູ້ມລູກຫຼານ ແລະ ຖືສາດຕາວຸດຕ່າງໆ.

10. ເມື່ອພິກຂຸເຂົ້າປະລິດວາສະກຳຊຳລະເນື້ອຕົວແລ້ວເວລາອອກປະລິວາສະ ກຳໃຫ້ມີຂັນດອກໄມ້ທູບທຽນ ແລະ ເຄື່ອງອັດທະປະລິຂານໄປຖວາຍ.

11. ເມື່ອພິກຂຸສັງຄະເຈົ້າກາຍມາ ໃຫ້ນັ່ງລົງຍໍມືໄຫວ້ກ່ອນ ແລ້ວຈິ່ງຄ່ອຍເຈລະຈາ.

12. ຢ່າຢຽບເງົາເຈົ້າພິກຂຸສຳມະເນນ.

13. ຢ່າເອົາອາຫານເງື່ອນຂອງຕົນກິນແລ້ວໄປທານໃຫ້ສັງຄະເຈົ້າ ແລະຢ່າເອົາໄວ້ຄອຍໃຫ້ຜົວກິນ.

14. ຢ່າເສບກາມມະຄຸນໃນວັນສິນ ວັນເຂົ້າວັດສາ ວັນອອກວັດສາ ແລະ ວັນມະຫາສົງການຂຶ້ນປີໃໝ່.

ທັງໝົດ ເຫລົ່ານັ້ນແມ່ນຮີດ 12 ຄອງ 14 ທີ່ຄົນລາວເຮົານັບຖືມາແຕ່ດຶກດຳບັນ ຈົນມາຮອດປັດຈຸບັນ ໄດ້ເຄົາລົບນັບຖື ແລະ ປະຕິບັດໃຫ້ຖືກກັບຮີດຄອງປະເພນີ ອັນດີງາມຂອງຊາດຕະຫລອດມາ.


ຮຽບຮຽງໂດຍ: ໄໝຄຳຍ້ອມສິນ

KPL

ຂ່າວອື່ນໆ

    • ການເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບບົດ-ສາລະຄະດີ

      ການເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບ

      4/2/2025 9:56:26 AM

      ໄລຍະແຕ່ປີ 1961 - 1973, ແມ່ນໄລຍະແຫ່ງການຕໍ່ສູ້ປົກປັກຮັກສາ 2 ແຂວງເຕົ້າໂຮມ ແລະ ຕີເອົາຊະນະຍຸດທະສາດສົງຄາມພິເສດ, ສົງຄາມພິເສດເພີ່ມທະວີ ຂອງພວກລ່າເມືອງຂຶ້ນແບບໃໝ່.

    • ຍ້ອນມີພັກນຳພາ ປະເທດຊາດຈຶ່ງມີຄວາມໝັ້ນຄົງເຕີບໃຫຍ່ ແລະ ເຂັ້ມແຊງບົດ-ສາລະຄະດີ

      ຍ້ອນມີພັກນຳພາ ປະເທດຊາດຈຶ່ງມີຄວາມໝັ້ນຄົງເຕີບໃຫຍ່ ແລະ ເຂັ້ມແຊງ

      4/2/2025 9:48:34 AM

      ອີງຕາມການໃຫ້ຮູ້ຂອງທ່ານ ແກ້ວ ລີບຸດດາຄໍາ ອະດີດເຈົ້າເມືອງ ບົວລະພາ (ເຊິ່ງເປັນເມືອງທີ່ໄດ້ຮັບນາມມະຍົດເປັນເມືອງວິລະຊົນ) ປັດຈຸບັນທ່ານຍັງປະຕິບັດໜ້າທ່ີເປັນປະທານສະຫະພັນນັກຮົບເກົ່າ ເມືອງບົວລະພາ ແຂວງຄຳມ່ວນ ໄດ້ສະແດງຄວາມຮູ້ສຶກຕໍ່ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025).

    • ວິທີແກ້ອາການທ້ອງບິດບົດ-ສາລະຄະດີ

      ວິທີແກ້ອາການທ້ອງບິດ

      4/2/2025 9:41:49 AM

      ອາການເຈັບທ້ອງບິດ ແມ່ນມີສາເຫດເກີດມາຈາກການທີ່ອາຫານໃນລໍາໄສ້ໃຫຍ່ບໍ່ໄດ້ຖ່າຍເທມາຫລາຍມື້ ຫລື ອີກສາເຫດໜຶ່ງ ແມ່ນເກີດມາຈາກຄວາມຕຶງຄຽດໃນການໃຊ້ຊີວິດປະຈຳວັນຂອງເຮົາເອງ.

    • ປູກກາເຟຂາຍ ລາຍໄດ້ດີບົດ-ສາລະຄະດີ

      ປູກກາເຟຂາຍ ລາຍໄດ້ດີ

      4/1/2025 10:43:15 AM

      ກາເຟ ແມ່ນເຄື່ອງດື່ມຍອດນິຍົມຂອງຄົນທ່ົວໂລກກ່ໍວ່າໄດ້, ສະນັ້ນ ຈຶ່ງເຮັດໃຫ້ກາເຟເປັນສິນຄ້າຍອດນິຍົມທີ່ປະຊາຊົນນິຍົມປູກ ເພາະ ວ່າໄດ້ລາຄາດີ ແລະ ເປັນທ່ີຕ້ອງການຂອງຕະຫລາດທັງພາຍໃນ ແລະ ຕ່າງປະເທດ.

    • ປະຫວັດຄວາມເປັນມາ ຂອງນາງສັງຂານບົດ-ສາລະຄະດີ

      ປະຫວັດຄວາມເປັນມາ ຂອງນາງສັງຂານ

      4/1/2025 10:25:22 AM

      ອີກບໍ່ພໍເທົ່າໃດມື້, ບຸນປີໃໝ່ລາວ ຫລື ກຸດສົງການໄດ້ໝູນວຽນມາອີກເທື່ອໜຶ່ງ ເຊິ່ງແຕ່ລະປີໄລຍະບຸນປີໃໝ່ລາວ ກໍ່ຈະມີຫລາຍກິດຈະກໍາທີ່ປະຊາຊົນລາວຊາວພຸດ ທີ່ເຄີຍສືບທອດກັນມາແຕ່ບູຮານນະການ ແລະ ໜຶ່ງໃນກິດຈະກໍາທີ່ຈັດຂຶ້ນທຸກໆປີນັ້ນກໍຄືການແຫ່ນາງສັງ ຂານ ທີ່ສືບທອດກັນມາແຕ່ດົນນານ ເພື່ອເປັນການສືບທອດປະເພນີອັນດີງາມໃຫ້ຢູ່ຄຽງຄູ່ກັບວັດທະນະທໍາລາວຕະຫລອດໄປ.


Top