ໃນກົດໝາຍວ່າດ້ວຍການຄຸ້ມຄອງ ເງິນຕາຕ່າງປະເທດ ສະບັບປີ 2014 ໄດ້ລະບຸໄວ້ວ່າ: ລັດຖະບານ ແຫ່ງ ສປປ ລາວ ຄຸ້ມຄອງວຽກງານ ເງິນຕາຕ່າງປະເທດ ຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດ ທົ່ວປະເທດ ໂດຍມອບໃຫ້ ທະນາຄານ ແຫ່ງ ສປປ ລາວ ເປັນຜູ້ຮັບຜິດ ຊອບໂດຍກົງ ແລະ ເປັນໃຈກາງ ໃນການປະສານ ສົມທົບກັບ ກະຊວງການເງິນ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງປ້ອງກັນ ຄວາມສະຫງົບ, ຂະແໜງການອື່ນ ແລະ ອົງການປົກຄອງ ທ້ອງຖິ່ນທີ່ກ່ຽວຂ້ອງ.
ໃນນັ້ນ, ທະນາຄານ ແຫ່ງ ສປປ ລາວ ມີສິດ ແລະ ໜ້າທີ່ ໃນການຄຸ້ມຄອງ ວຽກງານເງິນຕາ ຕ່າງປະເທດ ດັ່ງນີ້: ຄົ້ນຄວ້າສ້າງແຜນ ຍຸດທະສາດ, ນະໂຍບາຍ, ກົດໝາຍ ກ່ຽວກັບການ ຄຸ້ມຄອງເງິນຕາ ຕ່າງປະເທດ ເພື່ອສະເໜີ ພິຈາລະນາ; ອະນຸຍາດ, ໂຈະ ຫລື ຍຸບເລີກການ ດໍາເນີນ ທຸລະກິດ ເງິນຕາຕ່າງປະເທດ, ການເປີດບັນຊີ ເງິນຝາກຢູ່ຕ່າງ ປະເທດ, ການໃຫ້ກູ້ ຫລື ຮັບເງິນກູ້ ແລະ ສິນເຊື່ອການຄ້າ ກັບຕ່າງປະເທດ ພ້ອມທັງຕິດຕາມ ກວດກາຫົວໜ່ວຍ ທຸລະກິດດັ່ງກ່າວ; ໂຄສະນາ, ເຜີຍແຜ່ກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານ ເງິນຕາຕ່າງປະເທດ ແລະ ປູກ ຈິດສຳນຶກ ໃຫ້ແກ່ສັງຄົມ ໃນການນຳໃຊ້ເງິນກີບ; ສ້າງ, ບຳລຸງ, ຈັດຝຶກອົບຮົມ ແລະ ຍົກລະດັບຄວາມຮູ້ ກ່ຽວກັບວຽກງານ ເງິນຕາຕ່າງປະເທດ ໃຫ້ແກ່ພະນັກງານ ແລະ ການຈັດຕັ້ງທີ່ ກ່ຽວຂ້ອງຂອງຕົນ; ເກັບກຳ, ສັງລວມຂໍ້ມູນ ກ່ຽວກັບວຽກງານ ເງິນຕາຕ່າງປະເທດ; ປະສານສົມທົບ ກັບພາກ ສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງ ປະຕິບັດກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານເງນິ ຕາຕ່າງປະເທດ; ພົວພັນຮ່ວມມື ກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານ ຄຸ້ມຄອງເງິນຕາ ຕ່າງປະເທດ; ສະຫລຸບ ແລະ ລາຍງານ ການຈັດຕັ້ງປະຕິບັດ ວຽກງານເງິນຕາ ຕ່າງປະ ເທດ ໃຫ້ລັດຖະບານ ຢ່າງເປັນປົກກະຕິ; ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ ໃນກົດໝາຍ ແລະ ລະບຽບການ.
ພ້ອມນີ້ໃນມາດຕາ 39 ຍັງກຳນົດກ່ຽວກັບສິດ ແລະ ໜ້າທີ່ຂອງບັນດາກະຊວງ, ຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນ ມີສິດ ແລະ ໜ້າທີ່ຂອງຕົນ ໃນການຄຸ້ມຄອງ ວຽກງານເງິນຕາ ຕ່າງປະເທດ ດັ່ງນີ້: ກະຊວງການເງິນມີສິດ ແລະ ໜ້າທີ່ ໃນການຄຸ້ມຄອງ, ຕິດຕາມ, ກວດກາການນຳໃຊ້ ເງິນກູ້ ແລະ ການຄ້ຳປະກັນເງິນກູ້ ຂອງລັດຖະບານ ລວມທັງເງນິ ຊ່ວຍເຫລືອລ້າ ທີ່ສະໜອງ ໃຫ້ແກ່ລັດຖະບານ, ຮັບແຈ້ງການນຳເງິນຕາ ເຂົ້າ-ອອກ ສປປ ລາວ ພ້ອມທັງນຳໃຊ້ ມາດຕະການ ຕໍ່ຜູ້ລະເມີດ ກົດໝາຍສະບັບນີ້ ແລະ ກົດໝາຍອື່ນ ທີ່ກ່ຽວຂ້ອງ ຕາມພາລະບົດ ບາດຂອງຕົນ. ກະຊວງອຸດສາຫະກຳ ແລະ ການຄ້າ ມີສິດ ແລະ ໜ້າທີ່ ໃນການຄຸ້ມຄອງ, ຕິດຕາມໂຄສະນາ, ການກຳນົດ ລາຄາສິນຄ້າ, ຄ່າບໍລິການ ແລະ ຄ່າອື່ນ ໃຫ້ເປັນເງິນກີບ ພ້ອມທັງນຳໃຊ້ ມາດຕະການ ຕໍ່ຜູ້ລະເມີດ ກົດໝາຍສະບັບນີ້ ແລະ ກົດໝາຍທີ່ກ່ຽວຂ້ອງ ຕາມພາລະບົດບາດ ຂອງ ຕົນ. ກະຊວງແຜນການ ແລະ ການລົງທຶນ ມີສິດ ແລະ ໜ້າທີ່ ໃນການຄຸ້ມຄອງ, ຕິດຕາມ ການນຳທຶນເຂົ້າ ຂອງຜູ່ລົງທຶນ ຕ່າງປະເທດ ແລະ ການໄປລົງທຶນ ຢູ່ຕ່າງປະເທດ ຂອງ ຜູ້ມີພູມລຳເນົາຢູ່ ສປປ ລາວ ຕາມທີ່ໄດ້ກຳນົດໄວ້ ໃນກົດໝາຍສະບັບນີ້ ແລະ ກົດໝາຍອື່ນ ທີ່ກ້ຽວຂ້ອງ ຕາມພາລະ ບົດບາດຂອງຕົນ. ກະຊວງປ້ອງກັນຄວາມສະຫງົບ ມີສິດ ແລະ ໜ້າທີ່ ໃນການຄຸ້ມຄອງ, ຕິດຕາມການ ນຳໃຊ້ແລະ ແລກປ່ຽນເງິນຕາ ທີ່ບໍ່ໄດ້ຮັບອະນຸຍາດ ຈາກທະນາຄານ ແຫ່ງສປປ ລາວ ພ້ອມທັງນຳໃຊ້ ມາດຕະການ ຕໍ່ຜູ້ລະເມີດ ກົດໝາຍສະບັບນີ້ ແລະ ກົດໝາຍອື່ນ ທີ່ກ່ຽວຂ້ອງ ຕາມພາ ລະບົດບາດຂອງຕົນ. ຂະແໜງການອື່ນ ແລະ ອົງການປົກຄອງ ທ້ອງຖິ່ນທີ່ກ່ຽວຂ້ອງ ມີສິດ ແລະ ໜ້າທີ່ ປະກອບສ່ວນ ໃນການຄຸ້ມຄອງ, ຕິດຕາມການເຄື່ອນໄຫວ ກ່ຽວກັບວຽກງານ ເງິນຕາຕ່າງປະເທດ, ສະໜອງຂໍ້ມູນ ແລະ ໃຫ້ການຮ່ວມມື ກັບທະນາຄານ ແຫ່ງ ສປປ ລາວ ລວມທັງອົງ ການຄຸ້ມຄອງອື່ນ ຕາມທີ່ໄດ້ກຳນົດໄວ້ ໃນມາດຕາ 37 ຂອງກົດໝາຍສະບັບນີ້ ຕາມຂອບເຂດ ຄວາມຮັບຜິດຊອບຂອງຕົນ./.
ເນື້ອໃນ: ຂປລ