ຂປລ.ຕາມຂ່າວຈາກ cri ຂອງຈີນ ວັນທີ 23 ພຶດສະພາປີ 2022, ກະຊວງ ການປະມົງ, ກະສິກຳ ແລະ ປ່າໄມ້ ກຳປູເຈຍ ໄດ້ເລີ່ມນຳໃຊ້ ລະບົບຢັ້ງຢືນ ຄຸນນະພາບ ແນວພັນເຂົ້າ ຢ່າງເປັນ ທາງການ, ເພື່ອຍົກສູງ ຜົນຜະລິດ ແລະ ຄຸນນະພາບ ຂອງອຸດສາຫະກຳ ການປູກເຂົ້າ. ກະຊວງ ດັ່ງກ່າວ ແຈ້ງໃຫ້ຮູ້ວ່າ: ລະບົບ ຢັ້ງຢືນ ຄຸນນະພາບ ເຂົ້າສານ ດັ່ງກ່າວ ແມ່ນໂຄງການ ຮ່ວມມື ສາກົນ ທີ່ສຳຄັນ ໂຄງການໜຶ່ງ ຂອງລັດຖະບານ ກຳປູເຈຍ ໂດຍມີຈຸດປະສົງ ເພື່ອກວດກາ ແລະ ພິສູດ ຄຸນນະພາບ ແນວພັນເຂົ້າ ໂດຍຜ່ານ ເຄື່ອງໝາຍ ຢັ້ງຢືນ. ໃນລະດູຝົນປີ 2020 ແລະ ປີ 2021, ລະບົບ ດັ່ງກ່າວ ໄດ້ເລີ່ມນຳໃຊ້ຢູ່ 8 ແຂວງ ຂອງກຳປູເຈຍ,ແຕ່ໄດ້ ຮຽບຮຽງ ແລະ ພິມຈຳໜ່າຍ ປຶ້ມຄູ່ມື ແນະນຳ ເຕັກນິກ ໃນປີນີ້./. (ພາກຂ່າວ: ຕ່າງປະເທດ)
ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ
ເນື້ອໃນ: ຂປລ