ຮ່ຳຮຽນເອົາແບບຢ່າງດ້ານການນຳພາ-ຊີ້ນຳ ແລະ ຄຸນສົມບັດ
ອັນໃສແຈ້ງຂອງຜູ້ນຳການປະຕິວັດຮຸ່ນທຳອິດຂອງພັກເຮົາ

(ເນື່ອງໃນໂອກາດລະນຶກວັນສ້າງຕັ້ງພັກ ຄົບຮອບ 57 ປີ)

ວັນທີ 22/3/2012 ແມ່ນວັນສ້າງຕັ້ງພັກຄົບຮອບ 57 ປີ. ການສະເຫລີມສະຫລອງວັນສ້າງຕັ້ງພັກ ໃນປີນີ້ແມ່ນພໍດີກັບໂອກາດທີ່ພັກ-ລັດຖະບານເຮົາ ຈັດພິທີປະດິດສະຖານອັດຖິ ຂອງຜູ້ນຳການປະຕິວັດຮຸ່ນທຳອິດ ໄວ້ທີ່ສຸສານແຫ່ງຊາດ. ໃນໂອກາດອັນມີຄວາມຫມາຍນີ້ ສະຫາຍ ຈູມມາລີ ໄຊຍະສອນ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ກ່າວສູນທອນພົດ ສັນລະເສີນ, ສະດຸດີຜົນງານ ການປະກອບສ່ວນອັນໃຫຍ່ຫລວງຂອງບັນດາ ຜູ້ນຳຮຸ່ນທຳອິດຂອງພັກເຮົາ; ພ້ອມກັນນັ້ນ ກໍໄດ້ສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ຕໍ່ຄຸນງາມ ຄວາມດີ ໂດຍໄດ້ຍົກໃຫ້ເຫັນແບບຢ່າງ ດ້ານການເຄື່ອນໄຫວ ນຳພາຊີ້ນຳ ແລະ ແບບຢ່າງດ້ານຄຸນສົມບັດ ສິນທຳປະຕິວັດ ກໍຄືແບບ ດຳລົງຊີວິດທີ່ປອດໄສ ຈົບງາມຂອງພວກເພິ່ນ. ສະນັ້ນ ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນເຮົາຕ້ອງ ຕັ້ງຫນ້າຄົ້ນຄວ້າກຳແຫນ້ນ ເນື້ອໃນຂອງສູນທອນພົດ ດັ່ງກ່າວ ແລະ ນຳໄປປະຕິບັດ ທັງນີ້ກໍເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງພັກ ຕິດພັນກັບການສະແດງຄວາມກະຕັນຍູຮູ້ບຸນຄຸນ ຕໍ່ບັນດາຜູ້ນຳ ທີ່ໄດ້ນຳພາສ້າງຕັ້ງ ແລະ ໄດ້ເອົາໃຈໃສ່ບຳລຸງສ້າງພັກເຮົາໃຫ້ເຕີບໃຫຍ່ ເຂັ້ມແຂງມາເປັນກ້າວໆ, ສາມາດເຮັດ ສຳເລັດຫນ້າທີ່ ແລະ ພາລະກຳ ປະຫວັດສາດ ໃນແຕ່ລະ ໄລຍະ ໄດ້ຢ່າງຫນ້າພູມໃຈ.

  • ປະຫວັດແຫ່ງການຕໍ່ສູ້ ແລະ ສ້າງສາຊາດເຮົາ.

ຊາດລາວເຮົາໄດ້ຜ່ານ ໄລຍະປະຫວັດສາດແຫ່ງການຕໍ່ສູ້ ແລະ ສ້າງສາມາ ເປັນພັນໆປີ; ຄົນລາວມີນ້ຳໃຈຕໍ່ສູ້ອາດຫານຊານໄຊ ຕ້ານການຮຸກຮານຂອງ ອິດທິກຳລັງຕ່າງດ້າວ ແລະ ມີຄວາມອົດທົນບາກບັ່ນ, ປະດິດສ້າງໃນການ ທຳມາຫາກິນ ແລະ ສ້າງສາ. ໃນແຕ່ລະໄລຍະຂອງປະຫວັດສາດອັນຍາວນານນັ້ນ, ຊາດເຮົາກໍມີບັນພະບູຣຸດຜູ້ເກັ່ງກ້າສາມາດ ທີ່ໄດ້ນຳພາປວງຊົນ ດຳເນີນການຕໍ່ ສູ້ຕ້ານການຮຸກຮານ ແລະ ການຄອບຄອງກົດຂີ່ຂອງຕ່າງຊາດ ເພື່ອຮັກສາຊາດ-ຮັກສາ ແຜ່ນດິນ. ຍ້ອນແນວນັ້ນຈຶ່ງມີຊາດລາວ-ມີຄົນລາວດຳລົງ ຄົງຢູ່ຮອດຊູ່ມື້ນີ້.

ໃນປະຫວັດສາດແຫ່ງການຕໍ່ສູ້ປົກປັກຮັກສາຊາດ ແລະ ສ້າງຊາດເປັນພັນໆປີນັ້ນ ພວກເຮົາເຫັນວ່າໄລຍະທີ່ພົ້ນເດັ່ນ ແມ່ນໄລຍະແຫ່ງການຕໍ່ສູ້ອັນຫຍຸ້ງຍາກ ຢຶດເຍື້ອຍາວນານ ແຕ່ເດັດຂາດມີໄຊ ຂອງປະຊາຊົນລາວ ພາຍໃຕ້ ການນຳພາຂອງພັກປະຊາຊົນປະຕິວັດລາວ ແລະ ແນວລາວສ້າງຊາດຕ້ານ ການຄອບຄອງ ຂອງພວກຈັກກະພັດລ່າເມືອງຂຶ້ນ ແລະ ລູກແຫລ້ງຕີນມືຂອງພວກເຂົາ ເພື່ອຄວາມເປັນເອກະລາດແຫ່ງຊາດ ແລະ ອິດສະລະພາບຂອງ ປະຊາຊົນລາວ ບັນດາເຜົ່າ.

ພວກເຮົາຮູ້ສຶກພາກພູມໃຈທີ່ສຸດທີ່ໄດ້ມີຜູ້ນຳ 7 ທ່ານຄື: ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ, ທ່ານ ຫນູຮັກ ພູມສະຫວັນ, ທ່ານ ພູມີ ວົງວິຈິດ, ທ່ານ ຄຳໄຕ ສີພັນດອນ, ທ່ານ ສີສົມພອນ ລໍວັນໄຊ ແລະ ທ່ານ ພູນ ສີປະເສີດ ເປັນແກນສານນຳພາທີ່ປີຊາສາມາດ, ສະຫວາດສ່ອງໃສໃນຂະບວນ ການຕໍ່ສູ້ຂອງປະຊາຊົນເຮົາ.

ບັນດາຜູ້ນຳຮຸ່ນທຳອິດຂອງພັກເຮົາທີ່ໄດ້ກ່າວນາມມານັ້ນໄດ້ນຳພາສະມາຊິກພັກ, ພະນັກງານ, ນັກຮົບປະຕິວັດ ແລະ ປະຊາຊົນລາວບັນດາເຜົ່າ, ບັນດາຊັ້ນຄົນທີ່ມີຈິດໃຈ ຮັກເຊື້ອ ແພງຊາດ ເຮັດສຳເລັດພາລະກຳປະຫວັດສາດ ອັນຍິ່ງໃຫຍ່ໄດ້ຢ່າງຫນ້າອັດສະຈັນ; ນັ້ນຄືການຜາບແພ້ອິດທິກຳລັງ ຈັກກະພັດ ຜູ້ຮຸກຮານ ທີ່ມີກຳລັງແຮງເຫນືອກວ່າ ຕັ້ງຫລາຍເທົ່າ; ປົດປ່ອຍທົ່ວປະເທດ ແລະ ລຶບລ້າງອຳນາດການປົກຄອງຂອງພວກປະຕິການຂາຍຊາດ ແລະ ລະບອບ ລາຊາທິປະໄຕ ແລ້ວສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ.

ຜ່ານພາຍຸລົມແດງແຫ່ງການຕໍ່ສູ້ກວ່າ 30 ປີ ທີ່ຍາດໄດ້ໄຊຊະນະອັນຍິ່ງໃຫຍ່ເປັນປະຫວັດການ ພາຍໃຕ້ການນຳພາຂອງພັກ ໂດຍມີກຳມະການ ກົມການເມືອງ 7 ທ່ານ ເປັນ ແກນນຳ ນັ້ນ, ພວກເຮົາໄດ້ເຫັນແຈ້ງສັດຈະທຳທີ່ວ່າ “ ມະຫາຊົນເປັນຜູ້ສ້າງປະຫວັດສາດ; ປະຫວັດສາດໄດ້ສ້າງຜູ້ນຳ ” !

ພາຍຫລັງສະຖາປະນາລະບອບໃຫມ່ ບັນດາຜູ້ນຳຮຸ່ນທຳອິດ ຊຶ່ງມີທ່ານ ໄກສອນ ພົມວິຫານ ທີ່ເຄົາລົບຮັກ ເປັນຜູ້ນຳຫນ້າ ກໍໄດ້ສືບຕໍ່ອຸທິດຕົນທັງເຮືອແຮງ ແລະ ສະຕິປັນຍາ ເຂົ້າໃນການນຳພາ ພາລະກົດປົກປັກຮັກ ສາຫມາກຜົນ ຂອງການປະຕິວັດ, ກໍ່ສ້າງພື້ນຖານເສດຖະກິດສັງຄົມ-ວັດທະນະທຳ ແລະ ລະບົບ ການເມືອງຂອງລະບອບປະຊາທິປະໄຕ ປະຊາຊົນ. ເຖິງວ່າຈະຍັງຂາດ ບົດຮຽນຕົວຈິງ, ແຕ່ບັນດາຜູ້ນຳຂອງພວກເຮົາ ກໍໄດ້ເຊີດຊູມານະຈິດ ປະຕິວັດອັນສູງສົ່ງ ນຳພາ-ພາລະກິດປົກປັກຮັກສາ ແລະ ສ້າງສາລະບອບໃຫມ່ ໄດ້ຢ່າງມີໄຊ, ສາມາດຜ່ານມາຄວາມຫຍຸ້ງຍາກ ແລະ ສິ່ງທົດສອບ ນາໆປະການ; ພາປະເທດຊາດ ກ້າວຂຶ້ນສູ່ຈຸດຫມາຍ ປາຍທາງໄດ້ຢ່າງຫນັກແຫນ້ນ ມາເປັນກ້າວໆ. ພວກເພິ່ນໄດ້ ນຳພາພັກເຮົາເຮັດສຳເລັດ ພາລະກຳປະຫວັດສາດ ໃນໄລຍະໃຫມ່ ໄດ້ຢ່າງສົມກຽດ, ທັງໄດ້ໃຫ້ບົດຮຽນ ແລະ ຄວາມເປັນແບບຢ່າງ ອັນໃສແຈ້ງໄວ້ໃຫ້ພັກເຮົາ ສືບທອດເສີມ ຂະຫຍາຍ.

  • ແບບຢ່າງອັນໃສແຈ້ງຂອງຜູ້ນຳປະຕິວັດຮຸ່ນທຳອິດຂອງພັກເຮົາ.

* ຄວາມເປັນແບບຢ່າງທີ່ສຳຄັນອັນທຳອິດແມ່ນ ຄວາມເດັດດ່ຽວອາດຫານ ແລະ ຄວາມເຊື່ອຫມັ້ນອັນຫນັກແຫນ້ນຕໍ່ໄຊຊະນະຂອງການປະຕິວັດ ແລະ ຄວາມປີຊາສາມາດ ໃນການວາງແນວທາງຍຸດທະສາດ ແລະ ຍຸດໂທບາຍ.

ການຕໍ່ສູ້ປົດປ່ອຍຊາດ ແລະ ປົກປັກຮັກສາລະບອບໃຫມ່ຢູ່ປະເທດເຮົາມີຄວາມຫຍຸ້ງຍາກ ແລະ ມີສິ່ງທ້າທາຍຫລາຍຢ່າງ; ສະຖານະການກໍມີ ການປ່ຽນແປງທີ່ສັບສົນ ຢູ່ເລື້ອຍໆ. ເຖິງວ່າສະຖານະການຈະຜັນແປ ໄປຄືແນວໃດກໍຕາມ ແຕ່ບັນດາຜູ້ນຳເຮົາເວລາໃດເພິ່ນກໍມີຄວາມອາດຫານ-ຫນັກແຫນ້ນ ແລະ ເວລາໃດພວກເພິ່ນກໍເຊີດຊູ ຄວາມເປັນເຈົ້າການ ປະດິດສ້າງ ໃນການນຳພາຊີ້ນຳ; ຍິ່ງຍາກກໍຍິ່ງອົດທົນ ! ຍິ່ງສັບສົນກໍຍິ່ງ ມີຄວາມທຸ່ນທ່ຽງ; ຍິ່ງລະອິດ ລະອ້ຽວຂ້ຽວຂາດ ກໍຍິ່ງສະຫລາດສ່ອງໃສ ! ຄວາມ ເປັນແບບຢ່າງຂອງບັນດາຜູ້ນຳ 7 ທ່ານ ດັ່ງກ່າວນັ້ນ ໄດ້ສ້າງຄວາມເຊື່ອຫມັ້ນ ແລະ ຄວາມເຫລື້ອມໃສ ສັດທາໃຫ້ແກ່ສະມາຊິກພັກ; ພະນັກງານ ແລະ ທົ່ວປວງຊົນເຮົາ ນັບມື້ນັບເພີ່ມຂຶ້ນ; ທັງເປັນສິ່ງຊຸກຍູ້ ປຸກລະດົມກຳລັງໃຈ ໃນການປະຕິບັດຫນ້າທີ່ສູ້ຮົບ ແລະ ສ້າງສາ. ຍ້ອນແນວນັ້ນຂະບວນການຕໍ່ສູ້ປົດປ່ອຍຊາດ ຈຶ່ງມີກຳລັງແຮງ ຊະນະເລີດ, ເຮັດໃຫ້ການປົກປັກຮັກສາ ລະບອບໃຫມ່ ແລະ ສ້າງສາ ພັດທະນາ ປະເທດຊາດກາຍເປັນພາລະກິດຂອງທົ່ວປວງຊົນ ແລະ ມີຜົນສຳເລັດເປັນກ້າວໆ ມາຢ່າງຕໍ່ເນື່ອງ.

* ຄວາມເປັນແບບຢ່າງສຳຄັນອັນທີ່ສອງ ແມ່ນຄວາມເປັນເຈົ້າການປະດິດສ້າງ ໃນການປັບປຸງບູລະນະແນວທາງຂອງພັກ ໃຫ້ສອດຄ່ອງສະພາບຈຸດພິເສດ ຂອງສະພາບແວດລ້ອມ ພາຍໃນ ແລະ ພາຍນອກ, ທັງຖືກກັບຄວາມມຸ່ງມາດປາດຖະຫນາຂອງປະຊາຊົນ ແລະ ເຮັດທຸກສິ່ງທຸກຢ່າງເພື່ອຜົນປະໂຫຍດ ຂອງປະຊາຊົນ.

ຄືຮູ້ນຳກັນແລ້ວວ່າ, ຜູ້ນຳທັງ 7 ທ່ານ ຂອງພວກເຮົາລ້ວນແຕ່ມີຄວາມສາມາດສູງດ້ານການຮຽນຮູ້ຈາກຕົວຈິງ; ທັງມີຄວາມສະດຸ້ງໄວຕໍ່ການຜັນແປ ຂອງສະຖານະການ ແລະ ມີໄຫວພິບສູງ. ຍ້ອນແນວນັ້ນພວກ ເພິ່ນຈຶ່ງມີຄວາມ ກ້າຫານປັບປຸງບູລະນະແນວທາງ ໃຫ້ມີຄວາມສອດຄ່ອງກັບ ສະພາບແວດລ້ອມ ໃນແຕ່ລະໄລຍະທັງຮູ້ໃຊ້ຍຸດໂທບາຍ ເພື່ອບັນລຸເປົ້າ ຫມາຍຍຸດທະສາດ; ທັງກຳແຫນ້ນກາລະໂອກາດອັນອຳນວຍ ແລະ ຮູ້ນຳໃຊ້ຢ່າງວ່ອງໄວທັນການ. ອັນພົ້ນເດັ່ນທີ່ສຸດ ແມ່ນການວາງແນວທາງປ່ຽນແປງໃຫມ່ ແລະ ຫົກຫລັກ ການພື້ນຖານແຫ່ງການດຳເນີນພາລະກິດປ່ຽນແປງໃຫມ່ ຊຶ່ງແມ່ນ ປະທານ ໄກສອນ ພົມວິຫານ ເປັນຜູ້ນຳພາລິເລີ່ມ.

ແນວທາງປ່ຽນແປງໃຫມ່ ແມ່ນປັດໄຈໃຫມ່ແຫ່ງການເສີມຂະຫຍາຍ ກຳລັງແຮງສັງລວມພາຍໃນຊາດ ສົມທົບກັບກຳລັງແຮງຈາກສາກົນ ເຂົ້າໃນການ ພັດທະນາ ສ້າງສາ ປະເທດຊາດ ຂອງພວກເຮົາໃຫ້ມີຈັງຫວະ ແລະ ບາດກ້າວຂະຫຍາຍຕົວໃຫມ່; ມີແນວທາງປ່ຽນແປງໃຫມ່ຈຶ່ງເຮັດໃຫ້ສັງຄົມມີຄວາມ ສາມັກຄີປອງດອງ ແລະ ເຮັດໃຫ້ວົງ ຄະນະຍາດແຫ່ງຊາດ ມີຄວາມເປັນປຶກແຜ່ນແຫນ້ນຫນາຍິ່ງຂຶ້ນ; ມີແນວທາງປ່ຽນແປງໃຫມ່ ຈຶ່ງເຮັດໃຫ້ການພົວພັນຮ່ວມມືສາກົນ ນັບມື້ນັບເປີດກວ້າງ ແລະ ມີເພື່ອນມິດ ນັບມື້ນັບຫລາຍ, ຖານະບົດບາດຂອງປະເທດເຮົາໄດ້ຮັບການເຊີດຊູຢ່າງສົມຄູ່. ອັນນີ້ທັງເປັນແບບຢ່າງ ແລະ ທັງເປັນບົດຮຽນສຳລັບພັກເຮົາ ທີ່ໄດ້ຮັບການສືບທອດເສີມ ຂະຫຍາຍຕໍ່ໆມາ ໃນກອງປະຊຸມໃຫຍ່ ແຕ່ລະຄັ້ງດ້ວຍຄວາມຈົງຮັກພັກດີ.

* ຄວາມເປັນແບບຢ່າງສຳຄັນອັນທີ່ສາມ ທີ່ຜູ້ນຳຮຸ່ນທຳອິດໄດ້ສ້າງເປັນ ມໍລະດົກປະໄວ້ໃຫ້ພວກເຮົານັ້ນ ແມ່ນຄວາມສາມັກຄີເປັນເອກະພາບ ພາຍໃນ ຫມູ່ຄະນະການນຳພາ ສູງສຸດ ທັງ 7 ທ່ານ ທີ່ໄດ້ເປັນຫີນສີລາອັນແຂງແກ່ນໃຫ້ ແກ່ຄວາມສາມັກຄີເປັນເອກະພາບ ໃນທົ່ວພັກ ແລະ ທົ່ວປວງຊົນ.

ພັກເຮົາແມ່ນພັກທີ່ເຄື່ອນໄຫວຕາມຫລັກການລວມສູນປະຊາທິປະໄຕ, ນຳພາເປັນຫມູ່ຄະນະ ແລະ ມີການແບ່ງງານໃຫ້ບຸກຄົນຮັບຜິດຊອບ. ພວກເຮົາ ຮູ້ສຶກຊື່ນຊົມຍິນດີທີ່ສຸດ ທີ່ເຫັນວ່າ ຕະຫລອດເວລາອັນຍາວນານ ທີ່ໄດ້ນຳພາ ການປະຕິວັດຕັ້ງແຕ່ຕົ້ນຈົນເຖິງໄຊຊະນະສຸດທ້າຍ; ຄະນະນຳທັງ 7 ທ່ານ ເວລາໃດກໍໄດ້ເຊີດຊູຄວາມຮັບຜິດຊອບການເມືອງ, ປະຕິບັດຫນ້າທີ່ມອບຫມາຍຂອງ ແຕ່ລະທ່ານ ດ້ວຍຄວາມທໍລະຫົດອົດທົນ ແລະ ຈົງຮັກພັກດີ ຊຶ່ງໄດ້ປະກອບສ່ວນ ເຮັດໃຫ້ການນຳພາລວມຫມູ່ມີຄວາມເຂັ້ມແຂງ.

ໃນສະພາບທີ່ຫຍຸ້ງຍາກສັບສົນ, ລະອິດລະອ້ຽວຂ້ຽວຂາດ ແລະ ເປັນອັນຕະລາຍແບບສ່ຽງເປັນສ່ຽງຕາຍ; ການນຳພາຂອງພວກເຮົາ ກໍຍັງປະຕິບັດ ລະບອບ ປະຊຸມປຶກສາຫາລື ແລະ ຕົກລົງບັນຫາສຳຄັນເປັນຫມູ່ຄະນະ; ເຖິງວ່າແຕ່ລະຄົນຢູ່ໄກກັນ ແລະ ການຕິດຕໍ່ສື່ສານລຳບາກ, ແຕ່ພວກເພິ່ນກໍໄດ້ປະຕິບັດ ລະບອບລາຍງານຂໍຄວາມເຫັນຊີ້ນຳເປັນປະຈຳ. ທັງຫມົດນັ້ນ ສະແດງອອກໃຫ້ເຫັນວ່າ ການນຳພາພວກເຮົາເວລາໃດ ເພິ່ນກໍມີສະຕິຕໍ່ການຈັດຕັ້ງ-ມີລະບຽບ ວິໄນສູງ, ມີຄວາມເຄົາລົບນັບຖືຊຶ່ງກັນ ແລະ ກັນ, ທັງມີຄວາມຮັກແພງ ເຊື່ອຫມັ້ນກັນ ຖານສະຫາຍຮ່ວມອຸດົມການ ແລະ ຮ່ວມເປັນຮ່ວມຕາຍ ນຳກັນແທ້ໆ. ອັນນີ້ ເປັນປັດໄຈສຳຄັນ ໃນການເສີມສ້າງ ຄວາມສາມັກຄີເປັນ ເອກະພາບພາຍໃນການນຳ ແລະ ເຮັດໃຫ້ການນຳພາ-ຊີ້ນຳ ມີຄວາມກົມກຽວ ແລະ ມີຄວາມສັກສິດ; ເຮັດໃຫ້ການປະຕິວັດເຕີບໃຫຍ່ ແລະ ມີໄຊມາຮອດຊູ່ມີ້ນີ້ ສິ່ງດັ່ງກ່າວໄດ້ກາຍເປັນມູນເຊື້ອ ອັນສັກກາລະບູຊາ ຂອງພັກເຮົາແລ້ວ, ພວກເຮົາຕ້ອງສືບຕໍ່ຮັກສາ ແລະ ເພີ່ມພູນຄູນສ້າງໃຫ້ຍືນຍົງຄົງຫມັ້ນຢູ່ກັບພັກເຮົາຕະຫລອດໄປ.

*ອັນທີ່ສີ່, ແມ່ນຄວາມເປັນແບບຢ່າງທາງດ້ານຄຸນສົມບັດສິນທຳປະຕິ ວັດ ແລະ ແບບແຜນດຳລົງຊີວິດທີ່ປອດໃສຈົບງາມ.

ພວກເຮົາລ້ວນແຕ່ໄດ້ຮູ້-ໄດ້ເຫັນນຳກັນວ່າ ການນຳຮຸ່ນອາວຸໂສຂອງພັກເຮົາ ແຕ່ລະທ່ານລ້ວນແຕ່ມີອິດທິພົນບົດບາດສູງ, ທັງນີ້ ກໍຍ້ອນຄວາມເປັນແບບຢ່າງ ຂອງເພິ່ນ. ພາຍຫລັງ ການສ້າງຕັ້ງລະບອບໃຫມ່, ພັກເຮົາໄດ້ເປັນພັກກຳອຳນາດ; ການນຳແຕ່ລະທ່ານຕ່າງ ກໍໄດ້ຮັບຕຳແຫນ່ງທີ່ສຳຄັນ, ແຕ່ພວກເພິ່ນ ກໍຍັງຢຶດຫມັ້ນໃນທາດແທ້-ມູນເຊື້ອອັນດີງາມ ຂອງພັກ; ໄດ້ສືບຕໍ່ເຄື່ອນໄຫວນຳ ພາດ້ວຍຄວາມຈົງຮັກພັກດີ, ຖືປະຊາຊົນເປັນກົກ, ເປັນກຳລັງແຮງທີ່ບໍ່ເຫືອດ ແຫ້ງ ແລະ ເປັນເປົ້າຫມາຍເຄື່ອນໄຫວຮັບໃຊ້ຂອງພັກ; ເວລາໃດພວກເພິ່ນກໍລົງ ໃກ້ຊິດຕິດແທດກຳແຫນ້ນສະພາບແນວຄິດ ແລະ ຄວາມມຸ່ງມາດ ປາດຖະຫນາຂອງປະຊາຊົນ; ພ້ອມກັນນັ້ນ ກໍໄດ້ດຳເນີນຍຸດທະສາດ ຫັນລົງຮາກຖານ ພັດທະນາຊົນນະບົດຮອບດ້ານ ຢ່າງແຂງແຮງ, ເຮັດທຸກສິ່ງທຸກຢ່າງ ເພື່ອຕອບ ສະຫນອງຜົນປະໂຫຍດ ພື້ນຖານຂອງປະຊາຊົນບັນດາເຜົ່າ.

ການນຳຮຸ່ນອາວຸໂສຂອງພັກ ແລະ ລັດເຮົາ ແຕ່ລະທ່ານລ້ວນແຕ່ມີແບບດຳລົງຊີວິດທີ່ຮຽບງ່າຍ, ປະຢັດ, ຊື່ສັດ ແລະ ບໍລິສຸດປອດໃສ; ເວລາໃດພວກ ເພິ່ນກໍຕຳນິວິຈານ ແລະ ກ້າຫານ ກຳຈັດແກ້ໄຂລັດ ທິອາດຍາສິດ-ການສໍ້ລາດບັງຫລວງ ແລະ ຫລິ້ນກິນຟູມເຟືອຍ ກໍຄືຄວາມເປື່ອຍເຍື່ອຍ ດ້ານຄຸນສົມບັດສິນທຳ ຢູ່ໃນຖັນແຖວສະມາຊິກພັກ- ພະນັກງານ ທຸກຂັ້ນ. ເວົ້າລວມ, ຖ້າຫາກອັນໃດເປັນປະໂຫຍດ ສຳລັບປະເທດຊາດ ແລະ ປະຊາຊົນ, ອັນໃດຈະເຮັດໃຫ້ພັກ ມີອິດທິພົນບົດບາດສູງຂຶ້ນ ແມ່ນພວກເພິ່ນຕັ້ງຫນ້າເຮັດໃຫ້ເຫັນ ເປັນແບບຢ່າງ; ກົງກັນຂ້າມຖ້າຫາກອັນໃດສ້າງຄວາມເສື່ອມເສຍ ຕໍ່ອິດທິພົນບົດບາດ ຂອງພັກ ກໍຄືຜົນປະໂຫຍດລວມ ຂອງຊາດ-ຂອງປະຊາຊົນແມ່ນພວກເພິ່ນຕໍ່ສູ້ ກຳຈັດແກ້ໄຂ ຢ່າງຈິງຈັງ. ນັ້ນທັງແມ່ນອາລົມຈິດ ແລະ ທັງແມ່ນມູນເຊື້ອຂອງ ພັກປະຕິວັດ ທີ່ຄວນໄດ້ຮັບການເສີມຂະຫຍາຍສືບທອດຕໍ່ໄປໆ.

III. ຮ່ຳຮຽນເອົາແບບຢ່າງດ້ານການນຳພາ-ຊີ້ນຳ ແລະ ດ້ານຄຸນສົມບັດອັນໃສແຈ້ງຂອງຜູ້ນຳປະຕິວັດຮຸ່ນທຳອິດ ຂອງພັກເຮົາ ເພື່ອປັບປຸງ ຍົກລະດັບ ຄວາມ ສາມາດກຳອຳນາດຂອງພັກເຮົາໃນເງື່ອນໄຂໃຫມ່.

ໃນໂອກາດອັນສະຫງ່າລາສີ ແຫ່ງການປະດິດສະຖານອັດຖິຂອງຜູ້ນຳ ການປະຕິວັດຮຸ່ນທຳອິດຂອງພັກເຮົາໄວ້ທີ່ສຸສານແຫ່ງຊາດນີ້ ເພື່ອເປັນການສະແດງ ຖິງຄວາມເຄົາລົບຮັກ ແລະ ຄວາມກະຕັນຍູຮູ້ບຸນຄຸນຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນເຮົາຕໍ່ຜົນງານການອຸທິດ ແລະ ຄຸນງາມຄວາມດີຂອງ ພວກເພິ່ນ:

1: ສະມາຊິກພັກ, ພະນັກງານ, ທະຫານຕຳຫລວດ ແລະ ປະຊາຊົນບັນດາເຜົ່າ ບັນດາຊັ້ນຄົນ ໃນຂອບເຂດທົ່ວປະເທດຈົ່ງເຊີດຊູນ້ຳໃຈຮັກຊາດ ຕິດພັນກັບການເພີ່ມທະວີຄ ວາມສາມັກຄີເປັນປຶກແຜ່ນ ແລະ ຄວາມເປັນເຈົ້າການ ປະກອບສ່ວນເຂົ້າໃນການ ປົກປັກຮັກສາສະຖຽນລະພາບ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ຂອງບ້ານເມືອງ; ຕັ້ງຫນ້າທຳມາຫາກິນຜະລິດເປັນສິນຄ້າ ແລະ ສ້າງສາພັດທະນາເພື່ອ ຄວາມຢູ່ດີກິນດີ ຂອງຄອບຄົວ ແລະ ຄວາມເຂັ້ມແຂງຂອງປະເທດຊາດ.

2. ທຸກຄົນຈົ່ງຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງທາງດ້ານມານະຈິດ ແລະ ການອຸທິດຕົນເພື່ອຊາດ-ເພື່ອປະຊາຊົນດ້ວຍຄວາມຈົງຈັກພັກດີຂອງ ບັນດາຜູ້ນຳເຮົາ. ແຕ່ລະຄົນ ຈົ່ງເຊີດຊູຄວາມຮັບຜິດຊອບ ແລະ ມີຄວາມອົດທົນ ສູ້ຊົນໃນການປະຕິບັດຫນ້າທີ່ໃຫ້ບັນລຸຜົນສຳເລັດ, ເປັນຕົ້ນແມ່ນການ ປະຕິບັດຫນ້າທີ່ລວມ ດ້ານການພັດທະນາຊົນນະບົດ, ສ້າງບ້ານພັດທະນາ ຕາມ 4 ເນື້ອໃນ 4 ຄາດຫມາຍ; ສຸມໃສ່ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ໃຫ້ເປັນຈິງ ແລະ ບັນລຸເປົ້າຫມາຍສະຫັດສະວັດດ້ານການພັດທະນາ ໃນປີ 2015.

ຢາກເຮັດໄດ້ຄືແນວນັ້ນ ພວກເຮົາຕ້ອງພ້ອມກັນສ້າງບາດກ້າວບຸກທະລຸ ທັງ 4 ດ້ານຢ່າງຈິງຈັງ, ພ້ອມກັນນັ້ນກໍຕ້ອງຮູ້ເສີມຂະຫຍາຍບັນດາປັດໄຈໃຫມ່ ທີ່ກ້າວຫນ້າ ແລະ ຮູ້ສ້າງ ເງື່ອນໄຂອັນອຳນວຍ ເພື່ອຊຸກຍູ້ການ ຂະຫຍາຍຕົວ ຂອງເສດຖະກິດແຫ່ງຊາດໃຫ້ບັນລຸລະດັບ 8% ຂຶ້ນໄປ ໃນແຕ່ປີ, ເພື່ອໃຫ້ປະເທດເຮົາຫລຸດພົ້ນຈາກຄວາມດ້ອຍພັດທະນາ ໃນປີ 2020.

3.ຕ້ອງເພີ່ມທະວີວຽກງານ ປັບປຸຸງກໍ່ສ້າງພັກ ໃຫ້ມີຄວາມເຂັ້ມແຂງປອດໃສ ແລະ ເປັນພັກທີ່ມີຄວາມສາມາດກຳອຳນາດ ເພື່ອຄວາມຮັ່ງມີຜາສຸກຂອງ ປະຊາຊົນ ແລະ ຄວາມມັ່ງຄັ່ງ ເຂັ້ມແຂງຂອງປະເທດຊາດ. ພ້ອມກັນນັ້ນ ກໍຕັ້ງຫນ້າປະຕິບັດມະຕິ ຂອງກົມການເມືອງສູນກາງພັກ ກ່ຽວກັບການສ້າງແຂວງ ເປັນຫົວຫນ່ວຍ ຍຸດທະສາດ, ສ້າງເມືອງເປັນຫົວຫນ່ວຍ ເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວຫນ່ວຍພັດທະນາ ເພື່ອຄວາມຫມັ້ນຄົງຂອງລັດ ປະຊາທິປະໄຕ ປະຊາຊົນ ຂອງພວກເຮົາ.

ບັນດາກຳມະການກົມການເມືອງສູນກາງພັກຮຸ່ນທຳອິດ ຊຶ່ງມີທ່ານ ໄກສອນ ພົມວິຫານ ເປັນຜູ້ນຳຫນ້າໄດ້ສ້າງວິລະກຳ ແລະ ຜົນງານອັນຍິ່ງໃຫຍ່ ໄວ້ໃຫ້ປະຫວັດສາດ ແລະ ປະຊາຊົນກໍຄືການປະຕິວັດລາວເຮົາ; ຊື່ສຽງຂອງພວກເພິ່ນໄດ້ຈາລຶກ ໄວ້ໃນປະຫວັດສາດຍຸກໃຫມ່ຂອງຊາດລາວເຮົາແລ້ວ ແລະ ຈະຄົງຢູ່ໃນ ຄວາມຊົງຈຳຂອງຄົນລາວຜູ້ຮັກເຊື້ອ ແພງຊາດໄປຕາບເທົ່າໃດໆ.



ຂ່າວອື່ນໆ

Top