ຂປລ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ໄດ້ສຳເລັດລົງຢ່າງຈົບງາມ ໃນວັນທີ 22 ມັງກອນ 2016 ພາຍຫລັງດໍາເນີນມາເປັນເວລາ 5 ວັນ ພາຍໃຕ້ຄຳຂວັນ“ຍົກສູງຄວາມສາມາດນຳພາ ແລະ ລັກສະນະນຳໜ້າຂອງພັກ, ເພີ່ມທະວີມະຫາສາມັກຄີ ທົ່ວປວງຊົນທັງຊາດ, ຢຶດໝັ້ນແນວທາງການປ່ຽນແປງໃໝ່ຮອບດ້ານ ແລະ ມີຫລັກການ, ປົກປັກຮັກສາ ແລະ ພັດທະນາປະເທດຊາດຕາມທິດຍືນຍົງ ສູ່ຈຸດໝາຍສັງ ຄົມນິຍົມຢ່າງໜັກແໜ້ນ” ເຊິ່ງມີຜູ້ແທນສົມບູນ 685 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກ ທັງໝົດທົ່ວປະເທດ 252.879 ສະຫາຍ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມໃຫຍ່ ໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງພັກສະໄໝ ທີ X ເຊິ່ງປະກອບດ້ວຍ ກຳມະການສົມບຸູນ 69 ສະຫາຍ ແລະ ກຳມະການສຳຮອງ 8 ສະຫາຍ ເພື່ອເປັນແກ່ນສານນຳພາ ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໃຫ້ມີຜົນສໍາເລັດໃໝ່, ສ້າງບາດກ້າວບຸກທະລຸ ໃນການພັດທະນາໃຫ້ເປັນຈິງ ແລະ ນໍາພາປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນຕໍ່ໄປ. ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ໄດ້ເປັນເອກະພາບເລືອກຕັ້ງກຳມະການກົມການເມືອງສູນກາງພັກ ເຊິ່ງປະກອບມີ 11 ສະຫາຍ ຄື: 1. ສະຫາຍ ບຸນຍັງ ວໍລະຈິດ; 2. ສະຫາຍ ທອງລຸນ ສີສຸລິດ; 3. ສະຫາຍ ນາງ ປານີ ຢາທໍ່ຕູ້; 4. ສະຫາຍ ດຣ. ບຸນທອງ ຈິດມະນີ; 5. ສະຫາຍ ດຣ. ພັນຄໍາ ວິພາວັນ; 6. ສະຫາຍ ຈັນສີ ໂພສີຄຳ; 7. ສະຫາຍ ດຣ. ໄຊສົມພອນ ພົມວິຫານ; 8. ສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ; 9. ສະຫາຍ ດຣ. ຄໍາພັນ ພົມມະທັດ; 10. ສະຫາຍ ດຣ. ສິນລະວົງ ຄຸດໄພທູນ ແລະ 11. ສະຫາຍ ດຣ. ສອນໄຊ ສີພັນດອນ.
ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເລືອກເອົາກໍາມະການ ໃນຄະນະເລຂາທິການສູນກາງພັກ 9 ສະຫາຍ ຄື: 1. ສະຫາຍ ບຸນຍັງ ວໍລະຈິດ; 2. ສະຫາຍ ດຣ. ບຸນທອງ ຈິດມະນີ; 3. ສະຫາຍ ດຣ. ພັນຄຳ ວິພາວັນ; 4. ສະຫາຍ ຈັນສີ ໂພສີຄຳ; 5. ສະຫາຍ ດຣ. ຄຳພັນ ພົມມະທັດ; 6. ສະຫາຍ ພົນໂທ ແສງນວນ ໄຊຍະລາດ; 7. ສະຫາຍ ສຈ. ດຣ. ກິແກ້ວ ໄຂຄຳພິທູນ; 8. ສະຫາຍ ພົນຕີ ສົມແກ້ວ ສີລາວົງ ແລະ 9. ສະຫາຍ ພົນຕີ ວິໄລ ຫລ້າຄຳຟອງ ໂດຍໄດ້ເລືອກເອົາສະຫາຍ ດຣ. ພັນຄຳ ວິພາວັນ ເປັນຜູ້ປະຈຳການຄະນະເລຂາທິການ ສູນກາງພັກ.
ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ໄດ້ເປັນເອກະສັນກັນຢ່າງສົມບູນ ເລືອກ ສະຫາຍ ບຸນຍັງ ວໍລະຈິດ ເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ.
ກອງປະຊຸມຍັງເລືອກເອົາປະທານ, ບັນດາຮອງປະທານ ຄະນະກວດກາສູນກາງພັກ ໃນນັ້ນ ເຫັນດີເອກະພາບເລືອກ ສະຫາຍ ດຣ. ບຸນທອງ ຈິດມະນີ ເປັນປະທານຄະນະກວດກາສູນກາງພັກ ແລະ ເລືອກຮອງປະທານຄະນະກວດກາສູນກາງພັກ 8 ສະຫາຍ. ສຳລັບການແຕ່ງຕັ້ງທີ່ປຶກສາຂອງ ຄະນະບໍລິຫານງານສູນກາງພັກ ຄັ້ງທີ X ກອງປະຊຸມໄດ້ມອບໝາຍໃຫ້ກົມການເມືອງສູນກາງພັກ ເປັນຜູ້ຕົກລົງແຕ່ງຕັ້ງ ພ້ອມທັງກຳນົດພາລະບົດບາດ ແລະ ໜ້າທີ່ອັນລະອຽດຕາມທີ່ຫລັງ.
ພາຍຫລັງ ສະຫາຍ ດຣ. ບຸນທອງ ຈິດມະນີ ກ່າວລາຍງານຜົນການເລືອກຕັ້ງຄະນະບໍລິຫານງານສູນກາງພັກ ແລະ ຜົນກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ແລ້ວ, ສະຫາຍ ສົມສະຫວາດ ເລັ່ງສະຫວັດ ໄດ້ຂຶ້ນຜ່ານມະຕິຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ ເຊິ່ງໃນກອງປະຊຸມໃຫຍ່ ບັນດາຜູ້ແທນສົມບູນ ໄດ້ຄົ້ນຄວ້າຕົກລົງບັນຫາສຳຄັນຂອງພັກ ແລະ ຂອງຊາດ ພາຍໃຕ້ບັນຍາກາດ ອັນສ້າງສັນ, ມີຄວາມຮັບຜິດຊອບ, ທັງມີຄວາມສາມັກຄີເປັນເອກະພາບສູງ ເປັນຕົ້ນ ໄດ້ຮັບຮອງຢ່າງເປັນເອກະສັນ ບົດລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ IX; ປະກອບຄໍາເຫັນຢ່າງກົງໄປກົງມາ ກ່ຽວກັບຂໍ້ຄົງຄ້າງ ໃນການຊີ້ນນໍາ-ນຳພາຂອງພັກ; ຮັບຮອງເອົາຂໍ້ສະຫລຸບ 7 ປະການ ເຊິ່ງເປັນບົດຮຽນອັນປະເສີດທີ່ເປັນບົດຮຽນທີ່ຖອດຖອນໄດ້ຈາກພຶດຕິກຳ ແຫ່ງການຈັດຕັ້ງນຳພາປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ ແລະ 30 ປີ ແຫ່ງການ ປ່ຽນແປງໃໝ່ ພ້ອມທັງກຳນົດ 7 ທິດທາງໜ້າທີ່ໃຫຍ່ໃນຕໍ່ໜ້າ. ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບວິໄສທັດຮອດປີ 2030, ຍຸດທະສາດການພັດທະນາເສດຖະກິດ-ສັງຄົມໃນໄລຍະ 10 ປີ 2016-2025 ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII; ຮັບຮອງເອົາບົດສຳຫລວດການນຳພາລວມຂອງ ຄະນະບໍລິຫານງານສູນກາງພັກສະໄໝທີ IX ໂດຍຕີລາຄາສູງຕໍ່ຄວາມພະຍາຍາມຢ່າງຕັ້ງໜ້າ ແລະ ຄວາມເປັນເຈົ້າການປະດິດສ້າງ ໃນການເສີມຂະຫຍາຍມູນເຊື້ອ ແລະ ບົດຮຽນຂອງພັກ.
ກອງປະຊຸມໃຫຍ່ໄດ້ເລັ່ງທວງໃຫ້ຄະນະ ບໍລິຫານງານສູນກາງພັກສະໄໝທີ X ອອກແຮງເສີມຂະຫຍາຍຈຸດດີ ໃນດ້ານຕ່າງໆຢ່າງແຂງແຮງ, ພ້ອມທັງວາງມາດຕະການ ຈັດຕັ້ງແກ້ໄຂຈຸດບົກຜ່ອງ ແລະ ຄົງຄ້າງທີ່ຜ່ານມາຢ່າງຈິງຈັງ, ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າ ຂອງຄະນະນຳຂອງພັກ ໃຫ້ເດັ່ນຂຶ້ນຕື່ມອີກ. ກອງປະຊຸມຍັງໄດ້ຮັບຟັງການລາຍງານ ກ່ຽວກັບການດັດແປງກົດລະບຽບຂອງພັກ ແລະ ໄດ້ຮັບຮອງເອົາກົດລະບຽບ ສະບັບປັບປຸງ ສະໄໝທີX ເພື່ອເປັນແນວທາງ ການຈັດຕັ້ງປະຕິບັດ ແນວທາງການເມືອງໃຫ້ເປັນຈິງ, ພ້ອມທັງໄດ້ຮຽກຮ້ອງມາຍັງຄະນະພັກທຸກຂັ້ນ, ສະມາຊິກພັກທຸກສະຫາຍ ຈົ່ງເຊີດຊູຄວາມເປັບແບບຢ່າງນຳໜ້າໃນທຸກດ້ານ ນຳພາມະຫາຊົນປະຕິບັດມະຕິກອງ ປະຊຸມໃຫຍ່ ຄັ້ງນີ້ ໃຫ້ປະກົດຜົນເປັນຈິງ, ຮຽກຮ້ອງມາຍັງພະນັກງານນັກຮົບ, ປະຊາຊົນລາວບັນດາເຜົາ, ບັນດາຊັ້ນຄົນ ແລະ ພີ່ນ້ອງເຊື້ອຊາດລາວຜູ້ຮັກຊາດທີ່ດຳລົງຊີວິດ ແລະ ທຳມາຫາກິນຢູ່ຕ່າງປະເທດຈົ່ງເສີມຂະຫຍາຍມານະຈິດບາກບັ່ນ, ບຸກບືນເຂົ້າ ໃສ່ການປະຕິບັດໜ້າທີ່, ທໍາມາຫາກິນ ແລະ ສ້າງສາພັດທະນາ ເພື່ອສ້າງປະເທດລາວໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.
ຈາກນັ້ນ, ສະຫາຍ ເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ໄດ້ກ່າວຄຳສັນລະເສີນຜົນງານ ແລະ ຄຸນ ງາມຄວາມດີ ຂອງສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ IX ທີ່ໄດ້ທຸ່ມເທ ອຸທິດເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນພາລະກິດແຫ່ງການຕໍ່ສູ້ ປົດປ່ອຍປະເທດຊາດ ໃນເມື່ອກ່ອນ ແລະ ໄລຍະແຫ່ງ ການປົກປັກຮັກສາ ແລະ ສ້າງສາປະເທດຊາດ.
ໃນໂອກາດດຽວກັນນີ້, ສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ຍັງໄດ້ກ່າວສັນລະເສີນຜົນງານ ແລະ ຄຸນງາມຄວາມດີຂອງບັນດາສະຫາຍ ກົມການເມືອງສູນກາງພັກ ສະໄໝທີ IX ເຊິ່ງປະກອບມີ ສະຫາຍ ທອງສິງ ທຳມະວົງ, ສະຫາຍ ອາຊາງລາວລີ ແລະ ສະຫາຍ ສົມສະຫວາດ ເລັ່ງສະຫວັດ ອີກດ້ວຍ.
ເນື້ອໃນ: ຂປລ