ເຕັກນິກການປູກເຂົ້າປຽກສະຫລັບແຫ້ງ ສ້າງອາຊີບໝັ້ນຄົງໃຫ້ກະສິກອນ

18/05/2026 09:53
Email Print 1224
KPL ຂລປ. ປັດຈຸບັນ ທາງບໍລິສັດເບຍລາວ ຈຳກັດ ໄດ້ມີໂຄງການສົ່ງເສີມການປູກເຂົ້າແບບຍືນຍົງ ເພື່ອສົ່ງເສີມຊາວກະສິກອນຜູ້ມີຄວາມສົນໃຈໃສ່ຢາກເຂົ້າຮ່ວມໂຄງການ ພາຍໃນສາມເມືອງອ້ອມຂ້າງນະຄອນ ຫລວງວຽງຈັນ

ຂລປ. ປັດຈຸບັນ ທາງບໍລິສັດເບຍລາວ ຈຳກັດ ໄດ້ມີໂຄງການສົ່ງເສີມການປູກເຂົ້າແບບຍືນຍົງ ເພື່ອສົ່ງເສີມຊາວກະສິກອນຜູ້ມີຄວາມສົນໃຈໃສ່ຢາກເຂົ້າຮ່ວມໂຄງການ ພາຍໃນສາມເມືອງອ້ອມຂ້າງນະຄອນ ຫລວງວຽງຈັນຄື: ເມືອງຫາດຊາຍຟອງ, ໄຊທານີ ແລະ ເມືອງປາກງື່ມ ໂດຍໄດ້ເນັ້ນນຳໃຊ້ເຕັກນິກການປູກເຂົ້າປຽກສະຫລັບແຫ້ງ ເພື່ອປະຫຍັດນ້ຳ, ຫລຸດຜ່ອນຕົ້ນທຶນ, ເພີ່ມຄຸນນະພາບ ຫລື ຜົນຜະລິດເຂົ້າຫລາຍຂຶ້ນ.  

          ທ່ານ ຄຳແສນ ສົມພານດີ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງປາກງື່ມໃຫ້ສຳພາດຕໍ່ສື່ມວນຊົນຢູ່ເນື້ອທີ່ນາທົດລອງປູກເຂົ້າສະຫລັບແຫ້ງຂອງບໍລິສັດເບຍລາວ ບ້ານໝາກຮ້ຽວ ວ່າ: ການປູກເຂົ້າປຽກສະຶຫລັບແຫ້ງ ເຫັນວ່າ ມີຜົນດີຫລາຍ ໂດຍສະເພາະແມ່ນສາມາດປະຢັດນ້ຳ ແລະ ເປັນຈຸດເດັ່ນທີ່ສຸດຂອງເຕັກນິກນີ້ ພ້ອມທັງເພີ່ມຜົນຜະລິດຊ່ວຍໃຫ້ໄດ້ຜົນເກັບກ່ຽວທີ່ສູງຂຶ້ນ. ແນວໃດກໍດີ, ເຕັກ ນິກດັ່ງກ່າວ ແມ່ນເຕັກນິກໃໝ່ ໂດຍປະຊາຊົນຍັງບໍ່ທັນເຂົ້າໃຈຫລາຍປານໃດ. ປັດຈຸບັນໄດ້ເຮັດທົດລອງຢູ່ບ້ານວັງໂຄ 42 ເຮັກຕາ (59 ຄອບຄົວ) ໂດຍການປະສານງານຮ່ວມມືກັບສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ທີ່ຂຶ້ນກັບສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ. ນອກຈາກນີ້, ບັນຫາລະບົບຊົນລະປະທານ ເຊິ່ງເວລາປ່ອຍນ້ຳໃຫ້ແຫ້ງແລ້ວ ຢາກເອົານ້ຳເຂົ້າໃຫ້ປຽກບາງຄັ້ງລະບົບຈັກສູບນ້ຳ ຫລື ການຈັດສັນນ້ຳ ຍັງເຮັດບໍ່ໄດ້ດີພໍ. ຖ້າລະບົບຊົນລະປະທານດີ, ເຕັກນິກນີ້ ຈະຂະຫຍາຍໄປໄດ້ທົ່ວເມືອງແນ່ນອນ.

ທ່ານ ຄຳແສນ ສົມພານດີ ຍັງໃຫ້ຮູ້ຕື່ມວ່າ: ສຳລັບຢູ່ເມືອງປາກງື່ມ, ບໍລິສັດເບຍລາວ ໄດ້ລົງມາຊ່ວຍເຫລືອຢູ່ 6 ບ້ານຄື: ບ້ານໝາກຮ້ຽວ, ວັງໂຄ, ດົງກະລຶມ, ທ່າເດື່ອ, ບ້ານໂດນ, ບ້ານໜອງບົວລຽງ ໂດຍທາງບໍລິສັດໄດ້ຊ່ວຍສະໜອງຝຸ່ນ ແລະ ແນວພັນ ໂດຍສະເພາະເຂົ້າໄຊສະພອນ 2 ແລະ ໄລຍະຫລັງແມ່ນເນັ້ນເຂົ້າເບຍ. ນອກນີ້, ຍັງໄດ້ຮັບຊື້ ແລະ ຮັບປະກັນຕະຫລາດໃຫ້ຊາວນາ. ລາຄາເຂົ້າເບຍຈະມີລາຄາສູງກວ່າເຂົ້າທຳມະດາ ເຮັດໃຫ້ຊາວນາມີລາຍໄດ້ດີຂຶ້ນ. ນອກຈາກນີ້, ພາຍໃນເມືອງປາກງື່ມ ຍັງມີໂຮງອົບເຂົ້າ ທີ່ໄດ້ຮັບການຊ່ວຍເຫລືອຈາກ ສ ເກົາຫລີ ເຊິ່ງຈະປະສານງານໃຫ້ບໍລິສັດເບຍລາວນຳເຂົ້າມາອົບຢູ່ໂຮງອົບແຫ່ງນີ້, ສິ່ງນີ້ແມ່ນໄດ້ສ້າງຄວາມສະດວກສະບາຍ. ຂະນະທີ່ການຮ່ວມມືກັບໄຕ້ຫວັນ ກໍມີການເຮັດນາສາທິດປະມານ 23 ເຮັກຕາ ເຊິ່ງຕອນນີ້ ກຳລັງປັບປຸງລະບົບປ້ອງກັນນ້ຳຖ້ວມຮ່ວມກັບ ADB ຢູ່ຫ້ວຍໝາກຮ້ຽວ.

ຂະນະທີ່ ທ່ານ ສິດທິໄຊ ເກດຕະວົງ ຄະນະອຳນວຍການ ແລະ ຊີ້ນ້ຳວຽກກິດຈະການອົງກອນ, ສັງຄົມ ແລະ ຄວາມຍືນຍົງ ກໍໃຫ້ຮູ້ວ່າ: ເຕັກນິກການປູກເຂົ້າປຽກສະຫລັບແຫ້ງ ແມ່ນເຕັກນິກໃໝ່ທີ່ຫາກໍ ເລີ່ມຕົ້ນ ແລະ ຈະສືບຕໍ່ຂະຫຍາຍການນໍາໃຊ້ເຕັກນິກດັ່ງກ່າວ ເພື່ອສົ່ງເສີມຊາວນາຜະລິດເຂົ້າຕອບສະໜອງໃຫ້ແກ່ບໍລິສັດເບຍ ທັງຖືເປັນນະວັດຕະກຳຫລັກໃນແນວທາງກະສິກຳແບບຟື້ນຟູ ພາຍໃຕ້ແນວຄິດ ການປະສົມປະສານລະຫວ່າງການເຮັດນາປູກເຂົ້າມາດຕະຖານກະສິກຳທີ່ດີ ເຊິ່ງແຕກຕ່າງຈາກວິທີການປູກເຂົ້າແບບດັ້ງເດີມ ທີ່ຕ້ອງຂັງນ້ຳໃນນາຢ່າງຕໍ່ເນື່ອງ, ໂດຍເຕັກນິກນີ້ຈະປ່ອຍໃຫ້ນາແຫ້ງເປັນໄລຍະ ເພື່ອເພີ່ມປະສິດທິພາບໃນການຈັດການຊັບພະຍາກອນນ້ຳ ແລະ ຫລຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ. ເຕັກນິກດັ່ງກ່າວ ສາມາດຊ່ວຍໃຫ້ປະຢັດນ້ຳໄດ້ເຖິງ 30% ພ້ອມທັງຊ່ວຍຫລຸດຜ່ອນການປ່ອຍອາຍພິດເຮືອນແກ້ວທີ່ເປັນສາເຫດຫລັກເຮັດໃຫ້ໂລກຮ້ອນໄດ້ເຖິງ 50%. ນອກຈາກນັ້ນ, ຍັງຊ່ວຍຟື້ນຟູຄຸນນະພາບຂອງດິນໃນໄລຍະຍາວ, ຊ່ວຍເພີ່ມຄຸນນະພາບ ແລະ ຜົນຜະລິດເຂົ້າເພີ່ມຂຶ້ນ.

ສຳລັບຊາວນາທີ່ເຂົ້າຮ່ວມໂຄງການ ກໍໄດ້ຮັບຜົນປະໂຫຍດໂດຍກົງຈາກບໍລິສັດ ໂດຍສະເພາະແມ່ນມີການຝຶກອົບຮົມ ແລະ ແລກປ່ຽນບົດຮຽນໃນກຸ່ມເປັນປະຈຳ, ເຮັດໃຫ້ຄຸນນະພາບຂອງວັດຖຸດິບມີຄວາມສະຖຽນ, ລາຄາຕົ້ນທຶນການຜະລິດຫລຸດລົງ, ຊາວນາມີລາຍຮັບເພີ່ມຂຶ້ນ ແລະ ເຮັດໃຫ້ມີຄວາມໝັ້ນຄົງທາງດ້ານອາຊີບ, ກ້າວໄປເຖິງການສະໜອງວັດຖຸດິບທີ່ມີມາດຕະຖານສູງຂຶ້ນ. ຄວາມສຳເລັດດັ່ງກ່າວ ເກີດຈາກການຮ່ວມມືຢ່າງໃກ້ຊິດລະຫວ່າງບໍລິສັດ, ພາກລັດຖະບານ ແລະ ຊຸມຊົນຊາວນາ ເຊິ່ງເປັນຫົວໃຈສຳຄັນຂອງການພັດທະນາໂຄງການຢ່າງຕໍ່ເນື່ອງ. ທ່ານ ສິດທິໄຊ ເກດຕະວົງ ກ່າວ.

ໂດຍ: ຢ່າຕົ່ງ

KPL

ຂ່າວອື່ນໆ

    • ການນຳ 4 ກະຊວງລົງຕິດຕາມເຄື່ອງຂອງກາງຄະດີລັກລອບຊື້-ຂາຍຊາກສັດປ່າ ແລະ ຊິ້ນສ່ວນບົດ-ສາລະຄະດີ

      ການນຳ 4 ກະຊວງລົງຕິດຕາມເຄື່ອງຂອງກາງຄະດີລັກລອບຊື້-ຂາຍຊາກສັດປ່າ ແລະ ຊິ້ນສ່ວນ

      8/27/2026 9:53:52 AM

      ໃນວັນທີ 25 ສິງຫາ 2026, ທ່ານ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ພ້ອມດ້ວຍລັດຖະມົນຕີກະຊວງກະສິກໍາ ແລະ ສ່ິງແວດລ້ອມ, ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ລົງຕິດຕາມເຄ່ືອງຂອງກາງຄະດີລັກລອບຊື້-ຂາຍຊາກສັດປ່າ ແລະ ຊິ້ນສ່ວນສັດປ່າທີ່ຫວງຫ້າມ, ເປັນກຽດຕ້ອນຮັບໂດຍທ່ານ ພົຕ ກອງສະຫວັດ ບຸນລ້ຽງ ຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ຕໍາຫລວດກະຊວງ ປກສ ພ້ອມຄະນະ.

    • ຫັນເອົາໄວບຳນານ ສູ່ກະສິກຳປອດສານພິດ ສ້າງລາຍຮັບ ແລະ ຄວາມສຸກບົດ-ສາລະຄະດີ

      ຫັນເອົາໄວບຳນານ ສູ່ກະສິກຳປອດສານພິດ ສ້າງລາຍຮັບ ແລະ ຄວາມສຸກ

      8/26/2026 1:38:46 PM

      ຂປລ. ຫລັງຈາກອຳລາຈາກໜ້າທີ່ວຽກງານລັດ ແລະ ເຂົ້າສູ່ໄວບຳນານ, ຫລາຍຄົນອາດເລືອກ ພັກຜ່ອນ ຢູ່ເຮືອນ, ແຕ່ສຳລັບ ທ່ານ ນາງ ແພງ ກັນຍາພີມ ອະດີດຮອງເຈົ້າແຂວງຫົວພັນ, ໄວບຳນານກັບກາຍເປັນໂອກາດໃໝ່ໃນການຫັນມາເຮັດກະສິກຳຢ່າງຈິງຈັງຈົນປະສົບຜົນສຳເລັດຢ່າງໜ້າພໍໃຈ.

    • 10  ສະຖານທີ່ທ່ອງທ່ຽວຂອງນະຄອນຫລວງທີ່ບໍ່ຄວນພາດ ບົດ-ສາລະຄະດີ

      10 ສະຖານທີ່ທ່ອງທ່ຽວຂອງນະຄອນຫລວງທີ່ບໍ່ຄວນພາດ

      8/26/2026 1:30:36 PM

      ຂປລ. ນະຄອນຫລວງວຽງຈັນ ເປັນເມືອງທີ່ມີສະເໜ່ເປັນເອກະລັກອຸດົມໄປດ້ວຍວັດທະນະທຳ, ປະຫວັດສາດ, ສິລະປະ ແລະ ຄວາມງົດງາມຂອງທຳມະຊາດແຄມຝັ່ງແມ່ນ້ຳຂອງ ​ເຊິ່ງ​ເປັນ​ອີກໜຶ່ງຈຸດໝາຍປາຍທາງ​ການທ່ອງທ່ຽວ ຂອງ​ນັກ​ທ່ອງ​ທ່ຽວ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ທີ່​ຫລັ່ງ​ໄຫລ​ເຂົ້າ​ມາ​ສໍາຜັດ​ຄວາມ​ສວຍ​ງາມ​ນີ້​ຢ່າງ​ບໍ່​ຂາດ​ສານ​ໃນ​ແຕ່​ລະ​ມື້ ​​ເນື່ອງ​ຈາກ​ວ່າ ນະຄອນຫລວງ​ວຽງຈັນ

    • ເປົ້າໝາຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ຂອງພັກ ບົດ-ສາລະຄະດີ

      ເປົ້າໝາຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ຂອງພັກ

      8/26/2026 1:23:18 PM

      ຂປລ. ໃນທ່າມກາງບັນຍາກາດທີ່ທົ່ວພັກ-ລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ພວມເລັ່ງເຊື່ອມຊືມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຢ່າງເປັນຂະບວນຟົດຟື້ນນັ້ນ, ກໍຍັງໄດ້ເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດມະຕິວ່າດ້ວຍ ການສ້າງເສດຖະກິດເອກະ ລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່

    • ຫວນຄືນເຫດການສຳຄັນ ວັນທີ 23 ສິງຫາ ປີ 1975ບົດ-ສາລະຄະດີ

      ຫວນຄືນເຫດການສຳຄັນ ວັນທີ 23 ສິງຫາ ປີ 1975

      8/26/2026 1:13:56 PM

      ຂປລ. ວັນທີ 23 ສິງຫາ 1975 ແມ່ນວັນສຳຄັນວັນໜຶ່ງໃນປະຫວັດສາດການປະຕິວັດລາວ ເປັນເຫດການທີ່ສະແດງເຖີງການປ່ຽນຜ່ານອຳນາດການປົກຄອງໃນນະຄອນຫລວງວຽງຈັນ ກ່ອນການສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975.


Top