ຂປລ.ສຳນັກຂ່າວ ຣອຍເຕີ ລາຍງານ ຫລ້າສຸດ ກ່ຽວກັບ ຕົວເລກ ຜູ້ເສຍຊີວິດ ຈາກເຫດແຜນດິນໄຫວ ໃນວັນນີ້ ຂະໜາດ 6,1ຣິກເຕີ ເພີ່ມຂຶ້ນ 950ຄົນ ແລະ ບາດເຈັບ ຫລາຍກວ່າ600ຄົນ ແລະ ຄາດຕົວເລກ ອາດເພີ່ມຂຶ້ນອີກ ເນື່ອງຈາກ ເປັນເຂດພູດອຍ ຫ່າງໄກ ສອກຫລີກ ແລະ ຫຍຸ້ງຍາກ ໃຫ້ການເຂົ້າເຖິງ ສະຖານທີ່ ເກີດເຫດ.ປັດຈຸບັນ ເຈົ້າໜ້າທີ່ ກູ້ໄພ ແລະ ໜ່ວຍງານ ທີ່ກ່ຽວຂ້ອງ ເລັ່ງຄົ້ນຫາ ຜູ້ເຄາະຮ້າຍ ຍັງຕິດຢູ່ ຕາມສາກ ອາຄານ ທີ່ໄດ້ຮັບ ຄວາມເສຍຫາຍ ຈາກແຮງ ສັ້ນສະເທືອນ ຫ່າງຈາກ ເມືອງໂຄສ ໄປທາງ ຕາເວັນຕົກ ສ່ຽງໃຕ້ 46ກິໂລແມັດ ເປັນເມືອງ ທາງຕາເວັນຕົກ ຂອງອາຟະການິດສະຖານ ໃກ້ຊາຍແດນ ປາກິດສະຖານ ຖືວ່າ ຮຸນແຮງ ໜັກສຸດ ໃນຮອບ20ປີ ຜ່ານມາ./.(ພາກຂ່າວ: ຕ່າງປະເທດ)
ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ
ເນື້ອໃນ: ຂປລ