ຂປລ.ຕາມຂ່າວຈາກ VOVWORLD, ເມື່ອບໍ່ດົນມານີ້ ເວທີປາໄສ ການສຶກສາໂລກ (EWF) 2022 ໄດ້ໄຂຂຶ້ນ ຢ່າງເປັນທາງການ ຢູ່ລອນດອນ ຂອງອັງກິດ, ດ້ວຍການ ເຂົ້າຮ່ວມ ຂອງບັນດາ ລັດຖະ ມົນຕີ ກະຊວງ ສຶກສາ ທີ່ມາຈາກກ່ວາ 100 ປະເທດ ທົ່ວໂລກ ພ້ອມກັບ ຜູ້ຕາງໜ້າ ຂອງບັນດາ ອົງການ ຈັດຕັ້ງ ສາກົນ ແລະ ອົງການ ບໍ່ຂຶ້ນກັບ ລັດຖະບານ. ດ້ວຍຫົວຂໍ້ “ການສຶກສາ: ສ້າງອະນາຄົດ ຢ່າງໝັ້ນແກ່ນ, ກ້າຫານ ແລະ ດີງາມຫລາຍກ່ວາ”, ເວທີປາໄສປີນີ້ ໄດ້ປຶກສາຫາລື ວິທີການ ນຳໃຊ້ ເຕັກໂນໂລຢີ, ປັນຍາ ປະດິດ ແລະ ບົດຮຽນ ປະສົບການ ເປັນໄມ້ງັດ ເພື່ອປັບປຸງ ລະບົບ ການສຶກສາ ແລະ ບັນດາພື້ນຖານ ເສດຖະກິດ ທົ່ວໂລກ. ໃນຂອບເຂດ EWF 2022, ທ່ານ ຫງວຽນ ຮ່ວາງລອງ, ເອກອັກ ຄະລັດ ຖະທູດ ຫວຽດນາມ ປະຈຳ ອັງກິດ ໄດ້ເຂົ້າຮ່ວມ ກອງປະຊຸມ ລັດຖະມົນຕີ ກະຊວງສຶກສາ ອາຊຽນ ພາຍໃຕ້ ການເປັນປະທານ ຂອງທ່ານ Alex Burghart, ຮອງລັດຖະມົນຕີ ກະຊວງ ສຶກສາດ້ານທັກສະ ຂອງອັງກິດ.
ໃນໂອກາດນີ້ ທ່ານ ຫງວຽນ ຮ່ວາງລອງ ຢັ້ງຢືນວ່າ ການສຶກສາ ແມ່ນໜຶ່ງ ໃນບັນດາ ບຸລິມະສິດ ຂອງອາຊຽນ ແລະ EWF 2022 ແມ່ນກາລະໂອກາດໃຫຍ່ ເພື່ອໃຫ້ ບັນດາ ປະເທດ ອາຊຽນຊອກຫາວິທີ ການຮ່ວມມືກັບ ອັງກິດ ແລະ ບັນດາ ປະເທດ ໃນພາກພື້ນ, ບໍ່ພຽງແຕ່ ໃນຂົງເຂດ ການສຶກສາ ເທົ່ານັ້ນ ຫາກຍັງ ໃນດ້ານເສດຖະກິດ ອີກດ້ວຍ. ສຳລັບ ຫວຽດນາມ ມີຄວາມຫວັງ ຢາກຮ່ວມມືກັບ ອັງກິດ ເພື່ອປະຕິບັດ ຄຳໝັ້ນ ສັນຍາ ທີ່ໄດ້ ຍົກອອກມາ ຢູ່ COP 26, ກໍ່ຄື ໃນຂົງເຂດ ພັດທະນາ ທັກສະ ຢ່າງຮອບດ້ານ./. (ພາກຂ່າວ: ຕ່າງປະເທດ)
ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ
ເນື້ອໃນ: ຂປລ