ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ລະເມີດກົດໝາຍ ແລະ ລະບຽບການອື່ນ ກ່ຽວກັບການຄຸ້ມຄອງ ເງິນຕາຕ່າງປະເທດ ທີ່ສ້າງຄວາມເສຍຫາຍ ແກ່ລັດ ແລະ ສັງຄົມ ຈະຖືກປະຕິບັດ ມາດຕະການ ສຶກສາອົບຮົມ, ລົງວິໄນ, ປັບໃໝ, ໃຊ້ແທນ ຄ່າເສຍຫາຍທາງແພ່ງ ຫລື ຮັບຜິດຊອບ ທາງອາຍາ ຕາມແຕ່ລະກໍລະນີເບົາ ຫລື ໜັກ. ໃນການກະທຳຜິດ ເປັນຄັ້ງທຳອິດ ມີລັກສະນະເບົາ ຈະຖືກສຶກສາອົບຮົມ, ກ່າວເຕືອນ ຈາກອົງການ ທີ່ກ່ຽວຂ້ອງ ພ້ອມທັງບັນທຶກ ເປັນລາຍ ລັກອັກສອນ.
ສຳລັບເຈົ້າໜ້າທີ່ ຫລື ພະນັກງານຂອງລັດ ທີ່ລະເມີດຂໍ້ຫ້າມ ຕາມທີ່ໄດ້ກຳນົດໄວ້ ກ່ຽວກັບການຄຸ້ມຄອງ ເງິນຕາຕ່າງປະເທດ ຊຶ່ງບໍ່ເປັນການ ກະທຳຜິດທາງອາຍາ ຈະຖືກລົງວິໄນ ຕາມແຕ່ລະກໍລະນີດັ່ງນີ້: ກ່າວເຕືອນ ໂດຍບັນທຶກໄວ້ ໃນສຳ ນວນ ເອກະສານ ຊີວະປະຫວັດ ຂອງຜູ່ກ່ຽວ; ໂຈະການເລື່ອນຊັ້ນ, ຂັ້ນເງິນເດືອນ ແລະ ການຍ້ອງຍໍ; ປົດຕຳແໜ່ງ ຫລື ຍົກຍ້າຍ ໄປຮັບໜ້າທີ່ອື່ນ ທີ່ມີຕຳແໜ່ງຕ່ຳກວ່າ; ໃຫ້ອອກຈາກການ ເປັນລັດຖະກອນ ໂດຍບໍ່ໄດ້ຮັບ ນະໂຍບາຍໃດໆ. ຜູ້ ຖືກລົງວິໄນ ຕ້ອງມອບຊັບສິນ ທີ່ໄດ້ມາ ໂດຍບໍ່ຖືກຕ້ອງນັ້ນ ໃຫ້ແກ່ການຈັດຕັ້ງ ຢ່າງຄົບຖ້ວນ.
ພ້ອມນີ້, ໃນມາດຕາ 49 ໄດ້ລະບຸໄວ້ວ່າ: ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ລະເມີດກົດໝາຍ ແລະ ລະບຽບການອື່ນ ກ່ຽວກັບການຄຸ້ມຄອງ ເງິນຕາຕ່າງປະເທດ ຈະຖືກປັບໃໝ ຈາກເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຕາມແຕ່ລະກໍລະນີ ດັ່ງນີ້: ຕິດປະກາດ ຫລື ໂຄສະນາລາຄາ ແລະ ຄ່າອື່ນ ໃນ ສປປ ລາວ ເປັນເງິນຕາ ຕ່າງປະເທດ ຈະຖືກປັບໃໝ ໜຶ່ງລ້ານ (1.000.000) ກີບ ຕໍ່ຄັ້ງ; ຮັບຊຳລະ ຫລື ຊຳລະຄ່າສິນຄ້າ, ຄ່າບໍລິການ, ຊຳລະໜີ້, ເບີກຈ່າຍເງິນເດືອນ, ປະຕິບັດພັນທະ ຕໍ່ ລັດ ເປັນເງິນຕາ ຕ່າງປະເທດ ໂດຍບໍ່ໄດ້ຮັບ ອະນຸຍາດ ຈະຖືກປັບໃໝ ສາມລ້ານ (3.000.000) ກີບ ຕໍ່ຄັ້ງ; ດຳເນີນທຸລະກິດ ເງິນຕາຕ່າງປະເທດ ຫລື ແລກປ່ຽນເງິນຕາ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ ສາມສິບລ້ານ (30.000.000) ກີບ; ກຳນົດ, ຕິດປະກາດ ຫລື ປະຕິບັດ ອັດຕາແລກປ່ຽນ ຂອງທະນາຄານທຸລະກິດ, ຮ້ານແລກປ່ຽນເງິນຕາ ຫລື ສະຖານທີ່ບໍລິການ ທີ່ກ່ຽວຂ້ອງ ທີ່ບໍ່ຖືກຕ້ອງ ຕາມລະບຽບ ການຈະຖືກປັບໃໝ ຫ້າລ້ານ (5.000.000) ກີບຕໍ່ຄັ້ງ; ເປີດບັນຊີເງິນ ຝາກຢູ່ຕ່າງປະເທດ ໂດຍບໍ່ໄດ້ຮັບອະນຸຍາດ ຈາກທະນາຄານ ແຫ່ງ ສປປ ລາວ ຈະຖືກປັບໃໝ ຊາວລ້ານ (20.000.000) ກີບ; ບໍ່ລາຍງານຂໍ້ມູນ, ລາຍງານຂໍ້ມູນ ບໍ່ຖືກຕ້ອງ ຕາມຄວາມເປັນຈິງ ຈະຖືກປັບໃໝ ຫ້າ ລ້ານ (5.000.000) ກີບ ຕໍ່ຄັ້ງ; ໃຫ້ກູ້ ຫລື ຮັບເງິນກູ້ ແລະ ສິນເຊື່ອການຄ້າ ກັບຕ່າງປະເທດ ໂດຍບໍ່ໄດ້ຮັບອະນຸຍາດ ຄັ້ງທີໜຶ່ງ ຈະຖືກປັບໃໝ ສູນຈຸດໜຶ່ງສ່ວນຮ້ອຍ (0,1%) ຂອງມູນຄ່າເງິນກູ້ ຫລື ສິນເຊື່ອການຄ້າ; ນຳເງິນສົດ ເປັນເງິນ ຕາຕ່າງປະເທດ, ເງິນສົດເປັນເງິນກີບ ເຂົ້າ-ອອກ ສປປ ລາວ ທີ່ມີມູນຄ່າ ເກີນລະບຽບການ ໂດຍບໍ່ແຈ້ງຕໍ່ເຈົ້າໜ້າທີ່ ພາສີປະຈຳດ່ານ ຫລື ບໍ່ໄດ້ຮັບອະນຸຍາດ ຈາກທະນາຄານ ແຫ່ງ ສປປ ລາວ ຄັ້ງທີໜຶ່ງ ຈະຖືກປັບໃໝ ຫ້າສິບສ່ວນຮ້ອຍ (50%) ຂອງມູນຄ່າທີ່ລະເມີດ. ເມື່ອມີການລະເມີດຊ້ ຳໃນແຕ່ລະກໍລະນີ ຈະຖືກປັບໃໝ ສອງເທົ່າ ຂອງມູນຄ່າປັບໃໝ ໃນຄັ້ງຫລ້ສຸດ.
ສຳລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ລະເມີດກົດໝາຍສະບັບນີ້ ຊຶ່ງໄດ້ສ້າງຄວາມເສຍຫາຍ ແກ່ລະບົບເສດຖະກິດ, ການເງິນ ແລະ ເງິນຕາຂອງ ສປປ ລາວ ແລະ ຜູ້ອື່ນຕ້ອງໄດ້ໃຊ້ ແທນຄ່າເສຍຫາຍ ຕາມທີ່ຕົນໄດ້ກໍ່ຂຶ້ນ. ຂະນະ ດຽວກັນບຸກຄົນ ທີ່ລະເມີດ ກົດໝາຍສະບັບນີ້ ຊຶ່ງມີອົງປະກອບ ຂອງການກະທຳຜິດທາງອາຍາ ແລະ ສ້າງຄວາມເສຍຫາຍ ແກ່ລະບົບເສດຖະກິດ, ການເງິນ ແລະ ເງິນຕາ ຂອງ ສປປ ລາວ ຈະຖືກລົງໂທດ ຕາມກົດໝາຍ ອາຍາ ຫລື ກົດ ໝາຍ ອື່ນທີ່ກຳນົດໂທດທາງອາຍາ. ຫາກຜູ້ລະເມີດ ມາດຕະການປັບໃໝ ເປັນອາຈີນ ຈະຖືວ່າເປັນການ ກະທຳຜິດທາງອາຍາ ແລະ ຖືກລົງໂທດ ຕັດອິດສະລະພາບ ແຕ່ຫົກເດືອນ ຫາ ສອງປີ ແລະ ປັບໃໝ ແຕ່ ສາມລ້ານ (3.000.000) ກີບ ຫາ ສິບລ້ານ (10.000.000) ກີບ./.
ເນື້ອໃນ: ຂປລ