
ຂປລ.ຕາມຂ່າວຈາກ ນີວແດນລີ,ວັນທີ25 ພຶດສະພານີ້,ອິນເດຍ ເປັນປະເທດ ຜູ້ສົ່ງອອກ ນ້ຳຕານ ແຫ່ງໃຫຍ່ ຂອງໂລກ ກຽມຄວບຄຸມ ໂຄຕ້າ ການສົ່ງອອກ ນ້ຳຕານ ເພື່ອຮັກສາ ສະຖຽນ ລະພາບ ຂອງຕະຫລາດ ພາຍໃນປະເທດ ຫລັງຈາກ ສຳນັກງານ ການຄ້າ ສາກົນ ຂອງອິນເດຍ ອອກຖະແຫລງການວ່າ: ການສົ່ງອອກ ນ້ຳຕານ ທຸກປະເພດ ບໍ່ວ່າຈະເປັນ ນ້ຳຕານແດງ ຫລື ນ້ຳຕານຂາວ ບໍລິສຸດ ຖືເປັນ ສິນຄ້າ ຄວບຄຸມ ລະຫວ່າງ ວັນທີ 1 ມິຖຸນາ ຈົນເຖິງ 31ຕຸລາປີນີ້ ໂດຍຜູ້ປະກອບການ ຕ້ອງຂໍ ອະນຸຍາດ ເປັນກໍລະນີ ພິເສດ ຈາກໜ່ວຍງານລັດ ທີ່ກ່ຽວຂ້ອງ ໃນກໍລະນີ ຕ້ອງການ ສົ່ງອອກ ນ້ຳຕານ ບໍ່ວ່າ ປະລິມານ ເທົ່າໃດ ກໍ່ຕາມ. ສຳລັບ ໄລຍະ ການສົ່ງອອກ ນ້ຳຕານ ປັດຈຸບັນ ໃນໄລຍະຄວບຄຸມ ຈົນຮອດເດືອນ ກັນຍານີ້ ລັດຖະບານ ອິນເດຍ ຈຳກັດ ການສົ່ງອອກ ນ້ຳຕານ ທຸກປະເພດ ສູງສຸດ ບໍ່ເກີນ 10 ລ້ານໂຕນ ເພື່ອຮັກສາ ຄວາມໝັ້ນຄົງ ຕະຫລາດ ພາຍໃນ ແລະ ເພື່ອບໍລິຫານ ຈັດການ ປະລິມານ ນ້ຳຕານ ສຳຮອງ ເນື່ອງຈາກ ອິນເດຍ ເປັນຜູ້ສົ່ງອອກ ແຫ່ງໃຫຍ່ອັນດັບ2 ຂອງໂລກ ຮອງຈາກ ບຣາຊິນ.ກ່ອນໜ້ານີ້ ອິນເດຍ ໂຈະການສົ່ງອອກພືດ ທຸກຊະນິດ ເພື່ອຮັກສາ ຄວາມໝັ້ນຄົງ ທາງອາຫານ ພາຍໃນປະເທດ.ຂະນະທີ່ ສັນຍາຊື້-ຂາຍນ້ຳຕານ ລ່ວງໜ້າ ໃນຕະຫລາດ ລອນດອນ ປັບຕົວ ສູງຂຶ້ນ 1% ມູນຄ່າ 556,50 ໂດລາ ສະຫະລັດ ຕໍ່ໂຕນ ເພີ່ມຂຶ້ນ ຫລາຍກວ່າ26 ເມື່ອທຽບໃສ່ ປີກາຍ ແລະ ເພີ່ມຂຶ້ນ ປະມານ13% ຕັ້ງແຕ່ເດືອນ ມັງກອນປີນີ້./. (ພາກຂ່າວ: ຕ່າງປະເທດ)
ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ
ເນື້ອໃນ: ຂປລ