“ເສື້ອຂາວກາຊ້າງ” ຜະລິດຕະພັນຄົນລາວ ຍົກລະດັບເຄື່ອງແບບນັກຮຽນ

08/09/2026 13:26
Email Print 911
KPL ຂປລ. ຖ້າເວົ້າເຖິງສິນຄ້າທີ່ຄຸ້ນເຄີຍ ແລະ ຕອບໂຈດການນຳໃຊ້ໃນສັງຄົມລາວປັດຈຸບັນ "ເສື້ອຂາວກາຊ້າງ" ເປັນໜຶ່ງໃນຜະລິດຕະພັນທີ່ກຳລັງໄດ້ຮັບຄວາມສົນໃຈຈາກສັງຄົມ ໂດຍເປັນຜະລິດຕະພັນຈາກສີມືຄົນລາວ 100% ທີ່ມຸ່ງເນັ້ນຄຸນນະພາບ, ຄວາມທົນທານ ແລະ ຮູບແບບທີ່ເໝາະສົມກັບນັກຮຽນໃນຍຸກປັດຈຸບັນ.

ຂປລ. ຖ້າເວົ້າເຖິງສິນຄ້າທີ່ຄຸ້ນເຄີຍ ແລະ ຕອບໂຈດການນຳໃຊ້ໃນສັງຄົມລາວປັດຈຸບັນ "ເສື້ອຂາວກາຊ້າງ" ເປັນໜຶ່ງໃນຜະລິດຕະພັນທີ່ກຳລັງໄດ້ຮັບຄວາມສົນໃຈຈາກສັງຄົມ ໂດຍເປັນຜະລິດຕະພັນຈາກສີມືຄົນລາວ 100% ທີ່ມຸ່ງເນັ້ນຄຸນນະພາບ, ຄວາມທົນທານ ແລະ ຮູບແບບທີ່ເໝາະສົມກັບນັກຮຽນໃນຍຸກປັດຈຸບັນ.

ທ່ານນາງ​ ມ່ອນນີ່ ກອງສົມບັດ​ ຜູ້ອຳນວຍການບໍລິສັດ ຊ້າງຄູນຄຳ​ ຈະເລີນ​ຊັບ ຈຳກັດ​ຜູ້ດຽວ​ ເຈົ້າຂອງຜະລິດຕະພັນເສື້ອຂາວກາຊ້າງ ໃຫ້ຮູ້ວ່າ:  ແຮງບັນດານໃຈໃນການສ້າງຜະລິດຕະພັນເສື້ອຂາວກາຊ້າງແມ່ນມາຈາກຄວາມຕ້ອງການທີ່ຢາກຍົກລະດັບເຄື່ອງແບບນັກຮຽນທີ່ເຮົາບໍ່ໄດ້ເບິ່ງພຽງແຕ່ເປັນເສື້ອຂາ​ວເທົ່ານັ້ນ, ແຕ່ເສື້ອຂາວກາຊ້າງແມ່ນເປັນການຍົກລະດັບເຄື່ອງແຕ່ງກາຍນັກຮຽນລາວ ດ້ວຍຄຸນນະພາບ ແລະ ຄວາມພາກພູມໃຈໃນຄວາມເປັນລາວ.​ ຂ້າພະເຈົ້າເລືອກເອົາ "ຊ້າງ"​ ມາເປັນເຄື່ອງໝາຍການຄ້າ ເພື່ອສື່ເຖິງຄວາມເອກອ້າງທະນົງໃຈຂອງຜະລິດຕະພັນທີ່ມີສັນຍະລັກປະຈຳຊາດລາວຕໍ່ສາກົນ ແລະ​ ເປັນສັນຍະລັກ​ທີ່ມີຄວາມໝາຍໃນດ້ານຄວາມມຸ່ງໝັ້ນ ແລະ ຄວາມສຳເລັດຂອງນັກຮຽນແຕ່ລະຄົນ. ເສື້ອຂາວກາຊ້າງ ຍັງເປັນຕົວແທນຂອງຄວາມແຂງແກ່ນ, ຄວາມທົນທານ ແລະ ຄວາມສະຫງ່າງາມ ຊຶ່ງຜ່ານການຄັດເລືອກວັດສະດຸທີ່ມີຄຸນນະພາບ ແລະ ການອອກແບບທີ່ທັນສະໄໝ ມາປັບໃຊ້ ເພື່ອໃຫ້ເໝາະກັບຮູບຮ່າງ ແລະ ການນຳໃຊ້ຂອງນັກຮຽນໃນປັດຈຸບັນ. ໃນຍຸກສະໄໝທີ່ການແຂ່ງຂັນທາງດ້ານທຸລະກິດນັບມື້ມີຄວາມສູງຂຶ້ນນີ້, ການເລືອກໃຊ້ເຄື່ອງແບບນັກຮຽນທີ່ໄດ້ມາດຕະຖານ ແລະ ມີເອກະລັກແມ່ນມີຄວາມສຳຄັນຫລາຍ.  "ເສື້ອຂາວ ກາຊ້າງ" ໄດ້ສ້າງຕັ້ງຂຶ້ນໂດຍມີເປົ້າໝາຍໃນການຍົກລະດັບເຄື່ອງແບບນັກຮຽນໃຫ້ມີຄຸນນະພາບ, ຄວາມທົນທານ, ແລະ ຄວາມສະຫງ່າງາມ ເພື່ອເປັນເຄື່ອງແບບທີ່ນັກຮຽນໃສ່ແລ້ວມີຄວາມພາກພູມໃຈໃນຄວາມເປັນລາວ.

ທ່ານນາງ​ ມ່ອນນີ່ ກ່າວຕື່ມວ່າ: ນອກຈາກການຜະລິດ ເສື້ອຂາວກາຊ້າງແລ້ວ, ຍັງມີແຜນພັດທະນາເຄື່ອງແບບນັກຮຽນປະເພດອື່ນໆ ເພື່ອໃຫ້ສາມາດຕອບສະໜອງຄວາມຕ້ອງການຂອງນັກຮຽນໃນສັງຄົມລາວໄປຢ່າງຮອບດ້ານ ໃນອະນາຄົດ ພ້ອມທັງສືບຕໍ່ພັດທະນາສິນຄ້າໃຫ້ມີມາດຕະຖານ ແລະ ສາມາດສ້າງເອກະລັກໃຫ້ແກ່ສິນຄ້າລາວ. ພ້ອມນີ້ ເສື້ອຂາວກາຊ້າງ ຍັງໃຫ້ຄວາມສຳຄັນຕໍ່ການສົ່ງເສີມດ້ານການສຶກສາ ໂດຍມີແຜນຈັດກິດຈະກຳກິລາ ແລະ ກິດຈະກຳອື່ນໆ ເພື່ອເປີດໂອກາດໃຫ້ນັກຮຽນໄດ້ໃຊ້ເວລາຫວ່າງໃຫ້ເກີດປະໂຫຍດ. ພິເສດ ຍັງມີແຜນດຳເນີນ "ໂຄງການກາຊ້າງປັນນ້ຳໃຈ"​ ໂດຍຈັດສັນຜົນກຳໄລ 5% ຈາກການດຳເນີນທຸລະກິດເຂົ້າໃນໂຄງການ ເພື່ອຈັດຊື້ອຸປະກອນການຮຽນ ແລະ ນຳໄປມອບໃຫ້ນ້ອງໆນັກຮຽນຢູ່ເຂດຫ່າງໄກສອກຫລີກ ທີ່ມີຄວາມທຸກຍາດຂາດເຂີນນຳດ້ວຍ.

ເສື້ອຂາວກາຊ້າງ ມຸ່ງເນັ້ນພັດທະນາສິນຄ້າຄົນລາວ ໃຫ້ມີຄຸນນະພາບ,​ ມາດຕະຖານ ແລະ ເປັນທີ່ພາກພູມໃຈ ພ້ອມທັງມີສ່ວນຮ່ວມໃນການຄືນກຳໄລ ສູ່ສັງຄົມໂດຍສະເພາະດ້ານການສຶກສາ. ສຳລັບທ່ານໃດທີ່ສົນໃຈຜະລິດຕະພັນເສື້ອຂາວກາຊ້າງ ສາມາດຕິດຕໍ່ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່​ ​Facebook :  ເສື້ອຂາວກາຊ້າງ-Lao Elephant ຫລື ​ໂທລະສັບ: 020 5942 8249.

ໂດຍ:​ມາລີດາ

KPL

ຂ່າວອື່ນໆ


Top