ຂປລ.ວັນທີ25 ພຶດສະພານີ້,ບໍລິສັດ ໄຟເຊີ ປະກາດ ຂາຍວັກຊິນ ປ້ອງກັນ ໂຄວິດ-19 ໃນລາຄາຖືກ ໃຫ້ກັບ ປະເທດ ທຸກຍາກ ຫລັງຈາກ ໄຟເຊີ ມີແຜນ ຂາຍຢາ ຈົດສິດທິບັດ ແລະ ວັກຊິນ 23 ຊະນິດ ທັງຢາ ປິ່ນປົວ ພະຍາດ ມະເຮັງ ບາງຊະນິດ,ປອດອັກເສບ ແລະ ຫາຢາ ໃຫ້ປະເທດ ທຸກຍາກ ໃນລາຄາ ຕົ້ນທຶນ ເຊັ່ນ: ຢາແພັກໂລວິດ ປິ່ນປົວ ພະຍາດ ໂຄວິດ-19,ຢາປິ່ນປົວ ພະຍາດ ມະເຮັງ Ibrance,ວັກຊິນ ປ້ອງກັນ ພະຍາດ ປອດອັກເສບ Prevnar 13,ຢາປິ່ນປົວ ໂລກຂໍ້ ອັກເສບ Xeljanz,ຢາປິ່ນປົວ ພະຍາດ ມະເຮັງ Xalkori ແລະ Inlyta,ວັກຊິນ ປ້ອງກັນໂຄວິດ-19 Comirnaty ທີ່ພັດທະນາກັບ ໄບອອນເທັກ ຕາມໂຄງການ ຂໍ້ຕົກລົງ ເພື່ອໂລກ ທີ່ສຸຂະພາບດີຂຶ້ນ ກວມເອົາ 27ປະເທດ ລາຍໄດ້ຕ່ຳ ແລະ 18ປະເທດ ລາຍໄດ້ ຂ້ອນຂ້າງຕ່ຳ ສ່ວນໃຫຍ່ ຂອງອາຟຣິກາ ແລະ ອາຊີ ຕາເວັນອອກ ສ່ຽງໃຕ້ ໂດຍມີ Rwanda, Ghana, Malawi, Senegal ແລະ Uganda ໄດ້ເຂົ້າຮ່ວມ ໂຄງການແລ້ວ./. (ພາກຂ່າວ: ຕ່າງປະເທດ)
ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ
ເນື້ອໃນ: ຂປລ