ສ.ອາເມລິກາ ຈະຜ່ອນຄາຍ ມາດຕະການລົງໂທດ ຕໍ່ການຄ້າ ນ້ຳມັນກາຊວນ ຂອງລັດເຊຍ

12/10/2026 12:13
Email Print 347
KPL ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ​ໄດ້ສົນ​ທະ​ນາ​ ທາງ​ໂທ​ລະ​ສັບ​ກັບ ທ່ານ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ ສ.​ອາ​ເມ​ລິ​ກາ, ໂດຍສອງ​ຝ່າຍ​ ໄດ້​ບັນ​ລຸ​ຄວາມ​ເຫັນ ​​ເປັນເອ​ກະ​ພາບ​ກັນ​ ກ່ຽວ​ກັບ​ການ​ສະ​ໜອງ ​ນ້ຳ​ມັນ​ກາ​ຊວນ​ ຂອງ​ຣັດ​ເຊຍ​ ໃຫ້​ແກ່ ສ.​ອາ​ເມ​ລິກາ ​ແລະ ​ຕະ​ຫລາດ​ໂລກ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນ​ທີ 9 ຕຸ​ລາ​ນີ້, ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ​ ໄດ້ສົນ​ທະ​ນາ​ ທາງ​ໂທ​ລະ​ສັບ​ກັບ ທ່ານ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ ສ.​ອາ​ເມ​ລິ​ກາ, ໂດຍສອງ​ຝ່າຍ​ ໄດ້​ບັນ​ລຸ​ ຄວາມ​ເຫັນ​​ ເປັນເອ​ກະ​ພາບ​ກັນ​ ກ່ຽວ​ກັບ​ ການ​ສະ​ໜອງ​ ນ້ຳ​ມັນ​ກາ​ຊວນ​ ຂອງ​ຣັດ​ເຊຍ​ ໃຫ້​ແກ່ ສ.​ອາ​ເມ​ລິກາ ​ແລະ ​ຕະ​ຫລາດ​ໂລກ. ​ໃນມື້​ດຽວ​ກັນ, ກະ​ຊວງ​ການ​ເງິນ ​ຂອງ ສ.ອາ​ເມ​ລິ​ກາ​​ ປະ​ກາດ​ວ່າ: ຈະ​ຜ່ອນ​ຄາຍ​ ມາດ​ຕະ​ການ​ ​ລົງ​ໂທດ​ຕໍ່​ ການ​ຄ້າ ​ນ້ຳ​ມັນ​ກາ​ຊວນ​ ຂອງ​ລັດ​ເຊຍ ​ໃນ​ອີກ​ບໍ່​ເທົ່າ​ໃດ​ເດືອນ​ຕໍ່​ໜ້າ​. ນັກ​ວິ​ເຄາະ​ເຫັນ​ວ່າ: ການ​ຕົກ​ລົງດັ່ງ​ກ່າວ​ ຂອງລັດ​ຖະ​ບານ​ ໂດນັນ ທ​ຣຳ ​​ມີ​ຈຸດ​ປະ​ສົງ​ເພື່ອ​ຜ່ອນ​ຄາຍ ​ສະ​ຖາ​ນະ​ການ​ເຄັ່ງ​ຕຶງ​ ຂອງ​ການ​ສະ​ໜອງ ​ນ້ຳ​ມັນ​ກາ​ຊວນ ​ພາຍ​ໃນ​ປະ​ເທດ​ ກ່ອນ​ການ​ເລືອກ​ຕັ້ງ ກາງສະ​ໄໝ​ ຂອງ​ ສ.ອາ​ເມ​ລິ​ກາ, ຫລຸດ​ຜ່ອນ​ຜົນ​ກະ​ທົບ ​ຂອງ​ລາ​ຄາ​ນ້ຳ​ມັນ​ທີ່​ສູງ ໃນ​ໂອ​ກາດ​ ການ​ເລືອກ​ຕັ້ງ​ ຂອງ​ພັກ​ຣີ​ພັບ​ລີ​ກັນ. ແຕ່​ຍ້ອນ​ຫລາຍ​ປັດ​ໄຈ, ຜົນ​ກະ​ທົບ​ຕົວ​ຈິງ​ ຂອງ​ການ​ສະ​ໜອງ ນ້ຳ​ມັນ​ກາ​ຊວນ​ ຈາກ​ລັດ​ເຊຍ​ເຂົ້າ​ຕະ​ຫລາດ ​​ຕໍ່​ການ​ຮັກ​ສາ ​ສະ​ຖຽນ​ລະ​ພາບ​ ຂອງລາ​ຄາ​ນ້ຳ​ມັນເຊື້ອ​ໄຟ​ ໃນ​ສາ​ກົນ ​ອາດ​ຈະ​ມີ​ຈຳ​ກັດ. ​ຢູ່ພາຍ​ໃນ​ປະ​ເທດ ສະຫະລັດ ​ອາ​ເມ​ລິ​ກາ ​ກໍ່​ມີ​ຫາ​ງ​ສຽງ​ຕິ​ຕຽນ​ຕໍ່​ເລື່ອງ​ນີ້, ໂດຍ​ເຫັນ​ວ່າ ທ່ານ ໂດນັນ ທ​ຣຳ ​ຍອ​ມ​ອ່ອນ​ຂໍ້​ໃຫ້​ຕໍ່​ ລັດ​ເຊຍ ​ແຕ່​ຝ່າຍ​ດຽວ​ ​ເພື່ອ​ຜົນ​ປະ​ໂຫຍດ​ ທາງ​ການ​ເລືອກ​ຕັ້ງ ຈະ​ທຳ​ລາຍ​ຜົນ​ປະ​ໂຫຍດ​ຂອງ​ພັນ​ທະ​ມິດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top