
ຂປລ. ໃນວັນທີ 21 ມິຖຸນາ 2022, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ລາຍງານ ຕໍ່ກອງປະຊຸມສະໄຫມສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ກ່ຽວກັບຜົນການ ຈັດ ຕັ້ງປະຕິບັດກົດໝາຍ 4 ສະບັບ ຄື: ກົດໝາຍ ວ່າດ້ວຍທີ່ດິນ, ກົດໝາຍ ວ່າດ້ວຍການສົ່ງເສີມການລົງ ທຶນ, ກົດໝາຍ ວ່າດ້ວຍຊັບສິນຂອງລັດ ແລະ ກົດໝາຍ ວ່າດ້ວຍແຮ່ທາດ ຕາມຄໍາແນະນໍາ ຂອງຄະນະປະຈໍາສະພາແຫ່ງຊາດ ສະບັບ ເລກທີ 03/ຄປຈ. ມາຮອດປັດຈຸບັນ ສາມາດຕີລາຄາລວມເຫັນວ່າ ທັງ 4 ກົດໝາຍ ໄດ້ຮັບການໂຄສະນາເຜີຍແຜ່ ຢ່າງກ້ວາງຂວາງ ໃຫ້ອົງການປົກຄອງທ້ອງຖິ່ນ, ສັງຄົມ, ລວມທັງກຸ່ມເປົ້າໝາຍ ແຕ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ຮັບຮູ້ ແລະ ເຂົ້າໃຈ ເລິກເຊິ່ງພໍສົມຄວນ.
ທ່ານ ສອນໄຊ ສີພັນດອນ ໃຫ້ຮູ້ຕື່ມວ່າ: ການໂຄສະນາເຜີບແຜ່ 4 ກົດໝາຍດັ່ງກ່າວ ແມ່ນຜ່ານຫລາຍຊ່ອງທາງ ເຊັ່ນ: ຜ່ານກອງປະຊຸມຕ່າງໆ, ຜ່ານໜັງສືພິມ, ວິທະຍຸ, ສື່ສິ່ງພິມອື່ນ ແລະ ຜ່ານທາງເວັບໄຊ ທັງພາສາລາວ ແລະ ພາສາອັງກິດ. ຂະນະທີ່ ບາງກົດໝາຍ ເຊັ່ນ: ກົດໝາຍວ່າດ້ວຍການສົ່ງ ເສີມການລົງທຶນ, ກົດໝາຍວ່າດ້ວຍ ແຮ່ທາດ ຍັງໄດ້ມີການໂຄສະນາ ເຜີຍແຜ່ຢູ່ຕ່າງປະເທດ; ຂະແໜງ ການທີ່ກ່ຽວຂ້ອງ ໄດ້ເປັນເຈົ້າການປະສານສົມ ທົບກັບຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດກົດໝາຍ. ທັງ 4 ກົດໝາຍ ໄດ້ເປັນເຄື່ອງມືທີ່ສໍາຄັນ ແລະ ເປັນບ່ອນອີງໃຫ້ແກ່ ຂະແໜງການທີ່ກ່ຽວຂ້ອງ ໃນການຄຸ້ມຄອງ, ຕິດຕາມ ແລະ ກວດກາວຽກງານ. ສະເພາະກົດໝາຍ ວ່າດ້ວຍທີ່ດິນ ສະບັບທໍາອິດ ຖືກປະກາດໃຊ້ ໃນປີ 1997 ປະກອບມີ 6 ພາກ, 4 ໝວດ ແລະ 86 ມາດຕາ. ຜ່ານການຈັດຕັ້ງປະຕິບັດ ມາຮອດປັດຈຸບັນ ໄດ້ປັບປຸງທັງໝົດ 2 ຄັ້ງ; ກົດາຍ ວ່າດ້ວຍການສົ່ງເສີມການລົງທຶນ ສະບັບທໍາອິດ ຖືກປະກາດໃຊ້ໃນ 1988 ປະກອບມີ 4 ໝວດ, 32 ມາດ ຕາ. ຜ່ານການຈັດຕັ້ງປະຕິບັດ ມາຮອດປັດຈຸບັນ ໄດ້ປັບປຸງ ທັງຫມົດ 5 ຄັ້ງ; ກົດໝາຍ ວ່າດ້ວຍຊັບສິນຂອງລັດ ສະບັບທໍາອິດ ຖືກປະກາດໃຊ້ໃນປີ 2002 ປະກອບມີ 7 ໝວດ, 32 ມາດຕາ. ຜ່ານການຈັດ ຕັ້ງປະຕິບັດ ມາຮອດປັດຈຸບັນ ໄດ້ປັບປຸງ 1 ຄັ້ງ ໃນປີ 2012 ແລະ ກົດໝາຍ ວ່າດ້ວຍແຮ່ທາດ ສະ ບັບທໍາອິດໃສ່ຊື່ວ່າ ກົດໝາຍວ່າດ້ວຍບໍ່ແຮ່ ຖືກປະກາດໃຊ້ໃນ 1997 ປະກອບມີ 8 ໝວດ, 63 ມາດຕາ. ຜ່ານການຈັດຕັ້ງປະຕິບັດ ມາຮອດປັດຈຸບັນ ໄດ້ປັບປຸງທັງໝົດ 3 ຄັ້ງ.
ທ່ານ ຮອງນາຍົກລັດຖະມົນຕີ ຍັງໃຫ້ຮູ້ອີກວ່າ: ການຕີລາຄາສະພາບການ ຈັດຕັ້ງປະຕິບັດ 4 ກົດໝາຍ ໃນຂອບເຂດທົ່ວປະເທດ ໃນໄລຍະຜ່ານມາ, ລັດຖະບານ ຂໍສະເໜີທິດທາງແກ້ໄຂ ໂດຍຈະເພີ່ມທະວີການໂຄສະນາເຜີຍແຜ່ 4 ກົດໝາຍ ໃຫ້ກວ້າງຂວາງ ແລະ ທົ່ວເຖິງກວ່າເກົ່າ ແຕ່ຂັ້ນສູນກາງລົງຮອດຂັ້ນບ້ານ; ໃຫ້ຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ຕ້ອງເປັນເຈົ້າການຈັດຕັ້ງ ປະຕິບັດກົດໜາຍ ແລະ ລະບຽບການທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ ແລະ ໃຫ້ມີປະສິດທິພາບ; ໃຫ້ຂະແໜງ ການທີ່ເປັນເຈົ້າການ ໃນການຈັດຕັ້ງປະຕິບັດກົດໝາຍ ຕ້ອງປະສານສົມທົບ ກັບຂະແຫນງການອື່ນ ແລະ ອົງການປົກຄອງ ທ້ອງຖິ່ນທີ່ກ່ຽວຂ້ອງ ເພື່ອຮັບປະກັນ ໃຫ້ການເຄື່ອນໄຫວ ວຽກງານ ມີຄວາມຄ່ອງຕົວ ແລະ ແກ້ໄຂບັນຫາທີ່ບໍ່ເອກະພາບກັນ.
ຂ່າວ ສົມຫວັງ
ພາບ ອ່າຍຄໍາ
ເນື້ອໃນ: ຂປລ