ຂປລ.ວັນທີ25 ພຶດສະພານີ້, ບໍລິສັດ ໂມເດີນາ ທົດລອງ ຄວາມເປັນໄປໄດ້ ໃນການພັດທະນາ ວັກຊິນ ຝີຕຸ່ມລີງ ເພື່ອໃຊ້ ປິ່ນປົວ ຂະນະນີ້ ຢູ່ໃນຂັ້ນຕອນ ທາງຄລີນິກແລ້ວ ທ່າມກາງ ລາຍງານ ຜູ້ຕິດເຊື້ອ ພະຍາດ ດັ່ງກ່າວ ເພີ່ມສູງຂຶ້ນ ຢ່າງຕໍ່ເນື່ອງ ໃນ ສ.ອາເມລິກາ ແລະ ເອີຣົບ.ສູນຄວບຄຸມ ແລະ ປ້ອງກັນ ພະຍາດ ສ.ອາເມລິກາ(CDC) ກ່າວວ່າ:ລັດຖະບານ ຢູ່ໃນຂັ້ນຕອນ ການກະຈາຍ ວັກຊິນ ໄຂ້ທໍລະພິດ ຊຶ່ງຜະລິດ ໂດຍບໍລິສັດ Bavarian Nordicເພື່ອໃຊ້ ໃນການປິ່ນປົວ ຝີຕຸ່ມລີງ ມີປະສິດ ທິພາບ ປະມານ 80%./. (ພາກຂ່າວ: ຕ່າງປະເທດ)
ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ
ເນື້ອໃນ: ຂປລ