ຈີນ ຈະຫລຸດພາສີຢາຕ້ານມະເຮັງ-ພະຍາດອື່ນ

23/11/2022 12:14
Email Print 428
KPL ຈີນ ຈະປັບຫລຸດ ພາສີ ມູນຄ່າເພີ່ມ ເປັນ 3% ສຳລັບການ ນໍາເຂົ້າ ຢາຕ້ານມະເຮັງ ແລະ ຢາປິ່ນປົວ ພະຍາດອື່ນໆ ລວມເຖິງການຜະລິດ ແລະ ຈັດຈຳໜ່າຍ ພາຍໃນປະເທດ .

ຂປລ.ສຳນັກ​ຂ່າວ ຊິນ​ຮວາ​ຂອງ ສປຈີນ ລາຍ​ງານ​ວ່າ: ຈີນ ຈະ​ປັບ​ຫລຸດ ​ພາສີ ມູນ​ຄ່າ​ເພີ່ມ ​ເປັນ 3% ສຳລັບ​ການ​ ນໍາ​ເຂົ້າ ຢາ​ຕ້ານ​ມະ​ເຮັງ ​ແລະ ຢາ​ປິ່ນປົວ​ ພະຍາດ​ອື່ນໆ  ລວມ​ເຖິງ​ການ​ຜະລິດ ​ແລະ ຈັດ​ຈຳໜ່າຍ ພາຍ​ໃນ​ປະ​ເທດ . ຖະ​ແຫລ​ງການ​ ຈາກກະຊວງ ​ການ​ເງິນ​ຂອງ ຈີນ ​ແລະ ໜ່ວຍ​ງານ​ ລັດຖະບານ​ອື່ນໆ ລະບຸ​ວ່າ: ຢາ ​ແລະ ສານອອກ​ທິນ ທາງ​ການ​ຢາ ລວມ 71 ລາຍການ ຈະ​ໄດ້​ຮັບປະ​ໂຫຍ​ດ ຈາ​ກການ​ປັບ​ຫລຸດ ພາສີ​ຊຸດ​ໃໝ່ ຕັ້ງ​ແຕ່​ວັນ​ທີ 1 ທັນວາ ປີ​ນີ້ ​ເປັນ​ຕົ້ນ​ໄປ. ຊຶ່ງ​ການ​ເຄື່ອນ​ໄຫວ ດັ່ງກ່າວ ​ແນ​ໃສ່ ຫລຸດ​ຕົ້ນ​ທຶນ ສຳລັບ​ຄົນ​ເຈັບ ​ແລະ ສົ່ງ​ເສີມ ອຸດສາຫະກຳ ການ​ຢາ ຂອງ​ຈີນ, ​ໂດຍ​ຢາ ​ແລະ ສານ​ເບື້ອງ​ຕົ້ນ ຖືເປັນ​ຢາ ຕ້ານ​ມະ​ເຮັງ, ຢາ​ປິ່ນປົວ​ ພະຍາດ​ອື່ນໆ ​ແລະ ​ສານອອກ​ທິນ ທາງ​ການ​ຢາ ຊຸດ​ທີ 3 ​ທີ່​ໄດ້​ປະ​ໂຫຍ​ດ ຈາກ​ນະ​ໂຍບາຍ ປັບຫລຸດ​ພາສີ ນັບ​ແຕ່​ປີ 2018.

(ບັນນາທິການຂ່າວຕ່າງປະເທດ, ຮຽບຮຽງໂດຍ: ນ ດາວັນ).

 

KPL

ຂ່າວອື່ນໆ


Top