ບັນດາປະເທດ ໃນພາກພື້ນ ຄວນຖືເອົາສິດນຳພາ ໃນການຮັກສາສັນຕິພາບ-ສະຖຽນລະພາບ ຢູ່ທະເລຈີນໃຕ້

25/07/2026 08:24
Email Print 155
KPL ທ່ານ ​ຫວາງ​ຢີ້ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ ໄດ້​ຊີ້​ແຈງ​ຫລັກ​ໝັ້ນ​ ຕາມ​ຫລັກ​ການຂອງ​ ສປ ຈີນ​ ກ່ຽວ​ກັບ ​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ ໃນ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ​ຕ່າງ​ປະ​ເທດ​ຈີນ-ອາ​ຊຽນ, ໂດຍ​ກ່າວ​ວ່າ ຄວນ​ໃຫ້​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ມິດ​ຕະ​ພາບ​ກາຍ ​ເປັນສະ​ພາບ​ຫລັກ ​ຢູ່​ທະ​ເລ​ຈີນ​ໃຕ້.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ທ່ານ ​ຫວາງ​ຢີ້ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ ໄດ້​ຊີ້​ແຈງ​ຫລັກ​ໝັ້ນ​ ຕາມ​ຫລັກ​ການຂອງ​ ສປ ຈີນ​ ກ່ຽວ​ກັບ ​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ ໃນ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ​ຕ່າງ​ປະ​ເທດ​ຈີນ-ອາ​ຊຽນ, ໂດຍ​ກ່າວ​ວ່າ ຄວນ​ໃຫ້​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ມິດ​ຕະ​ພາບ​ກາຍ ​ເປັນສະ​ພາບ​ຫລັກ ​ຢູ່​ທະ​ເລ​ຈີນ​ໃຕ້.

ຜົນ​ການ​ສຳ​ຫລວດ​​ ຄວາມ​ເຫັນ ​ທີ່​ດຳ​ເນີນ​ໂດຍ ​ໂທ​ລະ​ພາບ​ສາ​ກົນ​ຈີນ ​ຫລື CGTN ຂອງວິ​ທະ​ຍຸ​ໂທ​ລະ​ພາບ ​ສູນ​ກາງ​ຈີນ ຫລື CMG ​ຕໍ່​ຜູ້​ຕອບ​ແບບ​ສອບ​ຖາມ 2.664 ຄົນ​ໃນ 6 ປະ​ເທດ​ຄື: ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ໄທ, ສສ ຫວຽດ​ນາມ, ຟິ​ລິບ​ປິນ ແລະ ສິງ​ກະ​ໂປ​ ໃນ​ໄລ​ຍະ​ເດືອນ​ມິ​ຖຸ​ນາ​ ຫາ​ເດືອນ​ກໍ​ລະ​ກົດ​ປີ​ນີ້​ ສະ​ແດງ​ໃຫ້​ເຫັນ​ວ່າ: ການ​ແຊກ​ແຊງ​ ຂອງ​ປະ​ເທດ​ໃຫຍ່ ນອກ​ພາກ​ພື້ນ​ເຂົ້າ​ໃນ​​ຄວາມ​ຂັດ​ແຍ້ງ​ ກ່ຽວ​ກັບ​ທະ​ເລ​ຈີນ​ໃຕ້ ​ຖືກ​ເບິ່ງວ່າ​ເປັນ​ມື​ມືດ​ສຳ​ຄັນ​ທີ່​ຢູ່​ເບື້ອງ​ຫັງ​​ສະ​ພາບ​ຄວາມ​ເຄັ່ງ​ຕຶງ ​ຢູ່​ທະ​ເລ​ຈີນ​ໃຕ້, ໃນ​ຂະ​ນະ​ທີ່ ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ຢູ່​ທະ​ເລ​ຈີນ​ໃຕ້ ​ດ້ວຍ​ສັນ​ຕິ​ເວ​ທີ ແລະ ເປັນ​ເຈົ້າ​ຕົນ​ເອງ​ ໄດ້​ກາຍ​ເປັນ​ຄວາມ​ເຫັນ ​ທີ່​ເປັນ​ເອ​ກະ​ພາບ​ກັນ​ ໂດຍ​ທົ່ວ​ໄປ ​ຂອງ​ຜູ້​ຕອບ ​ແບບ​ສອບ​ຖາມ. ໃນ​ນັ້ນ, 84,6% ຂອງ​ຜູ້​ຕອບ​ແບບ ​ສອບ​ຖາມ​ເຫັນ​ວ່າ ​ບັນ​ຫາ​ທະ​ເລ​ຈີນ​ໃຕ້ ​ຄວນ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ອີງ​ໃສ່​ກົດ​ໝາຍ​ສາ​ກົນ, ຜ່ານ​ການ​ສົນ​ທະ​ນາ ແລະ ການ​ປຶກ​ສາ​ຫາ​ລື​ໂດຍ​ສັນ​ຕິ; 64,3% ເຫັນ​ວ່າ​ການ​ແຊກ​ແຊງ​ຈາກ​ປະ​ເທດ​ໃຫຍ່ນອກ​ພາກ​ພື້ນ​ເຮັດ​ໃຫ້​ບາງ​ປະ​ເທດ​ທີ່​ຮຽກ​ຮ້ອງ​ສິດ ​ທິ​ກ່ຽວ​ຂ້ອງອາ​ໄສ​ ການສະ​ໜັບ​ສະ​ໜູນ​ ຈາກ​ພາຍນອກ​ແທນ ​ທີ່​ຈະ​ອາ​ໄສ​ ການ​ສົ​ນ​ທະ​ນາ​ ໃນ​ພາກ​ພື້ນ, ​ ​ເຮັດ​ໃຫ້​ຄວາມ​ສາ​ມາດ​ ໃນ​ການ​ແກ້​ໄຂ ​ຄວາມ​ຂັດ​ແຍ້ງ ​​ດ້ວຍ​ຕົນ​ເອງ​ ຂອງ​ພາກ​ພື້ນ​​ຫລຸດ​​ລົງ ​ຕື່ມ​ອີກ; 74,4% ເຫັນ​ວ່າ​ ການ​ແຊກ​ແຊງ ​ຢ່າງ​ຕໍ່​ເນື່ອງ​ ຈາກປະ​ເທດ​ໃຫຍ່ ນອກ​ພາກ​ພື້ນ ​ຈະ​ເຮັດ​ໃຫ້​ສະ​ພາບ​ຄວາມ​ເຄັ່ງ​ຕຶງ​ ໃນ​ພາກ​ພື້ນ​ຮຸນ​ແຮງ​ຂຶ້ນ, ເຊິ່ງ​ຈະ​​ເປັນ​ໄພ​ຂົ່ມ​ຂູ່​ການ​ຄ້າ ແລະ ຄວາມ​ໝັ້ນ​ຄົງ​ ດ້ານ​ພະ​ລັງ​ງານ​ຂອງ​ໂລກ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ


Top