ວ-ລ-ຣ ພະຍັນຊະນະຄວບ ໃນພາສາລາວ

17/06/2023 06:17
Email Print 3278
KPL ພະຍັນຊະນະໃນພາສາລາວ ແບ່ງອອກເປັນຫລາຍຊະນິດ ຕາມຫລັກໄວຍາກອນ. ພະຍັນຊະນະຄວບ ເປັນ 1 ໃນ 3 ຊະນິດພະຍັນຊະນະລາວ ຫລື ເອີ້ນວ່າ ອັກສອນລາວ, ອັກສອນຄວບ...

            ພະຍັນຊະນະໃນພາສາລາວ ແບ່ງອອກເປັນຫລາຍຊະນິດ ຕາມຫລັກໄວຍາກອນ. ພະຍັນຊະນະຄວບ ເປັນ 1 ໃນ 3 ຊະນິດພະຍັນຊະນະລາວ ຫລື ເອີ້ນວ່າ ອັກສອນລາວ, ອັກສອນຄວບ...

           ຫລັກໄວຍາກອນລາວປັດຈຸບັນ, ອີງຕາມປຶ້ມຄູ່ມືການຮຽນການສອນພາສາລາວ ທີ່ຮຽບຮຽງ ແລະ ຈັດພິມໂດຍສະຖາບັນຄົ້ນຄວ້າ ວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະ ກິລາ ປີ 2020 ໄດ້ກໍານົດນິຍາມເອົາໄວ້ວ່າ ພະຍັນຊະນະຄວບ ແມ່ນພະຍັນຊະນະຕົ້ນພະຍາງ 2 ຕົວ ອາໄສສະຫລະດຽວ ແລະ ຕ້ອງອ່ານອອກສຽງພະຍັນຊະນະ 2 ຕົວ ພ້ອມກັນ (ອ່ານໄວໃຫ້ເປັນສຽງດຽວ). ພະ ຍັນຊະນະຕົວທີສອງ ຫລື ພະຍັນຊະນະທີ່ໃຊ້ເປັນຕົວຄວບໄດ້ ມີ 3 ຕົວ ຄື: ວ, ລ ແລະ ຣ.

          ຕົວ “ວ” ຄວບ : ໃນພາສາລາວ, ຕົວ “ວ” ສາມາດໃຊ້ຄວບກັບພະຍັນຊະນະເຄົ້າເກືອບທຸກຕົວ ເຊັ່ນ: ກ ກັບ ວ = ກວ່າ, ແກວ່ງ, ກວາງ, ກວາດ...; ຂ ກັບ ວ= ຂວາ, ແຂວງ, ແຂວນ, ໄຂວ່...; ຄ ກັບ ວ= ຄວາຍ, ຄົ້ນຄວ້າ, ແຄວ້ນ, ຄວາມ...; ງ ກັບ ວ= ງວາກ, ງົມງວາຍ...; ກ ກັບ ຈ= ຈວາດ, ຈວ້າຍກວ້າຍ...; ສ ກັບວ= ສວາຍ, ສວ່າງ...; ຊ ກັບວ= ຊວ້ານ, ຊວາດຮູ້ເມື່ອ...; ຍ ກັບວ= ແຕກຍວ່າໆ, ຍວ່າຍໆ...; ດ ກັບວ= ຟົດດວ່າງໆ...; ຕ ກັບ ວ= ຊັ້ນຕວ໋າ, ກະຕວ້າຍໆ...; ຖ ກັບ ວ= ຖວາຍ...; ທ ກັບ ວ= ທວາຍ, ທວານ...; ຢ ກັບ ວ= ຢວ່າງຂ້າມ...; ລ ກັບ ວ= ລວາດ...; ອ ກັບ ວ= ອວ່າຍໜ້າ...;​ຮ ກັບ ວ= ເຮ່ຍຮວາຍ, ຮວານໆ, ຮວາ, ຮວາຍໄຂ່...; ຫ ກັບ ວ= ຫົນຫວາຍ...; ຫງ ກັບ ວ= ຫງວຽນ...

          ຕົວ “ລ” ຄວບ : ພະຍັນຊະນະທີ່ຄວບກັບຕົວ “ລ” ມີບາງຕົວເທົ່ານັ້ນ ແລະ ຄໍາທີ່ມີ “ລ” ຄວບ ສ່ວນຫລາຍມີເຄົ້າມາຈາກພາສາຕ່າງປະເທດ ຕົວຢ່າງ: ຄ ກັບ ວ= ຄລີນິກ, ຄລາຊິກ...; ປ ກັບ ລ= ປລາສະຕິກ...;​ ພ ກັບ ວ = ພລາຊາ...

          ຕົວ “ຣ” ຄວບ: ພະຍັນຊະນະທີ່ຄວບກັບຕົວ “ຣ” ມີບາງຕົວເທົ່ານັ້ນ  ແລະ ຄໍາທີ່ມີ “ຣ” ຄວບ ສ່ວນຫລາຍ ມີເຄົ້າມາຈາກພາສາຕ່າງປະເທດ ຫລື ຄໍາທັບສັບພາສາຕ່າງປະເທດ ຕົວຢ່າງ: ກ ກັບ ຣ= ກຣາມ, ເກຣັກ, ກຣົວອາຊີ...; ຕ ກັບ ຣ= ເອເລັກໂຕຣນິກ, ປິດໂຕຣລຽມ, ອົດສະຕຣາລີ...; ຝ ກັບ ຣ= ຝຣັ່ງ...

          ການອ່ານພະຍັນຊະນະຄວບ ໃຫ້ອ່ານ 2 ຕົວພ້ອມກັນ ແລະ ໄວ.

          ສັງເກດເຫັນວ່າ ບາງເທື່ອມີການພິມປ້າຍທີ່ມີອັກສອນຄວບ ແຕ່ມັກປົນເປກັນລະຫວ່າງຕົວ “ລ” ແລະ “ຣ” ຄວບ ເຊັ່ນ: ຄຣີນິກ, ໃຫ້ຖືກຄວນເປັນ ຄລີນິກ...

ດັ່ງນັ້ນ ຈຶ່ງນໍາມາ ເພື່ອສຶກສາຮ່ວມກັນຄືດັ່ງນີ້ແລ, ພໍ້ກັນໃໝ່ ບົດຕໍ່ໄປ.

* ຮິບໂຮມໂດຍ: ພະກາ

KPL

ຂ່າວອື່ນໆ


Top