ສປ ຈີນ ຍິງສົ່ງດາວທຽມ 5 ດວງສຳເລັດ

25/07/2026 08:24
Email Print 385
KPL ສປ ຈີນ ​ໄດ້​ນຳ​ໃຊ້​ຈະ​ຫລວດ ​ສົ່ງ​ຍານ​ລີ້​ຈ້ຽນ 1 -Y15, ​ຍິງ​ສົ່ງ​ດາວ​ທຽມ​ ຈຳ​ນວນ 5 ດວງ ​ຂຶ້ນ​ສູ່​ອະ​ວະ​ກາດ ​ດ້ວຍ​ຜົນ​ສຳ​ເລັດ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນ​ທີ 24 ກໍ​ລະ​ກົດ 2026 ຕາມ​ເວ​ລາ​ປັກ​ກິ່ງ ​ຢູ່​ເຂດ​ທົດ​ລອງ​ ການ​ປະ​ດິດ​ສ້າງ​ ການ​ບິນ​ອະ​ວະ​ກາດ​ ການ​ຄ້າ ​ຕົ່ງ​ເຟີ່ງ, ສປ ຈີນ ​ໄດ້​ນຳ​ໃຊ້​ຈະ​ຫລວດ ​ສົ່ງ​ຍານ​ລີ້​ຈ້ຽນ 1 -Y15, ​ຍິງ​ສົ່ງ​ດາວ​ທຽມ​ ຈຳ​ນວນ 5 ດວງ ​ຂຶ້ນ​ສູ່​ອະ​ວະ​ກາດ ​ດ້ວຍ​ຜົນ​ສຳ​ເລັດ. ດາວ​ທຽມ​ທັງ 5 ລວມ​ມີ: ທ່ຽນ​ຢີ 48, ກ່ານ​ເຕີ 1-01, ຊີ່ກວ່າງ 2-03, ຈີ​​ທ່ຽນ​ຊິ່ງ A-04, ແລະ​ຢີ້ງ​ໂລງ​ເຟີ່ງກວ່າງ 1. ດາວ​ທຽມ​ທັງ​ໝົດ​ໄດ້​ເຂົ້າ​ສູ່​ວົງ​ໂຄ​ຈອນ​ທີ່​ກຳ​ນົດ​ໄວ້​ ຢ່າງ​ສະ​ດວກ, ເຮັດ​ໃຫ້ການ​ຍິງ​ສົ່ງ​ດາວ​ທຽມຄັ້ງ​ນີ້​​ ສຳ​ເລັດ​ຜົນ​ຢ່າງຈົບ​ງາມ. ນີ້ແມ່ນການປະ​ຕິ​ບັດ​ພາ​ລະ​ກິດຄັ້ງທີ 15 ຂອງຈະຫລວດສົ່ງຍານລີ້ຈ້ຽນ 1./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top