ຂປລ. ກົມການສຶກສານອກໂຮງຮຽນ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງກອງປະຊຸມສະຫລຸບ ໂຄງການສົົ່ງເສີມເປົ້າໝາຍ ການພັດທະນາແບບຍືນຍົງ-ເປົ້າໝາຍທີ 4 ປະຈໍາປີ 2021 ແລະ ວາງທິດທາງແຜນການ ປີ 2022 ໃນຮູບແບບເຊິ່ງໜ້າ ແລະ ອອນລາຍ ເພື່ອຊອກຫາວິທີແກ້ໄຂ ຈຸດທີ່ຍັງຄົງຄ້າງ ແລະ ສືບຕໍ່ຜັນຂະຫຍາຍ ໃນການຈັດຕັ້ງປະຕິບັດ ໂຄງການໃຫ້ປະກົດຜົນເປັນຈິງ, ຮັບປະກັນຄຸນນະພາບ ແລະ ບັນລຸເປົ້າໝາຍການພັດທະນາ ໃນຂະແໜງການສຶກສາ ໃຫ້ມີຄວາມຍືນຍົງ.
ທ່ານ ນາງ ພິລານີ ພິດສະໄໝ ຮອງຫົວໜ້າກົມ ການສຶກສານອກໂຮງຮຽນ ໃຫ້ຮູ້ວ່າ: ຜ່ານການຈັດຕັ້ງປະຕິບັດ ໂຄງການ ໃນປີ 2021 ຜ່ານມາ ໄດ້ຄັດເລືອກ 30 ບ້ານ ໃນ 6 ເມືອງ ຢູ່ 3 ແຂວງ ຄື: ໄຊຍະບູລີ, ຫລວງພະບາງ ແລະ ແຂວງສະຫວັນນະເຂດ ເປັນແຂວງເປົ້າໝາຍ ໃນການຈັດຕັ້ງປະຕິບັດໂຄງການ; ສະໜອງອຸປະກອນ ການຮຽນ-ການສອນ ໃຫ້ເດັກນ້ອຍ 6-14 ປີ ແລະ ຊາວໜຸ່ມ 14-35 ປີ ເປັນຕົ້ນ ປຶ້ມ, ສໍ, ຢາງ ລຶບ, ປຶ້ມແບບຮຽນວິຊາຊີບ ແລະ ສະໜອງອຸປະກອນ ໃຫ້ສູນຮຽນຮູ້ຊຸມຊົນ ໃນການຈັດ ການຮຽນການສອນ. ສຳລັບຂະແໜງການສຶກສາ ນອກໂຮງຮຽນຂັ້ນເມືອງ ໄດ້ຮັບລົດຈັກ ເມືອງລະ 1 ຄັນ ເພື່ອລົງຕິດຕາມຊຸກຍູ້ ການຈັດຕັ້ງປະຕິບັດໂຄງການ ແລະ ລົດຕູ້ (15 ບ່ອນນັ່ງ) ມອບໃຫ້ຫ້ອງການ ກຳມາທິການແຫ່ງຊາດ ເພື່ອອຸຍເນັສໂກ ໃນການຕິດຕາມຄຸ້ມຄອງບໍລິຫານ ການຈັດຕັ້ງປະຕິບັດໂຄງການ; ເດັກນ້ອຍ 6-14 ປີ ແລະ ຊາວໜຸ່ມ 15-35 ປີ ໄດ້ເຂົ້າຮຽນ ລົບລ້າງ ແລະ ປະຖົມບຳລຸງ ຈຳນວນ 782 ຄົນ, ຍິງ 391 ຄົນ ໃນ 30 ບ້ານ 6 ເມືອງ 3 ແຂວງເປົ້າໝາຍ. ພ້ອມກັນນີ້, ປະຊາກອນ ໃນບ້ານເປົ້າໝາຍ ໄດ້ຮັບການຝຶກອົບຮົມ ວິຊາຊີບຂັ້ນພື້ນຖານ, ສາຂາວິຊາ ກະສິກຳ, ປູກຝັງ, ລ້ຽງສັດ ແລະ ປຸງແຕ່ງ ຈຳນວນ 523 ຄົນ, ຍິງ 252 ຄົນ; ຄູການສຶກສານອກໂຮງຮຽນ ແລະ ຄູສາມັນ, ຄູຝຶກອົບຮົມວິຊາຊີບຂັ້ນພື້ນຖານ ໄດ້ຮັບການຍົກລະ ດັບວິຊາສະເພາະ ດ້ານການສິດສອນ ທີ່ມີການຍືດຍຸ່ນ ແລະ ຫລາກຫລາຍວິທີ ໂດຍສະເພາະ ທັກສະ ໃນການສິດສອນຜູ້ໃຫຍ່; ພະນັກງານຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ ໄດ້ນຳໃຊ້ເຄື່ອງມື ໃນການປະເມີນຜົນ ແລະ ສາມາດປະເມີນຜົນ ການຮຽນ-ການສອນ ຂອງຜູ້ຮຽນ ແລະ ການຈັດຕັ້ງປະຕິບັດໂຄງການ ແລະ ອື່ນໆ.
ສ່ວນແຜນກິດຈະກຳ ໃນປີ 2022 ແມ່ນຈະສືບຕໍ່ ໃນການຈັດການຮຽນ-ການສອນລົບລ້າງຄວາມບໍ່ຮູ້ໜັງສືຊັ້ນປະຖົມ ຢູ່ໃນບ້ານ ແລະ ເມືອງເປົ້າໝາຍ ຈຳນວນ 1.000 ຄົນ; ສະໜອງອຸປະກອນ ການຮຽນ-ການສອນ ໃຫ້ແກ່ບ້ານເປົ້າໝາຍເຊັ່ນ: ບິກ, ສໍ, ບັນທັດ, ປຶ້ມຂຽນ, ຖົງຜ້າ ແລະ ປຶ້ມແຕ່ງບົດສອນ; ສະໜອງອຸປະກອນ ຝຶກອົບຮົມວິຊາຊີບໃຫ້ແກ່ສູນຮຽນຮູ້ຊຸມຊົນ; ຝຶກອົບຮົມຄູຝຶກ ໃນໄລຍະພັກແລ້ງ; ຝຶກອົບຮົມວິຊາຊີບ ຂັ້ນພື້ນຖານໃຫ້ແກ່ຊຸມຊົນ ຢູ່ໃນບ້ານເປົ້າໝາຍ ໄປຕາມຫົວຂໍ້ລາຍວິຊາ ທີ່ກຳນົດໄວ້; ເຜີຍແຜ່ພາລະບົດບາດ ຂອງສູນຮຽນຮູ້ຊຸມຊົນ ເພື່ອສ້າງສູນດັ່ງກ່າວ ກາຍເປັນສູນແຫ່ງການຮຽນຮູ້; ລົງຕິດຕາມ ການຈັດຕັ້ງປະຕິບັດ ກິດຈະກຳໂຄງການ ແລະ ການປະເມີນຜົນ ຂອງນັກຮຽນ ໃນປີ 2021.
ໂຄງການສົົ່ງເສີມເປົ້າໝາຍ ການພັດທະນາ ແບບຍືນຍົງ-ເປົ້າໝາຍທີ 4 (Bridge Laos Project) ແມ່ນໂຄງການຊ່ວຍເຫລືອລ້າ ຈາກລັດຖະບານ ສ ເກົາຫລີ ເຊິ່ງມີໄລຍະການຈັດຕັ້ງປະຕິບັດ 5 ປີ (2020-2024) ໂດຍຖືເອົາຫ້ອງການ ກຳມາທິການແຫ່ງຊາດ ເພື່ອອຸຍເນັສໂກ ລາວ-ເກົາຫລີ ໃນການປະສານງານ ແລະ ອຳນວຍຄວາມສະດວກຕ່າງໆ ໃນການລິເລີ່ມຈັດຕັ້ງປະ ຕິບັດໂຄງການດັ່ງກ່າວ. ພ້ອມກັນນັ້ນ, ກໍໄດ້ສົ່ງເສີມຂະແໜງ ການສຶກສານອກໂຮງຮຽນ ໂດຍຜ່ານສູນການຮຽນຮູ້ຊຸມຊົນ ໃນການຈັດຕັ້ງການຮຽນ-ການສອນລົບລ້າງ ຄວາມບໍ່ຮູ້ໜັງສື ໃນກຸ່ມເປົ້າໝາຍ ເດັກນ້ອຍ-ຊາວໜຸ່ມ ທີ່ດ້ອຍໂອກາດ ແລະ ພາດໂອກາດດ້ານການສຶກສາ ແລະ ຄຽງຄູ່ກັບການຝຶກອົບຮົມ ວິຊາຊີບຂັ້ນພື້ນຖານໃຫ້ແກ່ຊຸມຊົນ ໃນການເພີ່ມທັກສະຊີວິດ ທາງດ້ານການປູກຝັງ, ລ້ຽງສັດ ແລະ ປຸງແຕ່ງ ເພື່ອສົ່ງ ເສີມໃຫ້ມີວຽກເຮັດງານທຳ, ສ້າງເສດຖະກິດຄອບຄົວ ໃຫ້ໄປຕາມຈຸດປະສົງ ເປົ້າໝາຍຂອງໂຄງການ ເພື່ອບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ ໂດຍສະເພາະ ແມ່ນເປົ້າໝາຍ SDG 4 (ການສຶກສາທີ່ມີຄຸນນະພາບ).
ຂໍ້ມູນ: ກະຊວງສຶກສາ ທິການ ແລະ ກິລາ
ເນື້ອໃນ: ຂປລ