ດ່ານຊິ່ນຫາງກາງ ເປີດໃຫ້ບໍລິການ ຢ່າງເປັນທາງການ

12/10/2026 12:14
Email Print 366
KPL ຫລັງຈາກ ການຍົກລະດັບ ແລະ ປັບປຸງມາເປັນເວລາ 7 ປີ, ໃນວັນທີ 12 ຕຸ​ລານີ້, ດ່ານຊິ່ນ​​ຫາງກາງ ທີ່ເຊື່ອມຕໍ່ນະ​ຄອນ ເ​ສີນເຈີ້ນ ແລະ ​ເຂດ​ບໍ​ລິ​ຫານ​ພິ​ເສດຮົງກົງ ຂອງ​ ສປ ຈີນ ໄດ້ເປີດ​​ບໍ​ລິ​ການຢ່າງເປັນທາງການ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ຫລັງຈາກ ການຍົກລະດັບ ແລະ ປັບປຸງມາເປັນເວລາ 7 ປີ, ໃນວັນທີ 12 ຕຸ​ລານີ້, ດ່ານຊິ່ນ​​ຫາງກາງ ທີ່ເຊື່ອມຕໍ່ນະ​ຄອນ ເ​ສີນເຈີ້ນ ແລະ ​ເຂດ​ບໍ​ລິ​ຫານ​ພິ​ເສດຮົງກົງ ຂອງ​ ສປ ຈີນ ໄດ້ເປີດ​​ບໍ​ລິ​ການຢ່າງເປັນທາງການ. ດ່ານແຫ່ງໃໝ່ນີ້ ໄດ້ນຳໃຊ້ການຈັດວາງ "​ປະ​ຕູດຽວ​ຄັ້ງ​ດຽວ" ແລະ ຮູບແບບ ​ຜ່ານ​ດ່ານແບບໃໝ່​ທີ່ "ຮ່ວມມືກວດກາ, ປ່ອຍຜ່ານ​ດ່ານຄັ້ງດຽວ", ເຮັດ ໃຫ້ ເວລາ​ໃນການ​ຜ່ານ​ດ່ານ ຂອງຜູ້​ໂດຍ​ສານ ຫລຸດລົງຈາກ 30 ນາທີ ​ໃນ​ເມື່ອ​ກ່ອນ ເຫລືອພຽງ 5 ນາທີ ​ເທົ່າ​ນັ້ນ, ການເຂົ້າອອກ​ດ່ານ​ ຈະມີຄວາມສະດວກ ຫລາຍກວ່າ​ເກົ່າ. ດ່ານຊິ່ນ​​ຫາງກາງ​ໄດ້​ຮັບ​ການ​ປັບ​ປຸງຍົກລະດັບ ໂດຍ​ການ​ຮື້​ຖອນ​ ແລະ ​ກໍ່​ສ້າງຄືນໃໝ່ທັງ​ໝົດ ຢູ່ສະຖານທີ່ເດີມ, ໃຕ້ດິນມີ 4 ຊັ້ນ ແລະ ເທິງ​ໜ້າດິນ 5 ຊັ້ນ, ເນື້ອທີ່ກໍ່ສ້າງລວມ ທັງໝົດ 689.700 ຕາແມັດ. ປັດ​ຈຸ​ບັນ ເປັນດ່ານ ທາງບົກ ອາ​ຄານດຽວ ທີ່ໃຫຍ່ທີ່ສຸດ ໃນໂລກ, ຍັງເປັນດ່ານທາງບົກ​ພຽງແຫ່ງດຽວ ລະຫວ່າງ ນະ​ຄອນເ​ສີນເຈີ້ນ ແລະ ​ເຂດຮົງກົງ ທີ່ເປີດບໍລິການ ກວດຄົນເຂົ້າ-ອອກດ່ານ ຕະ​ຫລອດ 24 ຊົ່ວໂມງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top