ຂປລ. ໃນວັນທີ 25 ພຶດສະພາ 2022 ນີ້, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານຊົມເຊີຍເຖິງ ທ່ານ ຮັງ ດຸກ ຊູ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ເກົາຫລີ ໃນໂອກາດຮັບ ການແຕ່ງຕັ້ງ ໃຫ້ດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ເກົາຫລີ.
ເນື້ອໃນສານໄດ້ລະບຸວ່າ: ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ມາຍັງທ່ານ ເນື່ອງໃນໂອກາດທີ່ໄດ້ຮັບ ການແຕ່ງຕັ້ງ ໃຫ້ດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ເກົາຫລີ.
ຂ້າພະເຈົ້າ ມີຄວາມຍິນດີ ທີ່ຈະເຮັດວຽກຮ່ວມກັບທ່ານ ເພື່ອສືບຕໍ່ຮັດແໜ້ນສາຍພົວ ພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນ ສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ສາກົນ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊ ອັນປະເສີດມາຍັງທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ ໃນໜ້າທີ່ອັນສູງສົ່ງ ຂອງທ່ານ.
ເນື້ອໃນ: ຂປລ