
ຂປລ. ໃນວັນທີ 22 ມິຖຸນາ 2022 ທີ່ນະຄອນຫລວງວຽງຈັນ, ສະຖາບັນພັດທະນາ ສີມືແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບອົງການແຮງງານສາກົນ ໄອໂລ-ຊາຍນາ (ILO-China) ຈັດກອງປະຊຸມປຶກສາຫາລື ການຫັນເປັນດີຈີຕອນ ໃນວຽກງານພັດທະນາ ສີມືແຮງງານ (ອຸດສາ ຫະກຳ 4.0) ໂດຍເປັນປະທານຂອງ ທ່ານ ບຸນມາ ສິດທິໂສມ ຫົວໜ້າສະຖາບັນພັດທະ ນາສີມືແຮງງານ ແລະ ທ່ານ ຢູຕົງ ຫລິວ ຫົວໜ້າໂຄງການ ILO-China ພ້ອມດ້ວຍຂະແໜງການ ທີ່ຕິດພັນກັບການກໍ່ ສ້າງກຳລັງແຮງງານ, ການພັດທະນາຊັບພະຍາກອນມະນຸດ ແລະ ຜູ້ທີ່ມີປະສົບການໃນການດໍາເນີນທຸລະກິດ ແລະ ການບໍລິການ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງ ການແນະ ນຳ ກ່ຽວກັບວຽກງານດີຈີຕອນ ໃນການການພັດທະນາທັກສະການນຳໃຊ້ ແລະ ເຄື່ອງມືອຸດສາຫະກຳ 4.0 ຈາກຊ່ຽວຊານດ້ານອຸດສາຫະ ກຳ 4.0 ຈາກມະຫາວິທະຍາໄລວູຊີ ສປ ຈີນ; ພ້ອມນີ້ຜູ້ເຂົ້າຮ່ວມ ໄດ້ມີການແລກປ່ຽນ ແລະ ຖອດຖອນບົດຮຽນ ກ່ຽວກັບທ່າແຮງບັນຫາສິ່ງທ້າທາຍ ລະບົບດີຈີຕອນ 4.0 ໃນ ສປປ ລາວ ຮ່ວມກັບບັນດາຜູ້ຊ່ຽວຊານຈາກຕ່າງປະເທດ ທີ່ມີປະສົບການ ທີ່ມາສະເໜີແນວຄວາມຄິດ ແລະ ບົດຮຽນທີ່ເຂົາເຈົ້າມີຜົນສຳເລັດ ໃນການຫັນເປັນດີຈີຕອນ ໃນຍຸກຫັນເປັນທັນສະໄໝ.
ທ່ານ ບຸນມາ ສິດທິໂສມ ໄດ້ກ່າວວ່າ: ໃນປັດຈຸບັນ, ໂລກຂອງເຮົາກ້າວເຂົ້າ ສູ່ດີຈີຕອນຢ່າງເຕັມຮູບແບບ ເຮັດໃຫ້ກິດຈະກໍາ ທາງດ້ານເສດຖະກິດ ແລະ ສັງຄົມ ມີຂະບວນການທີ່ວ່ອງໄວ, ເທັກໂນໂລຊີຕ່າງໆ ໄດ້ຕິດພັນກັບຊີວິດ ຄົນເຮົາຫລາຍຂຶ້ນ; ພ້ອມກັນນັ້ນ ມັນຍັງໄດ້ປ່ຽນແປງ ໂຄງສ້າງຮູບແບບກິດຈະກໍາ ທາງເສດຖະກິດ ແລະ ຂະບວນການທາງສັງຄົມອື່ນໆ ໄປຢ່າງສິ້ນເຊີງ. ບັນດາປະເທດ ທີ່ທັນສະໄໝໃນໂລກ ກໍໄດ້ນໍາເອົາ ເຕັກໂນໂລຊີ ດີຈີຕອນ ມາໝູນໃຊ້ເປັນເຄື່ອງມືສໍາຄັນ ໃນການຂັບເຄື່ອນການພັດທະນາປະເທດ.
ສໍາລັບ ສປປ ລາວ ໄດ້ມີແນວທາງນະໂຍບາຍ ການຫັນເປັນອຸດສະຫະກໍາ 4.0 ແລະ ທັນສະໄໝເທື່ອລະກ້າວ ໂດຍສະເພາະ ການພັດທະນາ ເສດຖະກິດ-ສັງຄົມ ແລະ ການພັດທະນາ ຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບ ເພື່ອນໍາພາປະເທດຫລຸດພົ້ນ ອອກຈາກຄວາມດ້ອຍພັດທະນາ. ສະນັ້ນ, ພວກເຮົາຈະຕ້ອງ ມີການປະສົມປະສານກົນໄກຕ່າງໆ ທັງພາກລັດ ແລະ ເອກະຊົນ ໃຫ້ຂັບເຄື່ອນໄປໃນທິດທາງດຽວກັນ ເພື່ອເອື້ອອໍານວຍ ໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມ ໂດຍມີຄວາມຫວັງ ຢາກນໍາໃຊ້ເທັກໂນໂລຊີ ດີຈີຕອນ ເຂົ້າມາມີບົດບາດ ໃນທຸກພາກສ່ວນ.
ຂໍ້ມູນ: ກະຊວງ ຮສສ
ເນື້ອໃນ: ຂປລ