
*ໃນໄລຍະຜ່ານມາ ຄະນະສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 10 ແຂວງວຽງຈັນ ໄດ້ຕັ້ງໜ້າລົງພົບ ປະປະຊາຊົນ ຕິດພັນກັບການລົງ ເຜີຍແຜ່ຜົນສຳເລັດ ຂອງກອງປະຊຸມ ຄັ້ງປະຖົມມະລຶກ ແລະ ສະໄໝສາມັນ ເທື່ອທີ 2 ກໍຄືກອງປະຊຸມ ສະພາປະຊາຊົນ ຂັ້ນແຂວງ ທັງ ໄດ້ລະດົມ ວັດຖຸປັດໄຈຊ່ວຍເຫລືອ ໃຫ້ແກ່ປະຊາຊົນ ເຂດຕົນລວມທຶນ ຫລາຍກວ່າ 200 ລ້ານກີບ.
ຕາມໃຫ້ສຳພາດຂອງ ທ່ານ ບຸນສອນ ເພັດລາວັນ ປະທານ ຄະນະສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 10 ແຂວງວຽງຈັນ ເນື່ອງໃນໂອກາດ ເຂົ້າຮ່ວມກອງປະຊຸມ ສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ວ່າ: ຜ່ານມາ ຄະນະ ສສຊ ຕົນກໍໄດ້ເອົາໃຈໃສ່ ເຄື່ອນ ໄຫວວຽກງານຕ່າງໆ ຢ່າງຕັ້ງໜ້າທ່າມກາງ ການແພ່ລະບາດ ຂອງພະຍາດໂຄວິດ-19 ຊຶ່ງສາມາດຍາດ ໄດ້ຜົນງານພົ້ນເດັ່ນຫລາຍດ້ານ ໂດຍສະເພາະແມ່ນ ດ້ານນິຕິບັນຍັດ, ດ້ານການຕົກລົງ ບັນຫາສຳຄັນພື້ນຖານ ຂອງຊາດ, ຂອງແຂວງ, ດ້ານການຕິດຕາມ ກວດກາ ແລະ ອື່ນໆ ໄດ້ຮັບຜົນສຳ ເລັດຕາມຄາດໝາຍທີ່ວາງໄວ້. ອັນພົ້ນເດັ່ນແມ່ນ ຄະນະສະມາຊິກ ສະພາແຫ່ງຊາດ ກໍຄືສະມາຊິກສະພາ ປະຊາຊົນແຂວງວຽງຈັນ ໄດ້ລົງພົບປະຢ້ຽມຢາມ ປະຊາຊົນບັນດາເຜົ່າ ຕິດພັນກັບການນໍາເອົາ ຜົນສໍາເລັດກອງປະຊຸມ ຄັ້ງປະຖົມມະລຶກ ແລະ ສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງ ຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ IIລົງເຜີຍແຜ່ ໄດ້ຫລາຍກວ່າ 180 ຈຸດ, ມີຜູ້ເຂົ້າຮ່ວມຮັບຟັງ ກວ່າ 11 ພັນເທື່ອຄົນ, ພ້ອມນີ້ ກໍໄດ້ເອົາໃຈໃສ່ ລະດົມວັດຖຸປັດໄຈ ທີ່ຈຳເປັນຕໍ່ການ ດຳລົງຊີວິດປະຈຳວັນ ຂອງປະຊາຊົນ. ພົ້ນເດັ່ນແມ່ນມອບເຄື່ອງ ຊ່ວຍ ເຫລືອໃຫ້ແກ່ໂຮງໝໍ ເມືອງທຸລະຄົມ 1 ຄັ້ງ, ລວມເປັນມູນຄ່າ ຫລາຍກວ່າ 20 ລ້ານກີບ, ມອບລົດຮັບ-ສົ່ງຄົນເຈັບ ໃຫ້ແກ່ໂຮງໝໍ ໜ້ອຍບ້ານຜາສັງ ເມືອງເຟືອງ ລວມມູນຄ່າ 20 ພັນໂດລາ , ມອບໂທລະໂຄ່ງ 2 ຊຸດ ໃຫ້ແກ່ບ້ານຂອນແກ່ນ ແລະ ບ້ານຜາສັງລວມ ມູນຄ່າ 30 ລ້ານກີບ ແລະ ເຈວລ້າງມື 20 ແກັດ ແລະ ອື່ນໆ ອີກຈຳນວນໜຶ່ງ.
ທ່ານ ບຸນສອນ ເພັດລາວັນ ຍັງກ່າວຕື່ມວ່າ: ນອກຈາກທີ່ກ່າວມາຂັ້ນເທິງນັ້ນແລ້ວ, ກໍຍັງໄດ້ເອົາໃຈໃສ່ຕໍ່ ວຽກງານຮັບ ແລະ ພິຈາລະນາ ຄຳສະເໜີ, ຄຳຮ້ອງຂໍຄວາມເປັນທຳ ຂອງປະຊາຊົນ ໂດຍໄດ້ຮັບຄຳຮ້ອງ, ຄໍາສະເໜີ ຂໍຄວາມເປັນທຳ ຂອງປະຊາຊົນ ກວ່າ 80 ເລື່ອງ, ເປັນຄຳສະເໜີກວ່າ 40 ເລື່ອງ. ໃນນີ້, ພິຈາລະນາແລ້ວກວ່າ 30 ເລື່ອງ; ເປັນຄຳຮ້ອງຂໍ ຄວາມເປັນທຳ ກວ່າ 40 ເລື່ອງ ພິຈາລະນາແລ້ວ ຫລາຍກວ່າ 30 ເລື່ອງ. ໂດຍລວມແລ້ວໄດ້ຄົ້ນຄວ້າ ພິຈາລະນາຄໍາສະເໜີ, ຄຳຮ້ອງຂໍຄວາມເປັນທຳ ສົ່ງໃຫ້ພາກສ່ວນກ່ຽວຂ້ອງ ເປັນຜູ້ພິຈາລະນາ ແກ້ໄຂແລ້ວ ກວ່າ 70 ເລື່ອງ. ຂະນະທີ່ໄດ້ລາຍງານ ຫາສະພາແຫ່ງຊາດ 9 ເລື່ອງ ແລະ ມາຮອດປັດຈຸບັນ ກໍາລັງຄົ້ນຄວ້າ 14 ເລື່ອງ, ພ້ອມນັ້ນ ຍັງໄດ້ໃຫ້ຄໍາປືກສາ ທາງດ້ານກົດໝາຍ ໃຫ້ແກ່ປະຊາຊົນ ບັນດາເຜົ່າໄດ້ 244 ເທື່ອຄົນ ແລະ ອື່ນໆ.
ເນື້ອໃນ: ຂປລ