KPL
ຂປລ. ໂຄງການໄຟຟ້າພະລັງງານລົມ ເຈື່ອງເຊີນ ແມ່ນໂຄງການໜຶ່ງທີ່ໄດ້ປະກອບສ່ວນສຳຄັນ ໃນການພັດທະ ນາເສດຖະກິດ-ສັງຄົມ ຂອງເມືອງຄຳເກີດ ແຂວງບໍລິຄຳໄຊ

ຂປລ. ໂຄງການໄຟຟ້າພະລັງງານລົມ ເຈື່ອງເຊີນ ແມ່ນໂຄງການໜຶ່ງທີ່ໄດ້ປະກອບສ່ວນສຳຄັນ ໃນການພັດທະ ນາເສດຖະກິດ-ສັງຄົມ ຂອງເມືອງຄຳເກີດ ແຂວງບໍລິຄຳໄຊ ໂດຍສະເພາະ ແມ່ນບັນດາກິດຈະກຳຊ່ວຍເຫລືອສັງຄົມ ທາງດ້ານກະສິກຳ, ການສຶກສາ, ສາທາລະນະສຸກ, ຖະໜົນຫົນທາງ ຢູ່ບັນດາບ້ານຢູ່ໃນພື້ນທີ່ໂຄງການ ຊຶ່ງໃນປີ 2025 ນີ້, ທາງໂຄງການກໍໄດ້ເລີ່ມຈັດຕັ້ງປະຕິບັດ ບັນດາກິດຈະກຳຕ່າງໆ. ອັນພົ້ນເດັ່ນແມ່ນກິດຈະກຳສົ່ງເສີມ ການປູກເຂົ້າ ແລະ ມັນຕົ້ນ ຄາດວ່າຜົນຜະລິດຈະໄດ້ເພີ່ມຂຶ້ນ ຫລາຍກວ່າປີຜ່ານມາ.
ທ່ານ ແສງແກ້ວ ໃສມະນີ ຮອງເຈົ້າເມືອງຄຳເກີດ ແຂວງບໍລິຄຳໄຊ ໃຫ້ສຳພາດຕໍ່ນັກຂ່າວ ໜັງສືພິມປະເທດລາວເມື່ອບໍ່ດົນມານີ້ວ່າ: ໂຄງການໄຟຟ້າພະລັງງານລົມ ເຈື່ອງເຊີນ ແມ່ນໂຄງການໜຶ່ງທີ່ບໍລິສັດຮຸນສ່ວນພັດທະນາ ພະລັງງານລົມລາວ ຫວຽດ ໄດ້ເຊັນສັນຍາຈັດຕັ້ງປະຕິບັດ ໂຄງການກັບລັດຖະບານ ສປປ ລາວ ຊຶ່ງໄດ້ເລີ່ມຈັດຕັ້ງປະຕິບັດໂຄງການມາແຕ່ປີ 2024 ເປັນຕົ້ນມາ. ໂຄງການດັ່ງກ່າວ ກວມເອົາສອງເມືອງຄື ເມືອງຄຳເກີດ ແລະ ເມືອງໄຊຈຳພອນ. ໃນນັ້ນ, ສຳລັບເມືອງຄຳເກີດ ແມ່ນກວມເອົາ 5 ບ້ານຄື: ທົ່ງເປ, ນາແປ, ນາຫາດ, ຫາງນາ ແລະ ບ້ານນາເມືອງ ເປັນໂຄງການໃຫຍ່ ແລະ ຈັດຕັ້ງປະຕິບັດສຳເລັດໄວ ໂດຍມາຮອດປັດຈຸບັນແມ່ນສຳເລັດເກືອບ 100% ທັງໄດ້ເລີ່ມທົດລອງຈ່າຍໄຟຟ້າ. ແນວໃດກໍດີ, ໂຄງການດັ່ງກ່າວ ກໍແມ່ນໂຄງການໜຶ່ງທີ່ໄດ້ປະກອບສ່ວນ ສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງລັດ, ເວົ້າລວມ, ເວົ້າສະເພາະ ແຂວງບໍລິຄຳໄຊ ກໍຄືເມືອງຄຳເກີດ ຊຶ່ງທາງໂຄງການ ກໍໄດ້ມີການປະກອບສ່ວນຫລາຍໆກິດຈະກຳ ໃນບັນດາບ້ານທີ່ຢູ່ໃນພື້ນທີ່ຂອງໂຄງການ ໂດຍສະເພາະ ແມ່ນພື້ນຖານໂຄງລ່າງ, ນ້ຳບາດານ-ນ້ຳສະອາດໃຫ້ປະຊາຊົນໄດ້ຊົມໃຊ້, ປັບປຸງກໍ່ສ້າງເສັ້ນທາງ ແຕ່ທາງເລກ 8 ຫາບ້ານນາເຮືອງ ມີໄລຍະທາງ 19 ກິໂລແມັດ, ຄາດວ່າຈະໄດ້ປູອັບສະຟ່າມ ໃຫ້ສຳເລັດຢູ່ໃນໄຕມາດໜຶ່ງໃນປີ 2026 ນີ້. ນອກຈາກນີ້, ຍັງໄດ້ກໍ່ສ້າງເສັ້ນທາງປູຢາງແຕ່ບ້ານທົ່ງແປ-ບ້ານນາເມືອງໄລຍະທາງ 25 ກິໂລແມັດ. ພ້ອມນີ້, ໂຄງການຍັງໄດ້ປະກອບສ່ວນທາງດ້ານສຶກສາ, ວຽກສາທາລະນະສຸກ ແລະ ກິດຈະກຳອື່ນໆ.
ສຳລັບການພັດທະນາປັບປຸງຊີວິດການເປັນຢູ່ ຂອງປະຊາຊົນທາງບໍລິສັດກໍມີການຊຸກຍູ້ ສົ່ງເສີມປະຊາຊົນປູກເຂົ້າ ຊຶ່ງໃນປີ 2025 ນີ້ ກໍໄດ້ມີການສົ່ງເສີມປູກເຂົ້າຈຳນວນ 10 ຄອບຄົວ ໂດຍທາງໂຄງການກໍໄດ້ສົ່ງວິຊາການລົງຊຸກ ຍູ້ແນະນຳທາງດ້ານເຕັກນິກ ແລະ ນຳພາປະຊາຊົນເຮັດຕົວຈິງ ນັບແຕ່ໄຖ, ຄາດຈົນຮອດການປັກດຳ, ການບົວລະບັດຮັກ ສາ. ນອກນີ້, ຍັງໄດ້ສົ່ງເສີມການປູກມັນຕົ້ນຄາດວ່າ ຜົນຜະລິດໃນປີນີ້ ຈະໄດ້ສູງຂຶ້ນກວ່າປີຜ່ານມາ. ການສົ່ງເສີມປູກເຂົ້າ ກໍເພື່ອຮັບປະກັນຄວາມໝັ້ນຄົງ ດ້ານສະບຽງອາຫານໃຫ້ແກ່ປະຊາຊົນ ແລະ ຮັກສາຄວາມໝັ້ນຄົງ ຂອງຊີວິດການເປັນຢູ່ຂອງທ້ອງຖິ່ນ. ທ່ານ ແສງແກ້ວ ໃສມະນີ ກ່າວ.
ໂດຍ: ຢ່າຕົ່ງ
KPL