
ຂປລ.ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານ ກໍຄືບັນດາກະຊວງທີ່ກ່ຽວຂ້ອງ ໃຫ້ເປັນເຈົ້າການ ແລະ ຮີບຮ້ອນຄົ້ນຄວ້າຜັນຂະຫຍາຍ ບັນດາມາດຕາຂອງກົດໝາຍ ທີ່ກໍານົດໃຫ້ອອກລະ ບຽບການຕ່າງຫາກ ໃຫ້ເປັນນິຕິກໍາໃຕ້ກົດໝາຍ ເພື່ອປະກາດໃຊ້ໂດຍໄວ. ພ້ອມກັນນັ້ນ, ກໍໃຫ້ຄົ້ນຄວ້າ ແລະ ປັບປຸງເນື້ອໃນຂອງບາງມາຕາ ຂອງແຕ່ລະກົດໝາຍ ທີ່ເຫັນວ່າບໍ່ສອດຄ່ອງ ຫລື ຊ້ຳຊ້ອນກັບມາດ ຕາຂອງກົດໝາຍສະບັບອື່ນ ເພື່ອເຮັດໃຫ້ບັນດາກົດໝາຍ 4 ສະບັບ ຄື: ກົດໝາຍ ວ່າດ້ວຍທີ່ດິນ, ກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍ ວ່າດ້ວຍຊັບສິນຂອງລັດ ແລະ ກົດໝາຍວ່າດ້ວຍແຮ່ທາດ ໃຫ້ມີເນື້ອໃນຮັດກຸມ, ຈະແຈ້ງ, ສອດຄ່ອງ ແລະ ສາມາດປະຕິບັດໄດ້ງ່າຍ.
ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ຄະນະປະຈໍາສະພາແຫ່ງຊາດ ໄດ້ປະກອບຄໍາ ເຫັນຕໍ່ບົດລາຍງານ ຂອງລັດຖະບານ ກ່ຽວກັບການປະເມີນ ການຈັດຕັ້ງປະຕິບັດ ກົດໝາຍ 4 ສະບັບ ທີ່ສະເໜີໂດຍທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຕໍ່ກອງປະຊຸມສະໄໝສາ ມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍທ່ານ ໄດ້ກ່າວວ່າ: ໃຫ້ລັດຖະບານ, ບັນດາກະຊວງ, ອົງ ການ ແລະ ອົງການປົກຄອງ ທ້ອງຖິ່ນທຸກຂັ້ນ ເພີ່ມທະວີການໂຄສະນາເຜີຍແຜ່ ກົດໝາຍທັງ 4 ສະ ບັບດັ່ງກ່າວ ໃຫ້ກວ້າງຂວາງ, ເລິກເຊິ່ງ, ທົ່ວເຖິງ ແລະ ແທດເໝາະກັບແຕ່ລະເປົ້າໝາຍ. ແນໃສ່ສ້າງຄວາມເຂົ້າໃຈທີ່ຖືກຕ້ອງ ຕໍ່ເນື້ອໃນແຕ່ລະກົດໝາຍ, ຍົກສູງສະຕິເຄົາລົບ ແລະ ປະຕິບັດກົດໝາຍ ໃນທົ່ວສັງຄົມ ໂດຍຕິດພັນກັບການແກ້ໄຂບັນດາປາກົດການ ແລະ ການປະພຶດ ທີ່ເປັນການລະເມີດກົດຫມາຍໃນສັງຄົມ ຢ່າງເຂັ້ມງວດ; ຍົກສູງ ຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດ, ເພີ່ມທະວີສະຕິເຄົາລົບ ແລະ ປະຕິບັດກົດໝາຍຢ່າງ ເຂັ້ມງວດ, ເດັດດ່ຽວແກ້ໄຂບັນດາ ປະກົດການຫຍໍ້ທໍ້ ທີ່ເປັນການລະເມີດກົດໝາຍ ຂອງພະນັກງານ-ລັດຖະກອນ ໃນຂະແໜງການ ແລະ ອົງການ ຂອງຕົນໃຫ້ທັນການ; ສືບຕໍ່ຄົ້ນຄວ້າ ແລະ ປະເມີນການຈັດຕັ້ງປະຕິບັດກົດໝາຍ ໃນຂົງເຂດຕ່າງໆ ເພື່ອລາຍງານຕໍ່ກອງປະຊຸມ ສະພາແຫ່ງຊາດ ໃນແຕ່ລະເທື່ອ. ສະເພາະໜ້ານີ້, ໃຫ້ປະເມີນການຈັດຕັ້ງ ປະຕິບັດກົດໝາຍ ໃນຂົງເຂດຍຸຕິທໍາ ທີ່ຕິດພັນກັບວາລະແຫ່ງຊາດ ກ່ຽວກັບການແກ້ໄຂ ບັນຫາຢາເສບຕິດ ເພື່ອລາຍງານຕໍ່ກອງປະຊຸມສະໄໝສາ ມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະໄຂຂຶ້ນ ໃນທ້າຍປີ 2022 ນີ້.
ທ່ານ ຈະເລີນ ເຢຍປາວເຮີ ຍັງກ່າວອີກວ່າ: ສໍາລັບ ສະພາແຫ່ງຊາດ ແລະ ສະພາປະຊາຊົນ ຂັ້ນແຂວງ ຕ້ອງສືບຕໍ່ເພີ່ມທະວີການປະຕິບັດ ບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໃນການຕິດຕາມ, ກວດກາຕໍ່ການປະຕິບັດ ລັດຖະທໍາມະນູນ ແລະ ກົດໝາຍ ໂດຍສະເພາະ ກົດໝາຍ 4 ສະບັບ ຂ້າງເທິງນີ້ ໃຫ້ເປັນລະບົບຕໍ່ເນື່ອງ ແລະ ມີປະສິດທິພາບ, ປະສິດທິຜົນກວ່າເກົ່າ.
ຂ່າວ ສົມຫວັງ
ພາບ ອ່າຍຄໍາ
ເນື້ອໃນ: ຂປລ