ພັກກັບວຽກງານສື່ມວນຊົນ
(ໃນໂອກາດວັນສ້າງຕັ້ງພັກ ປປ ລາວ 22 ມີນາ 1955-22 ມີນາ 2012)
* ບໍ່ວ່າໃນໄລຍະຕໍ່ສູ້ປົດປ່ອຍຊາດກໍ ຄື ພາລະກິດແຫ່ງ ການສືບຕໍ່ສ້າງ ແລະ ຂະຫຍາຍລະບອບປະຊາທິປະໄຕປະຊາຊົນ ແລະ ພາລະກິດປ່ຽນແປງໃຫມ່ ຮອບດ້ານ ຢ່າງມີຫລັກການຂອງພັກເຮົານັ້ນ, ພາຫະນະສື່ມວນຊົນໄດ້ມີບົດບາດສຳຄັນ ໃນການເສີມສ້າງຄວາມສາມັກຄີປອງດອງປວງຊົນລາວ ທັງຊາດ ໃນການໂຄສະນາປຸກລະດົມ - ຊຸກຍູ້ການພັດທະນາສ້າງສາເສດຖະກິດ - ສັງຄົມຂອງປະເທດເຮົາ, ຫັນປ່ຽນເສດຖະກິດທຳມະຊາດເປັນເສດຖະກິດ ສິນຄ້າ ແລະ ສື່ມວນຊົນຍັງມີບົດບາດສຳຄັນໃນການສຶກ ສາອົບຮົມການເມືອງ - ແນວຄິດ, ສ້າງທັດສະນະຫລັກຫມັ້ນ ແລະ ຄວາມເຊື່ອຫມັ້ນຕໍ່ອຸດົມຄະຕິ ແລະ ການນຳພາຂອງພັກ ໃນການຊຸກຍູ້, ປຸກລະດົມທົ່ວປວງຊົນເຮັດຫນ້າທີ່ປ້ອງ ກັນຊາດ - ປ້ອງກັນຄວາມສະຫງົບ, ໂຄສະນາ ດຶງດູດເອົາການຮ່ວມມື ຊ່ວຍເຫລືອ ແລະ ການລົງທຶນຕ່າງປະເທດຕະຫລອດເຖິງການ ເສີມຂະຫຍາຍປະຊາທິປະໄຕ ແລະ ຕໍ່ສູ້ຕ້ານປາກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ ແລະ ອື່ນໆ.
ດ້ວຍເຫດຜົນດັ່ງກ່າວ, ພາຫະນະສື່ມວນຊົນຂອງພວກເຮົາຕ້ອງມີ 4 ລັກສະນະຕົ້ນຕໍ ຄືລັກສະນະຕໍ່ສູ້ , ລັກສະນະສຶກສາອົບຮົມ, ລັກສະນະຈັດຕັ້ງ ຊີ້ນຳມະຫາຊົນ ແລະ ລັກສະນະໂຕຈິງ. ດັ່ງນັ້ນ ພັກຈຶ່ງໄດ້ຊີ້ນຳ - ນຳພາ ແລະ ຄຸ້ມຄອງສື່ມວນຊົນ ຕາມ 5 ທັດສະນະດັ່ງນີ້:
1. ສື່ມວນຊົນ ເປັນເຄື່ອງມືອັນແຫລມຄົມຂອງພັກ ແລະ ລັດເຮົາ: ໃນການໂຄສະນາເຜີຍ ແຜ່ແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ ແລະ ລະບຽບກົດຫມາຍຂອງລັດ, ໃຫ້ການສຶກສາອົບຮົມດ້ານການເມືອງ-ແນວຄິດແກ່ມະຫາຊົນ, ປຸກລະດົມຊຸກຍູ້ເຂົາເຈົ້າປະກອບສ່ວນເຂົ້າໃນການປະຕິບັດ ສອງຫນ້າທີ່ຍຸດທະສາດກໍຄື ໃນພາລະກິດແຫ່ງການສືບຕໍ່ສ້າງ ແລະ ຂະຫຍາຍລະບອບປະຊາທິປະໄຕປະຊາຊົນ, ສ້າງບັນດາປະຖົມປັດໄຈໃຫ້ແກ່ ການກ້າວຂຶ້ນສູ່ສັງຄົມນິຍົມ ເທື່ອລະກ້າວ.
2. ສື່ມວນຊົນເປັນເວທີຂອງມະຫາຊົນ, ເປັນສາຍໄຍຜູກພັນມະຫາຊົນກັບພັກ: ສື່ມວນຊົນ ນອກຈາກເປັນພາຫະນະ, ເປັນເຄື່ອງມື ທີ່ນຳເອົາແນວຄິດ, ແນວທາງ, ທັດສະນະ ຂອງພັກໄປສູ່ມະຫາຊົນແລ້ວຍັງຕ້ອງເປັນເວທີໃຫ້ມະຫາຊົນໄດ້ສະແດງຄວາມຄິດຄວາມເຫັນ, ທັດສະນະອັນສ້າງສັນກ່ຽວກັບ ການນຳພາ ຂອງພັກ ແລະ ການຄຸ້ມຄອງຂອງລັດເຮົາ ຫລື ເວົ້າອີກຢ່າງຫນຶ່ງ ເປັນເວທີ ແຫ່ງການເສີມຂະຫຍາຍປະຊາທິປະໄຕ ແລະ ສິດເປັນເຈົ້າປະເທດຊາດຂອງ ປະຊາຊົນເຜົ່າຕ່າງໆຢ່າງແທ້ຈິງ ເຮັດໃຫ້ພັກ ແລະ ມະຫາຊົນໃກ້ຊິດຕິດພັນກັນສະຫນິດແຫນ້ນຂຶ້ນເລື້ອຍໆ . ຢາກເຮັດໄດ້ແນວນັ້ນ ຕ້ອງໄດ້ຮັບປະກັນສິດ ໄດ້ຮັບຂ່າວ ແລະ ສິດໄດ້ຖະແຫລງ ຂ່າວຂອງມະຫາຊົນ.
3. ສື່ມວນຊົນ ຕ້ອງມີຫລາຍຮູບຫລາຍສີ ແລະ ອຸດົມຮັ່ງມີດ້ານເນື້ອໃນ: ສື່ມວນຊົນຕ້ອງສ້າງຄວາມນິຍົມຊົມຊອບ, ຄວາມສົນອົກສົນໃຈ ໂດຍການນຳ ເອົາຜົນປະໂຫຍດ ໃນທາງກົງ ແລະ ທາງອ້ອມໄປໃຫ້ຜູ້ອ່ານ, ຜູ້ຟັງ ແລະ ຜູ້ເບິ່ງ ສະນັ້ນ ຈຶ່ງຕ້ອງມີຫລາຍຮູບຫລາຍສີທີ່ ເຫມາະສົມກັບຄວາມມັກ ແລະ ຄວາມຕ້ອງການ ຂອງຄົນ ທັງມີເນື້ອຫາສາລະອັນອຸດົມສົມບູນຮັ່ງມີໂດຍການໃຫ້ຂໍ້ມູນຂ່າວສານ, ຄວາມຮູ້ໃນດ້ານຕ່າງໆ, ໃຫ້ທັງສາລະຄະດີ ແລະ ຄວາມເບີກບານໄປຄຽງຄູ່ ກັບ ການໃຫ້ການສຶກສາອົບຮົມຈັດຕັ້ງປຸກລະດົມມະຫາຊົນ.
ຂ່າວອື່ນໆ
ຮ່ຳຮຽນເອົາແບບຢ່າງດ້ານການນຳພາ-ຊີ້ນຳ ແລະ ຄຸນສົມບັດ ອັນໃສແຈ້ງຂອງຜູ້ນຳ ການປະຕິວັດຮຸ່ນທຳອິດຂອງພັກເຮົາ