ຂປລ.ຕາມຂ່າວຈາກ VOVWORLD,ເວທີປາໄສ ອາຊຽນ-ຍີ່ປຸ່ນ ຂັ້ນເຈົ້າໜ້າທີ່ ອາວຸໂສ (SOM) ປະຈຳປີຄັ້ງທີ 37 ໄດ້ຈັດຂຶ້ນ ແບບທາງໄກ ໃນວັນທີ 20 ມິຖຸນາ 2022. ທ່ານ ຫວູ ໂຮ່, ເອກອັກ ຄະລັດຖະທູດ, ຜູ້ຮັກສາ ການຫົວໜ້າ SOM ASEAN ຫວຽດນາມ ພ້ອມກັບ ຫົວໜ້າ SOM ບັນດາປະເທດ ອາຊຽນ ແລະ ຍີ່ປຸ່ນ ເຂົ້າຮ່ວມ ເພື່ອຊຸກຍູ້ ການຮ່ວມມື ເສດຖະກິດ-ການຄ້າ-ການລົງທຶນ ຍາມໃດກໍ່ ແມ່ນເສົາຄ້ຳຕົ້ນຕໍ ໃນການພົວພັນ ຄູ່ຮ່ວມມື ອາຊຽນ - ຍີ່ປຸ່ນ ແລະ ຖືວ່າ ໃນໄລຍະ ຈະມາເຖິງ, ອາຊຽນ ແລະ ຍີ່ປຸ່ນ ຕ້ອງຕັ້ງໜ້າ ໜູນຊ່ວຍກັນ ຜັນຂະຫຍາຍ ປະສິດທິຜົນ ບັນດາ ໂຄງການຮ່ວມມື, ຂໍ້ລິເລີ່ມຟື້ນຟູ; ພ້ອມທັງ ສືບຕໍ່ສົມທົບນະໂຍບາຍ ເພື່ອແນໃສ່ ຍູ້ແຮງ ການແລກ ປ່ຽນການຄ້າ, ການລົງທຶນ, ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ໃນການສະໜອງ, ຊຸກຍູ້ການຄ້າ ຫລາຍຝ່າຍ ແລະ ຮ່ວມສຳພັນ ເສດຖະກິດ ພາກພື້ນ ຜ່ານການ ຜັນຂະຫຍາຍ ປະສິດທິຜົນ ຂອງຂໍ້ຕົກລົງ ດ້ານເສດຖະກິດ-ການຄ້າ ຫລາຍຝ່າຍ. ໃນນັ້ນມີ ອະນຸພາກພື້ນ ແມ່ນ້ຳຂອງ ຜ່ານຂອບເຂດ ການຮ່ວມມື ແມ່ຂອງ-ຍີ່ປຸ່ນ ແລະ ຮັບປະກັນ ສັນຕິ ພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບ ຢູ່ພາກພື້ນ./. (ພາກຂ່າວ: ຕ່າງປະເທດ)
ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ
ເນື້ອໃນ: ຂປລ