ຂປລ.ຕາມຂ່າວຈາກ ເມືອງເຈນີວາ ປະເທດ ສະວິດ,ວັນທີ25 ພຶດສະພານີ້, ທ່ານRosamund Lewis,ຈາກໂຄງການ ສຸກເສີນ ດ້ານສາທາລະນະສຸກ ຂອງອົງການ ອະນາໄມໂລກ (WHO) ເປີດເຜີຍວ່າ: ສະຖານະການ ແພ່ລະບາດ ຂອງເຊື້ອພະຍາດ ຝີຕຸ່ມລີງ ກວດພົບ 19 ປະເທດ ແລະ ມີຜູ້ຕິດເຊື້ອ ສະສົມ 237ຄົນ ສ່ວນໃຫຍ່ເປັນ ກຸ່ມຊາຍ ຮັກຊາຍ ແຕ່ສາມາດ ຄວບຄຸມໄດ້ ດ້ວຍການ ກັກຕົວ ຜູ້ຕິດເຊື້ອ ແລະ ກວດຫາເຊື້ອ ພະຍາດ ຢ່າງມີ ປະສິດທິພາບ ເພື່ອເພີ່ມ ຄວາມເຂົ້າໃຈ ກັບທິດທາງ ແລະ ລະດັບ ຂອງການແພ່ລະບາດ ຍ້ອນພຶດຕິກຳ ມະນຸດ ຄືປັດໄຈ ສຳຄັນ ໃນການຮັບ ເຊື້ອພະຍາດ ແລະ ການສົ່ງຕໍ່ ໄປຫາ ບຸກຄົນອື່ນ ຊຶ່ງເປັນສາຍພັນ ອາຟຣິກາ ຕາເວັນຕົກ ທີ່ມີອັດຕາ ການເສຍຊີວິດ ປະມານ1% ສ່ວນວັກຊິນ ແລະ ຢາປິ່ນປົວ ທີ່ເໝາະສົມ ສາມາດ ຈັດຫາໄດ້ ຊຶ່ງມີປະສິດທິພາບ ຕໍ່ຝີຕຸ່ມລີງ ປະມານ 85%./. (ພາກຂ່າວ: ຕ່າງປະເທດ)
ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ
ເນື້ອໃນ: ຂປລ