
ຂປລ.ຕາມຂ່າວຈາກ VOVWORLD, ເນື່ອງໃນໂອກາດ ກອງປະຊຸມ ຄັ້ງທີ 7 ເວທີປາໄສ ທົ່ວໂລກ ກ່ຽວກັບ ການຫລຸດຜ່ອນ ໄພທຳມະຊາດ (GP2022) ໄດ້ຈັດຂຶ້ນ ລະຫວ່າງ ວັນທີ 23–28 ພຶດສະພາ ຢູ່ເກາະບາລີ ຂອງອິນໂດເນເຊຍ, ອາຊຽນ ໄດ້ອອກ ຖະແຫລງ ການຮ່ວມ ກ່ຽວກັບ ການເພີ່ມທະວີ ການຮັບມື ກັບໄພທຳມະຊາດ, ດ້ວຍຄຳໝັ້ນ ສັນຍາ ລະອຽດ ຫລາຍຢ່າງ.ຂະນະທີ່ ບັນດາ ປະເທດ ອາຊຽນ ຕົກລົງ ເຫັນດີ ເພີ່ມທະວີ ຄວາມສາມາດ ຮັບມື ແລະ ຟື້ນຟູ ພາຍຫລັງ ວິກິດຜ່ານ ການປະ ຕິບັດ ຂໍ້ລິເລີ່ມ ຍຸດທະສາດ ກ່ຽວກັບ ການເພີ່ມທະວີ ກຳລັງແຮງ ສັງລວມ ອາຊຽນ ເພື່ອຮັບມືກັບ ໄພພິບັດ; ເພີ່ມທະວີ ການພົວພັນ ຄູ່ຮ່ວມມື ກັບບັນດາ ອົງການ, ຂະແໜງ ການກ່ຽວຂ້ອງ ທັງໝົດ ເພື່ອແນໃສ່ ຕອບສະໜອງ ການປະຕິບັດ ຂອບຟື້ນຟູ ອາຊຽນ ຢ່າງຮອບດ້ານ (ACRF) ສືບຕໍ່ ຮັບປະກັນ ການປະສານ ໂຄງການ ດຳເນີນງານ ກ່ຽວກັບ ການຄຸ້ມຄອງ ແລະ ຮັບມືກັບ ໄພທຳມະຊາດ ເຂົ້າໃນ ນະໂຍບາຍ ແລະ ຍຸດທະສາດ ພັດທະນາ ແບບຍືນຍົງ, ຮັບມືກັບ ການປ່ຽນແປງ ຂອງດິນຟ້າ ອາກາດ ໃນທຸກຂັ້ນ. ໄປຄຽງຄູ່ ກັນນັ້ນ, ອາຊຽນ ສົ່ງເສີມ ການປະກອບສ່ວນ ຂອງປະຊາຊົນ ແລະ ວິທີສຳຜັດ ທົ່ວສັງຄົມ ໃນການໜູນຊ່ວຍ ບັນດາ ຄວາມມານະ ພະຍາຍາມ ຟື້ນຟູ ພາຍຫລັງ ໄພທຳມະຊາດ, ມຸ່ງໄປເຖິງ ການສ້າງກົນໄກ ໃຫ້ແກ່ ປະຊາຊົນ ອາຊຽນ ປະກອບສ່ວນ ໜູນຊ່ວຍ ການຫລຸດຜ່ອນ ໄພທຳມະຊາດ ໃນພາກພື້ນ./. (ພາກຂ່າວ: ຕ່າງປະເທດ)
ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ
ເນື້ອໃນ: ຂປລ