
ຂປລ. ການລະບາດຂອງພະຍາດ ໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ ການປັບປຸງຄຸນນະພາບການສຶກສາ ຢູ່ປະເທດເຮົາຫລາຍສົມຄວນ ແລະ ຄາດວ່າອາດໃຊ້ເວລາຫລາຍປີ ຄຸນນະພາບການສຶກສາລາວ ຈຶ່ງຈະດີຂຶ້ນ ເຊິ່ງບັນຫາດັ່ງກ່າວ, ໄດ້ຖືກຍົກຂຶ້ນມາລາຍງານ ຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ພາຍຫລັງສະມາຊິກ ສະພາແຫ່ງຊາດ ຫລາຍເຂດມີຄວາມເປັນຫ່ວງຕໍ່ ການປັບປຸງຄຸນນະພາບ ການສຶກສາ ໂດຍສະເພາະ ໃນເຂດຊົນນະບົດ ຫ່າງໄກສອກຫລີກທີ່ມີ ບັນຫາການປະລະ ການຮຽນເພີ່ມຂຶ້ນ ແລະ ອັດຕາເຂົ້າຮຽນໃໝ່ຫລຸດລົງ.
ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໃຫ້ຮູ້ໃນໂອກາດ ຊີ້ແຈງຕໍ່ຄຳຊັກຖາມຂອງ ສະມາຊິກສະພາແຫ່ງຊາດ ໃນທ້າຍອາທິດຜ່ານມານີ້ວ່າວ່າ: ບູລິມະສິດຫລັກ ຂອງແຜນພັດທະນາ ຂະແໜງການສຶກສາ ແລະ ກິລາ 5 ປີ (2021-2025) ກໍຄື ແຜນປະຈໍາສົກຮຽນ 2021-2022 ແມ່ນສຸມໃສ່ການປັບປຸງ ຄຸນນະພາບ ການຮຽນ-ການສອນ ໃນທຸກຊັ້ນທຸກສາຍ ເພື່ອເຮັດໃຫ້ຜົນການຮຽນ ຂອງນັກຮຽນດີຂຶ້ນ ແລະ ເປັນພື້ນຖານໃຫ້ແກ່ ການບັນລຸເປົ້າໝາຍ ການພັດທະນາ ແບບຍືນຍົງ (SDGs). ແນວໃດກໍຕາມ, ການປັບປຸງຄຸນນະພາບ ຂອງການຮຽນ-ການສອນ ແມ່ນຕິດພັນກັບຫລາຍປັດໄຈ ເປັນຕົ້ນ ມີຄູສອນທີ່ມີຄວາມຮູ້ ຄວາມສາມາດພຽງພໍ, ມີອຸປະກອນຮັບໃຊ້ ການຮຽນ-ການສອນເໝາະສົມ, ມີສະພາບແວດລ້ອມເອື້ອອໍານວຍ, ມີງົບປະມານພຽງພໍ ໃນການບຳລຸງຄູ ກໍຄື ການພັດທະນາວິຊາຊີບຄູ ແລະ ຜູ້ອຳນວຍການໂຮງຮຽນ ແບບຕໍ່ເນື່ອງ ລວມທັງປັດໄຈໃນຕົວ ຂອງຜູ້ຮຽນເອງ. ນອກນັ້ນ, ຂະບວນການ ແລະ ວິທີການຈັດການຮຽນ-ການສອນ ແລະ ການຄຸ້ມຄອງ ການຮຽນ-ການສອນ ແມ່ນເປັນສິ່ງສຳຄັນ ຕໍ່ຄຸນນະພາບຂອງການ ບໍລິການການສຶກສາ.
ເພື່ອເຮັດໃຫ້ຄຸນນະພາບ ການສຶກສາດີຂຶ້ຶນ, ກະຊວງສຶກສາທິການ ແລະ ກິລາ ໄດ້ມີຫລາຍມາດຕະການ ເປັນຕົ້ນ: ມີຍຸດທະສາດ, ໂຄງການ, ແຜນງານທີ່ເນັ້ນໃສ່ການປ້ອງກັນ ແລະ ຄວບຄຸມການແພ່ລະບາດ ຂອງພະຍາດໂຄວິດ-19 ແລະ ການສ້າງພື້ນຖານປັດ ໄຈ ເພື່ອຮອງຮັບການສຶກສາ ໃນໄລຍະໃໝ່ ຄືການຫັນໄປສູ່ດີຈິຕອນ ເຊັ່ນ: ໃນໄລຍະທີ່ມີການລະບາດ ຂອງພະຍາດໂຄວິດ-19 ນີ້, ກະຊວງໄດ້ສົມທົບກັບ ທຸກພາກສ່ວນສຸມໃສ່ສ້າງເງື່ອນໄຂ ເພື່ອໃຫ້ນັກຮຽນກັບເຂົ້າມາຮຽນຄືນ ແລະ ຮຽນຢ່າງປອດໄພ, ພ້ອມທັງສະໜອງ ອຸປະກອນທີ່ຈໍາເປັນ ຈໍານວນໜຶ່ງໃຫ້ສະຖານການສຶກສາ ເຊັ່ນ: ສະບູ, ເຈວລ້າງມື, ຜ້າອັດປາກ-ດັງ, ເຄື່ອງແທກອຸນຫະພູມ, ຮາງລ້າງມື, ໂປສະເຕີໂຄສະນາ ການຮັກສາສຸຂະພາບ ແລະ ວິທີການລ້າງມື ແລະ ປັບປ່ຽນການຮຽນ-ການສອນ ໃຫ້ສອດຄ່ອງກັບສະພາບ ການດຳລົງຊີວິດປົກກະຕິໃໝ່. ນອກນີ້ ໄດ້ປັບຫລັກສູດຊັ້ນປະຖົມ ແລະ ມັດທະຍົມສຶກສາ ໂດຍຫລຸດເວລາການສອນ ແລະ ຈໍານວນວິຊາຮຽນລົງ ແຕ່ຍັງຮັກສາສະມັດຖະພາບ ການຮຽນຮູ້ພື້ນຖານໄວ້, ຝຶກອົບຮົມຄູ-ຜູ້ບໍລິຫານການສຶກສາ ໃນການນຳໃຊ້ວິທີ ການສອນແບບເຊິ່ງໜ້າ, ທາງໄກ ແລະ ແບບປະສົມປະສານ ໂດຍນໍາໃຊ້ລະບົບ ການຮຽນ-ການສອນ ແບບທາງໄກຕ່າງໆ, ພ້ອມທັງໄດ້ພັດທະນາ ສື່ການຮຽນ-ການສອນ ເອເລັກໂຕຣນິກ ລວມທັງສ້າງຖານຂໍ້ມູນ ເພື່ອການຮຽນທາງໄກ (ຄັງປັນຍາລາວ), ສ້າງລາຍການໂທລະພາບ ສຶກສາ-ກິລາ ອອກອາກາດຜ່ານທາງ ໂທລະພາບສຶກສາ-ກິລາ ຜ່ານດາວທຽມລາວແຊັດ, ພັດທະນາລາຍການ ໂທລະພາບສໍາລັບ ການສຶກສາກ່ອນໄວຮຽນ “ເຮືອນຂອງຂ້ອຍ” ແລະ ອື່ນໆ.
ທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວອີກວ່າ: ເຖິງວ່າໄດ້ມີຄວາມພະຍາຍາມ ເພື່ອປັບປຸງຄຸນນະພາບການສຶກສາ ແຕ່ພວກເຮົາບໍ່ສາມາດບັນລຸ ໄດ້ຕາມຄວາມປະສົງ, ຍ້ອນການລະບາດ ຂອງພະຍາດໂຄວິດ-19 ມີລັກສະນະຮຸນແຮງ ເຮັດໃຫ້ຄວາມພ້ອມ ໃນການຮັບມື ແລະ ມີຄວາມສ່ຽງສູງຕໍ່ຜູ້ສອນ ແລະ ຜູ້ຮຽນ ທັງມີຜົນກະທົບ ທາງດ້ານຈິດຕະສາດຕໍ່ຜູ້ສອນ, ຜູ້ຮຽນ ແລະ ພໍ່ແມ່ຜູ້ປົກຄອງນັກຮຽນ-ນັກສຶກສາ, ການເປີດຮຽນບໍ່ເປັນປົກກະຕິ, ເຮັດໃຫ້ການຈັດການຮຽນ-ການສອນ ແລະ ການປະຕິບັດກິດຈະກຳອື່ນໆ ບໍ່ຄົບຕາມຫລັກສູດ ໂດຍສະເພາະ ແມ່ນເຂດຊົນນະບົດຫ່າງໄກສອກຫລີກ, ການຮຽນທາງໄກ ບໍ່ຮັບປະກັນໄດ້ ທາງດ້ານຄຸນນະພາບ ເນື່ອງຈາກຄູ-ອາຈານ ຂາດປະສົບການ ໃນການນຳໃຊ້ສື່ ການຮຽນ-ການສອນແບບທາງໄກ, ພໍ່ແມ່ບໍ່ສາມາດຕອບສະໜອງ ເຄື່ອງມືການຮຽນ ເຊັ່ນ: ສະມາດໂຟນ ຫລື ແທບເລັດ, ໂຮງຮຽນຫລາຍແຫ່ງ ບໍ່ມີອຸປະກອນທີ່ອໍານວຍ ຄວາມສະດວກ ໃນການຮຽນ-ການສອນ ທາງອອນລາຍ, ສັນຍານອິນເຕີເນັດ ບໍ່ກວມເອົາເຂດຫ່າງໄກສອກຫລີກ, ຄ່າບໍລິການອິນເຕີເນັດສູງ ແລະ ຜູ້ບໍລິຫານໂຮງຮຽນຈໍານວນໜຶ່ງ ຍັງບໍ່ທັນໄດ້ເອົາໃຈໃສ່ ໃນການຕິດຕາມ ແລະ ຊຸກຍູ້ຄູ ໃນການຈັດຕັ້ງ ການຮຽນການສອນເທົ່າທີ່ຄວນ ແລະ ບັນຫາອື່ນໆ.
ຈາກຜົນກະທົບດັ່ງກ່າວ ເຮັດໃຫ້ອັດຕາເຂົ້າຮຽນ ຂອງເດັກ 5 ປີ ໃນຊັ້ນການສຶກສາ ກ່ອນໄວຮຽນສະເລ່ຍ ໃນທົ່ວປະເທດຫລຸດລົງ ຢູ່ລະດັບ 79,9% (ຄາດໝາຍ 83% ຂຶ້ນໄປ), ອັດຕານັກຮຽນເຂົ້າໃໝ່ ປ1 ທຽບໃສ່ເດັກ 6 ປີ ຫລຸດລົງຢູ່ລະດັບ 97,9% (ຄາດໝາຍ 98,6% ຂຶ້ນໄປ), ອັດຕາປະລະການຮຽນຂອງນັກຮຽນ ປ1 ເພີ່ມຂຶ້ນຢູ່ລະດັບ 6,5% (ຄາດໝາຍໃຫ້ຕໍ່າກວ່າ 5,3%), ອັດຕາເລື່ອນຊັ້ນປ5 ຂຶ້ນ ມ1 ຫລຸດລົງຢູ່ລະດັບ 82,4% (ຄາດໝາຍ 85% ຂຶ້ນໄປ), ອັດຕາປະລະການຮຽນ ຂອງນັກຮຽນຊັ້ນປະຖົມ ເພີ່ມຂຶ້ນຢູ່ລະ ດັບ 5% (ຄາດໝາຍໃຫ້ຕໍ່າກວ່າ 4%), ອັດຕາເຂົ້າຮຽນໃໝ່ລວມ ມ4 ຫລຸດລົງຢູ່ລະດັບ 68% (ຄາດໝາຍບໍ່ໃຫ້ຫລຸດ 70%), ອັດຕາປະລະການຮຽນ ຂອງນັກຮຽນຊັ້ນມັດທະຍົມ ຕອນຕົ້ນເພີ່ມຂຶ້ນຢູ່ລະດັບ 11% (ຄາດໝາຍບໍ່ໃຫ້ເກີນ 10%) ແລະ ນັກຮຽນທີ່ຮຽນຈົບຊັ້ນ ມັດທະຍົມຕອນຕົ້ນໄດ້ເຂົ້າຮຽນຕໍ່ ໃນສາຍອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ ຫລຸດລົງຢູ່ລະດັບ 2% (ຄາດໝາຍບໍ່ໃຫ້ຫລຸດ 3,5%).
ຂ່າວ: ສຸພາສະຫວັນ ສີຊະນະມຸງຄຸນ.
ພາບ: ອ່າຍຄຳ
ເນື້ອໃນ: ຂປລ