KPL
*ເມືອງນາກາຍ ແຂວງຄຳມ່ວນ ໃນບໍລິເວນຂອງອ່າງເກັບນ້ຳ ກໍ່ເປັນບ່ອນທີ່ຢູ່ອາໄສ ແລະ ຂະຫຍາຍພັນຂອງປານາໆ ຊະນິດ ເຮັດໃຫ້ເຂດດັ່ງກ່າວອຸດົມສົມບູນ ແລະ ມີປາຫລາກຫລາຍຊະນິດອາໄສຢູ່ ຈຶ່ງເປັນເງື່ອນໄຂທີ່ດີຂອງຊາວປະ ມົງໃນເຂດດັ່ງກ່າວ.
*ເມືອງນາກາຍ ແຂວງຄຳມ່ວນ ພາຍຫລັງທີ່ມີການສ້າງເຂື່ອນໄຟຟ້ານ້ຳເທີນ 2 ໂດຍໄດ້ມີການຕັນແລວນ້ຳແລ້ວປ່ອຍລົງອີກທາງໜຶ່ງທີ່ບໍລິສັດໄດ້ສ້າງຂຶ້ນ ເພື່ອຜະລິດກະແສໄຟຟ້າພ້ອມດຽວກັນນັ້ນໃນບໍລິເວນຂອງອ່າງເກັບນ້ຳກໍ່ຍັງເປັນບ່ອນທີ່ຢູ່ອາໄສ ແລະ ຂະຫຍາຍ ພັນ ຂອງປານາໆຊະນິດເຮັດໃຫ້ເຂດດັ່ງ ກ່າວອຸດົມສົມບູນ ແລະ ມີປາຫລາກຫລາຍຊະນິດອາໄສຢູ່ ຈຶ່ງເປັນເງື່ອນໄຂທີ່ດີຂອງຊາວປະມົງໃນເຂດດັ່ງກ່າວນີ້ໄດ້ມີອາຊີບ ເພື່ອຫາລາຍຮັບເຂົ້າສູ່ຄອບຄົວແກ້ໄຂຊີວິດການ ເປັນຢູ່ໃຫ້ດີຂຶ້ນເທື່ອລະກ້າວ.
ຄອບຄົວຂອງນາງຕ້າ ກໍ່ແມ່ນຄອບຄົວໜຶ່ງ ທີ່ປະກອບອາຊີບປະມົງ (ຫາປາ) ອາໄສຢູ່ບ້ານທ່າລັ່ງ ເມືອງນາກາຍກ່າວວ່າ: ໃນເມື່ອກ່ອນນີ້ ແມ່ນມີຄວາມ ຫຍຸ້ງຍາກຫລາຍ ໃນການປະກອບອາຊີບການປະມົງ ເນື່ອງຈາກວ່າ ບໍ່ມີຕະຫລາດຮອງຮັບ ໃນການຈຳໜ່າຍ ແລະ ການຫາປາ ແມ່ນຍັງເປັນລັກສະນະແບບກະແຈກ ກະຈາຍ ຫາ ແລະ ຂາຍຕາມເງື່ອນໄຂ ຂອງໃຜລາວ, ບາງຄັ້ງຫາປາມາແລ້ວ ໄດ້ອອກໄປຂາຍ ຢູ່ຕະຫລາດ ໃນເທສະບານເມືອງ ຕ້ອງໄດ້ເດີນທາງ ຫລາຍກິໂລແມັດ. ເຊິ່ງ ມາຮອດປະຈຸບັນ ໂດຍສະເພາະແມ່ນເລີ່ມແຕ່ມີ ໂຄງການເຂື່ອນໄຟຟ້ານ້ຳເທີນ 2 ແມ່ນມີຄວາມສະດວກຫລາຍດ້ານ ໂດຍທາງໂຄງການໄດ້ ປະສານສົບທົບ ກັບຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແນະນຳເຕັກນິກ, ວິທີການເປັນຕົ້ນແມ່ນການຈັດຕັ້ງເປັນກຸ່ມລວມ ເຖິງການຊອກຫາຕະຫລາດ ເພື່ອສະດວກໃນການຈຳ ໜ່າຍຂອງຊາວປະມົງ ເຊິ່ງປັດຈຸບັນ ແມ່ນມີແມ່ຄ້າ ມາຮັບຊື້ເຖິງທີ່ ໂດຍສ່ວນໃຫຍ່ ແມ່ນແມ່ຄ້າມາຈາກ ນະຄອນຫລວງວຽງຈັນ, ສະຫວັນນະເຂດ, ຫລັກ 20 (ແຂວງບໍລິຄຳໄຊ) ແລະ ທ່າແຂກ ໃນລາຄາປາແຕ່ລະຊະນິດ ທີ່ແຕກຕ່າງກັນ ເຊັ່ນ: ປານິນລາຄາ 8.000 ກີບຕໍ່ກິໂລ, ປາໄນ 15.000 ກີບ, ປາດຸກ 20.000 ກີບ, ປາສູດ 8.000 ກີບ, ປາຫລາດ 15.000 ກີບ ແລະ ປາເຄິງ 45.000 ກີບຕໍ່ກິໂລ ສະເລ່ຍແລ້ວ ຈາກການຫາປາ ຂອງຄອບຄົວ ນາງ ຕ້າ ສາມາດສ້າງລາຍຮັບ ໄດ້ຕໍ່ມື້ປະມານ 150.000 ຂຶ້ນໄປ.
ນອກຈາກກຸ່ມປະມົງແລ້ວ ຍັງມີກຸ່ມຜະລິດຕະພັນປາ ທີ່ເຮັດໜ້າທີ່ເປັນລັກສະນະແບບຕ່ອງໂສ້ກັບກຸ່ມຫາປາໂດຍນຳເອົາປາດັ່ງກ່າວ ທີ່ຫາມາໄດ້ແລ້ວນຳໄປ ແປຮູບເປັນຜະລິດຕະພັນຕ່າງໆ ເຊັ່ນ: ປາແຫ້ງໂຕ, ປາແຫ້ງຕ່ອນ, ປາແຫ້ງຫລອດ, ປາແດດດຽວ, ປາເຂັງ ເຄັມ, ປາເຂັງແດດດຽວ ແລະ ປານິນຕ່ອນແດດດຽວ, ປາສົ້ມຕ່ອນ, ປາສົ້ມໂຕ, ປາສົ້ມຫໍ່, ປາເຄັມ, ປາຫວານ, ປາຝອຍ ແລະ ອື່ນໆ. ສ່ວນການຈຳໜ່າຍ ແມ່ນຂຶ້ນກັບລູກຄ້າ ສາມາດມາຊື້ໄດ້ກັບທີ່ ຫລື ສັ່ງ ຊື້ກໍ່ໄດ້. ທ່ານ ນາງ ໄຂ ໄຊຍະວົງສາ ຫົວໜ້າສະຫະພັນແມ່ ຍິງບ້ານທ່າລັ່ງ ທັງເປັນຫົວໜ້າກຸ່ມ ປຸງແຕ່ງກ່າວວ່າ: ສຳລັບກຸ່ມຜະລິດຕະພັນປາ ແມ່ນໄດ້ເລີ່ມລົງມືເຮັດ ແຕ່ ເດືອນກຸມພາ 2015 ເປັນຕົ້ນມາ ໂດຍໄດ້ຮັບການຝຶກອົບຮົມ ທາງດ້ານເຕັກນິກ, ວິທີການຈາກໂຄງການນ້ຳເທີນ 2 ຫລັງຈາກໄດ້ເລີ່ມລົງມືເຮັດແລ້ວ ເຫັນໄດ້ ວ່າຜະລິດຕະພັນດັ່ງກ່າວ ແມ່ນສາມາດຕອບສະໜອງ ແກ່ລູກຄ້າໄດ້ດີ ເຫັນໄດ້ວ່າ ຜະລິດຕະພັນດັ່ງກ່າວ ເປັນອັນໃໝ່ ແລະ ໂດດເດັ່ນທີ່ມີຊື່ສຽງອີກຢ່າງໜຶ່ງພາຍໃນບ້ານ ເຊິ່ງກຸ່ມ ຜະລິດຕະພັນປາ ປະຈຸບັນມີ 5 ກຸ່ມຄື: ກຸ່ມທ່າລັ່ງ, ໜອງບົວຄຳ, ສົບເຮ້ຍ, ນໍ້ານຽມ ແລະ ກຸ່ມອຸດົມສຸກ, ມີສະມາຊິກ ທັງໝົດ 25 ຄົນ ລາຍ ຮັບຈາກການຂາຍ ຜະລິດຕະພັນ ປະມານ 800.000 ຕໍ່ຄົນຕໍ່ເດືອນ.
KPL