ຂປລ. ໃນວັນທີ 29 ທັນວາ 2015 ທີ່ຫ້ອງວ່າການລັດຖະບານ ໄດ້ຈັດກອງປະຊຸມຄະນະຊີ້ນຳໂຄງ ການຄ້ຳປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າຂຶ້ນ ພາຍໃຕ້ ການເປັນປະທານຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານເສດຖະກິດການຜະລິດ ແລະ ຈໍລະຈອນທັງເປັນຫົວໜ້າ ຄະນະຊີ້ນຳໂຄງການດັ່ງກ່າວ ໂດຍມີ ທ່ານລັດຖະມົນຕີວ່າການ, ຊ່ວຍວ່າການ, ກົມກອງທີ່ກ່ຽວຂ້ອງ ແລະ ຕາງໜ້າຄະນະນຳ ຈາກບັນດາທ້ອງຖິ່ນ ເຂົ້າຮ່ວມ.
ໃນກອງປະຊຸມໄດ້ສະຫລຸບ ລາຍງານກ່ຽວກັບຜົນຂອງການຈັດຕັ້ງປະຕິບັດ ໂຄງການຄ້ຳປະກັນສະບຽງອາຫານ ແລະ ໂຄງການສົ່ງເສີມ ການຜະລິດເປັນສິນຄ້າ ຕະຫລອດໄລຍະເກືອບ 2 ປີທີ່ຜ່ານມາ ໂດຍສະເພາະ ການຜະລິດເຂົ້າ ແລະ ສັດ ເຊິ່ງເຫັນວ່າ ໃນປີທີ່ຜ່ານມາ ການຜະລິດເຂົ້າ ໃນ 10 ແຂວງເປົ້າໝາຍ ສູງເຖິງ 3,2 ລ້ານກວ່າໂຕນ ໃນເນື້ອທີ່ 786 ພັນເຮັກຕາ ກວມເຖິງ 85% ຂອງການຜະລິດເຂົ້າທົ່ວປະເທດ ສາມາດບັນລຸເປົ້າໝາຍຂອງ ການຜະລິດ ເພື່ອຄ້ຳປະກັນ ສະບຽງອາຫານ ທີ່ວາງໄວ້ 2,3 ລ້ານໂຕນ ແລະ ມີເຫລືອໄວ້ຂາຍ. ແຕ່ໃນນັ້ນ, ມີພຽງ 315 ພັນເຮັກຕາ ທີ່ມີລະບົບຊົນລະປະທານເຂົ້າເຖິງກວມ 40%, ເຫລືອນັ້ນ ເປັນການຜະລິດເຂົ້າຢູ່ນອກເຂດຊົນລະປະທານ ທີ່ມີຄວາມສ່ຽງສູງ ຕໍ່ການ ປ່ຽນແປງດິນຟ້າອາກາດ ທັງໄພແລ້ງ ແລະ ນ້ຳຖ້ວມ ຈຳເປັນຕ້ອງໄດ້ຂະຫຍາຍເນື້ອທີ່ຊົນລະປະທານ ແລະ ເຮັດຊົນລະກະເສດ-ກະເສດສຸມ ເພື່ອປູກເຂົ້າ ເປັນສະບຽງອາຫານສະເພາະໃນເຂດດັ່ງກ່າວ ແລະ ຕ້ານແລ້ງ-ຕ້ານຖ້ວມໄປນຳ. ດັ່ງນັ້ນ, ຈຶ່ງໄດ້ວາງແຜນເພື່ອປັບປຸງ ແລະ ພັດທະນາຊົນລະປະທານ ຮອດປີ 2020 ໃຫ້ 18 ໂຄງການ ແລະ ຮອດປີ 2025 ຕື່ມອີກ 17 ໂຄງການ. ພ້ອມນີ້, ຍັງໄດ້ຍົກໃຫ້ເຫັນເຖິງສະພາບ ການຜະລິດເປັນສິນຄ້າ, ບັນຫາຂໍ້ຄົງຄ້າງ, ມາດຕະການ ຕໍ່ການຈັດຕັ້ງປະຕິບັດໂຄງການ ແລະ ດ້ານນະໂຍບາຍ ທີ່ຕ້ອງໄດ້ເອົາໃຈໃສ່.
ສໍາລັບວຽກງານຈຸດສຸມໃນຕໍ່ໜ້າ ແມ່ນຈະໄດ້ສືບຕໍ່ຈັດຕັ້ງປະຕິບັດວຽກງານຈຸດສຸມ ໃນໂຄງການຕ່າງໆ, ສືບຕໍ່ລົງເລິກຄົ້ນຄວ້າ ແລະ ຜັນຂະຫຍາຍ ບັນດານະໂຍບາຍໃຫ້ເປັນອັນລະອຽດໂດຍສະເພາະ ການຄົ້ນຄວ້ານະໂຍບາຍ, ການຍົກລະດັບ ຄວາມອາດສາມາດ, ຄວາມເຂັ້ມແຂງ ແລະ ການປະກອນ ສ່ວນວຽກງານຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ທັງໃນລະດັບສູນກາງ ແລະ ທ້ອງຖິ່ນ ທີ່ມີບົດຮຽນອັນດີ ໃນການຊ່ວຍແກ້ໄຂບັນຫາ ເຊິ່ງຈະໄດ້ພ້ອມກັນ ກຳນົດເປັນແຜນປະຕິບັດງານລະອຽດ, ແຜນວຽກ ແລະ ຄາດໝາຍສູ້ຊົນ ເພື່ອໃຫ້ສູນກາງ ແລະ ບັນດາທ້ອງຖິ່ນຕ່າງໆ ນຳໄປຈັດຕັ້ງປະຕິບັດ ໃຫ້ປາກົດຜົນເປັນຈິງ.
ເນື້ອໃນ: ຂປລ