
ຂປລ. ພິທີເຊັນສັນຍາຊື້-ຂາຍຮຸ້ນ ແລະ ເຊັນສັນຍາຮ່ວມຮຸ້ນຂອງ ລັດວິສາຫະກິດລາວ ບໍລິການສິນຄ້າຜ່ານແດນ (ລລບສ) ລະຫວ່າງ ກະຊວງການເງິນ ແລະ ບໍລິສັດສິດທິໂລຈິດສຕິກ ລາວ ຈໍາກັດ ຈັດຂຶ້ນໃນວັນທີ 20 ມິຖຸນາ 2022 ທີ່ກະຊວງການເງິນ ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ສອນເພັດ ອິນທະວົງ ຫົວໜ້າກົມປະຕິຮູບ ລັດວິສາຫະກິດ ແລະ ການປະກັນໄພ ກະຊວງການເງິນ ແລະ ທ່ານ ວຽງຄອນ ສິດທິໄຊ ຜູ້ອໍານວຍການບໍລິສັດ ສິິດທິໂລຈິດສຕິກລາວ ຈໍາກັດ, ມີ ທ່ານ ພູດົງ ສຸຂະວົງ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດລາວ ບໍລິການສິນຄ້າຜ່ານແດນ ແລະ ທ່ານຮອງປະທານ ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວມະຫາຊົນ ຮ່ວມເຊັນເປັນສັກຂີພິຍານ ໂດຍມີ ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີ ກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ, ໃນນັ້ນ, ກະຊວງການເງິນ ໃນນາມຕາງໜ້າລັດຖະບານ ຖືຮຸ້ນ 51% ແລະ ບໍລິສັດ ໂລຈິດສຕິກ ລາວ ຈໍາກັດ ຖືຮຸ້ນ 49%.

ການເຊັນສັນຍາຄັ້ງນີ້, ທັງສອງຝ່າຍຕົກລົງເປັນເອກະພາບ ໃນການກໍານົດເນື້ອໃນ ແລະ ເງື່ອນໄຂວ່າດ້ວຍຮ່ວມຮຸ້ນຢູ່ໃນ ລັດວິສາຫະກິດລາວ ບໍລິການສິນຄ້າຜ່ານແດນ ໂດຍປະຕິບັດ ຕາມນະໂຍບາຍຂອງພັກ ແລະ ລັດຖະບານລາວ ກ່ຽວກັບການສົ່ງເສີມ ການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ ເພື່ອຮ່ວມກັນພັດທະນາ ດໍາເນີນທຸລະກິດ ລະບົບສາງ ລວມທັງການຄຸ້ມຄອງ ບໍລິຫານການດໍາເນີນງານ ແລະ ດ້ານການເງິນຂອງລັດວິສາຫະກິດລາວ ບໍລິການສິນຄ້າຜ່ານແດນ ໃຫ້ມີຄວາມເຂັ້ມແຂງ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ; ສອງຝ່າຍໄດ້ຕົກລົງ ເປັນເອກະພາບກັນວ່າ ການເຊັນສັນຍາສະບັບນີ້ ເຮັດໃຫ້ຜູ້ຮັບໂອນຮຸ້ນ ກໍຄື ບໍລິສັດ ສິດທິໂລຈິດສຕິກ ລາວ ຈໍາກັດ ເປັນຜູ້ຖືຮຸ້ນໃນລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ 49% ແລະ ໃຫ້ຜູ້ຮັບໂອນກາຍເປັນຜູ້ຖືຮຸ້ນຂອງ ລັດວິສາຫະກິດລາວ ບໍລິການສິນຄ້າຜ່ານແດນ ເຊິ່ງມີສິດເຂົ້າຮ່ວມ ໃນການຄຸ້ມຄອງ ແລະ ບໍລິ ຫານລັດວິສາຫະກິດລາວ ບໍລິການສິນຄ້າຜ່ານແດນ ຕາມຫລັກການ, ລະບຽບການ ແລະ ຂັ້ນຕອນທີ່ໄດ້ກໍານົດໄວ້ ໃນກົດໝາຍທີ່ກ່ຽວຂ້ອງຂອງ ສປປ ລາວ, ສັນຍາຮ່ວມຮຸ້ນ ແລະ ລະບຽບພາຍໃນຂອງ ລັດວິສາຫະກິດລາວ ບໍລິການສິນຄ້າຜ່ານແດນ ລວມທັງຫລັກການປະຕິບັດທົ່ວໄປ ໃນການຄຸ້ມຄອງບໍລິຫານ.
ຂ່າວ-ພາບ: ກະຊວງການເງິນ.
ເນື້ອໃນ: ຂປລ