ຂປລ.ຕາມຂ່າວຈາກ ລອນດອນ,ວັນທີ22ມິຖຸນານີ້, ລາຄາ ອາຫານ ທີ່ສູງຂຶ້ນ ເຮັດໃຫ້ ອັດຕາ ເງິນເຟີ້ ຂອງອັງກິດ ໃນເດືອນພຶດສະພາ ເຮັດສະຖິຕິ ສູງສຸດ ໃນຮອບ40ປີ ຄັ້ງໃໝ່ 9,1% ແລະ ສູງທີ່ສຸດ ໃນກຸ່ມປະເທດ ອຸດສາຫະກຳ ແຖວໜ້າ 7ປະເທດ (G7) ຫລັງຈາກ ດັດຊະນີ ຜູ້ບໍລິໂພກ ເພີ່ມຂຶ້ນ 0,7ຕໍ່ເດືອນ.ຂະນະທີ່ ທະນາຄານກາງ ອັງກິດ ເປີດເຜີຍ ອັດຕາ ເງິນເຟີ້ ຈະສູງກວ່າ9% ຕໍ່ໄປອີກ ຫລາຍເດືອນ ແລະ ຈະໄປສູງສຸດ ເຖິງ11% ໃນເດືອນຕຸລາ ເມື່ອຄ່ານ້ຳມັນ ເຊື້ອໄຟ ທີ່ຖືກ ຄວບຄຸມໄວ້ ຕ້ອງຂຶ້ນລາຄາ ອີກຄັ້ງ.ປັດຈຸບັນ ລັດຖະບານ ອັງກິດ ພວມເລັ່ງ ແກ້ໄຂ ບັນຫາ ລາຄາ ສິນຄ້າ ແລະ ການບໍລິການ ປັບໂຕ ສູງຂຶ້ນ ຢ່າງຕໍ່ເນື່ອງ./. (ພາກຂ່າວ: ຕ່າງປະເທດ)
ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ
ເນື້ອໃນ: ຂປລ