ການປູກພືດປອດສານຜິດເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ

09/10/2023 17:00
Email Print 918
KPL ປະຊາຊົນລາວມີມູນເຊື້ອດໝັ່ນຂະຫຍັນພຽນ ໃນການປູກຝັງລ້ຽງສັດເພື່ອສ້າງເສດຖະກິດຄອບຄົວ ໃຫ້ກຸ້ຢ່ກຸ້ກິນຕາແນທານໂຍບາຍ ພັກ-ລັດ ທີຍາໃດກໍໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ຫລຸດພົ້ນຈາກຄວາມທຸກຍາກ ເທື່ອລະກ້າວ.

   *ປະຊາຊົນລາວມີມູນເຊື້ອດໝັ່ນຂະຫຍັນພຽນ ໃນການປູກຝັງລ້ຽງສັດເພື່ອສ້າງເສດຖະກິດຄອບຄົວ  ໃຫ້ກຸ້ຢ່ກຸ້ກິນຕາແນທານໂຍບາພັກ-ລັດ ທີຍາໃດກໍໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ຫລຸດພົ້ນຈາກຄວາມທຸກ
ຍາກເທື່ອລະກ້າວ.   ເມື່ອເວົ້າເຖິງການຜະລິດເຖິງຈະຕິດພັນກັບປະຊາຊົນມາຍາວນານ  ແຕ່ເມື່ອກ່ອນຍັງຜະລິດແບບປະຖົມປະຖານຍັງບໍມີລັກສະນະວິທະຍາສາດ ແຕ່ມາດຽວນີ້ການຜະລິດກະສິກໍາມີການນໍາໃຊ້ເຕັກນິກວິຊາການຫລາຍຂຶ້ນຈຶ່ງເຮັດໃຫ້ຜົນ
ຜະລິດຂອງປະຊາຊົນ  ໄດ້ຮັບໝາກຜົນດີສ້າງລາຍຮັບເຂົ້າຄອບຄົວ ຫລາຍລ້ານກີບຕໍ່ປີ  ເໝືອນດັ່ງປະຊາຊົນລາວ ນາງ  ໂພຄໍາ ເພັດເມືອງພວນ ຊາວກະສິກອນປູກຜັກປອດສານເຄມີ ຢູ່ບ້ານທົ່ງມັ້ງເມືອງໄຊທານີ ນະຄອນຫລວງວຽງຈັນ.  ນາງ ໂພຄໍາ ເພັດ
ເມືອງພວນ ຜູ້ປະກອບການຜັກປອດສານພິດເວົ້າໃຫ້ຟັງວ່າ:  ກ່ອນທີ່ຈະມາປູກຜັກກະສິກໍາສະອາດ ກໍປູກຜັກເຄມີ   ແລະ  ເຮັດໄຮ່,  ເຮັດນາທໍາມະດາ  ແຕ່ມາໄລຍະປີ 2016 ຈຶ່ງໄດ້ເຂົ້າຮ່ວມໂຄງການ ປູກຜັກປອດສານພິດ  ຫລື ຜັກປອດສານພິດ ເພາະປະຊາ
ຊົນພາຍໃນບ້ານໄດ້ຫັນປ່ຽນຈາກການປູກຜັກເຄມີ ສູ່ການປູກຜັກປອດສານພິດ ຕົນເອງຈຶ່ງຕັດສິນໃຈເຂົ້າຮ່ວມ  ແຕ່ປີ 2016  ເປັນຕົ້ນມາເຫັນວ່າມີຜົນດີຫລາຍຢ່າງ ທໍາອິດຄືເລື່ອງສຸຂະພາບທ່ີດີຂຶ້ນ ເພາະວ່າບໍ່ໄດ້ນໍາໃຊ້ສານເຄມີເຂົ້າໃນການຜະລິດສຸຂະພາບ
ດີຂຶ້ນ  ເມື່ອເຮົານໍາຜັກມາກິນກໍ່ສະບາຍ ໃຈບໍ່ຕ້ອງຢ້ານເລື່ອງສານເຄມີຕົກຄ້າງ ສ່ວນເລື່ອງລາຄາຂາຍກ່ໍດີ  ເພາະວ່າບ່ໍໄດ້ຜ່ານແມ່ຄ້າ ຄົນກາງເຮົາສາມາດກໍານົດລາຄາເອງຕາມຄວາມ ເໝາະສົມ  ແລະ ຕ້ອງບໍ່ຫລຸດ ຫລື  ແພງກວ່າສະມາຊິກພາຍໃນກຸ່ມ. ສໍາລັບຕະຫລາດຂາຍ ແມ່ນຂາຍຢູໄອເຕັກທຸກໆວັນພຸດ  ແລະ ວັນເສົາ  ໂດຍແຕ່ລະເທື່ອທີ່ມາຂາຍຈະສາມາດສ້າງລາຍຮັບປະມານ 7- 8  ແສນກີບ.  ແນວໃດກໍ່ດີເຖິງວ່າຜັກປອດສານພິດ ຈະ ເປັນທີ່ຕ້ອງການຂອງຕະຫລາດແຕ່ໃນໄລຍະນີ້ແມ່ນປູກຍາກ
ຫລາຍຜັກນານໃຫຍ່ ຖ້າບໍ່ໄດ້ປູກໃນເຮືອນຮົ່ມ  ໄລຍະນີ້ຕ້ອງເລືອກປູກຜັກທີ່ມີຄວາມທົນທານເປັນຕົ້ນ : ຜັກກາດຕົດ, ກາດດອກ, ບົ້ງ, ຫົມ, ໝາກຖົ່ວ, ໝາກບວບ  ແລະ ອື່ນໆ.

     ນາງ  ໂພຄໍາ  ເວົ້າຕື່ມວ່າ: ຈະເຮັດອາຊີບໃດກໍ່ຕາມຍ່ອມມີຄວາມຫຍຸ້ງຍາກ ແລະ ອຸປະສັກກັນທັງນັ້ນ ຂຶ້ນຢູ່ທີ່ວ່າເຮົາຈະມີຄວາມພະຍາຍາມ ແລະ ອົດທົນພາກພຽນສໍ່າໃດເພື່ອຜ່ານຜ່າອຸປະສັກໄປໄດ້ຈົນກ້າວໄປສູ່ ຄອບ ຄົວທີ່ມີລາຍຮັບທີ່ໝັ້ນຄົງ ມີເຮືອນຢູ່ຖາວອນ ມີເງິນຝາກທະນາຄານ ແລະ ແຮ່ໄວ້ເວລາເຈັບເປັນຕື່ມອີກ, ສົມກັບຄຳວ່າດຸ ໝັ່ນອົດທົນພາຄອບຄົວມີຊີວິການເປັນຢູ່ດີຂື້ນ.

KPL

ຂ່າວອື່ນໆ


Top