
ຂປລ. ບັນດາຫົວໜ້າກົມ, ຮອງຫົວໜ້າກົມ ຈາກອົງການໄອຍະການປະຊາຊົນສູງສຸດ, ອົງການໄອຍະການທະຫານ, ຫົວໜ້າພະແນກ, ພະນັກງານຫລັກແຫລ່ງອ້ອມຂ້າງແຂວງຈຳປາສັກ, ແຂວງສາລະວັນ, ແຂວງເຊກອງ, ແຂວງອັດຕະປື ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ ກອງປະຊຸມເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນກ່ຽວກັບ ລັດທີ່ປົກຄອງດ້ວຍກົດໝາຍ, ກົດໝາຍປົກຄອງ, ການດຳເນີນຄະດີປົກຄອງ, ການວິໄຈອາຊະຍາກຳ ແລະ ມາດຕະການແກ້ໄຂ, ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ຢູ່ ສປປ ລາວ, ການຕິດຕາມກວດກາທົ່ວໄປ ຂອງອົງການໄອຍະການປະຊາຊົນ, ການປ້ອງກັນອາຊະຍາກຳ ແລະ ບົດບາດຂອງອົງການໄອຍະການປະຊາຊົນ, ກົດໝາຍປົກຄອງ ແລະ ການດຳເນີນຄະດີປົກຄອງຂອງຕ່າງປະເທດ; ທົບທວນຄືນການຈັດຕັ້ງປະຕິບັດວຽກງານຕິດຕາມກວດກາທົ່ວໄປຂອງອົງການໄອຍະການປະຊາຊົນ ໃນໄລຍະ 32 ປີຜ່ານມາ ໂດຍຊີ້ໃຫ້ເຫັນຜົນສໍາເລັດ, ຂໍ້ຄົງຄ້າງ, ບັນຫາທີ່ຕັ້ງຂຶ້ນ, ທິດທາງ ແລະ ວິທີການແກ້ໄຂ ໃນຊຸມປີຕໍ່ໜ້າ ຢ່າງມີປະສິດທິຜົນ.
ກອງປະຊຸມດັ່ງກ່າວ, ຈັດຂຶ້ນໂດຍການເປັນປະທານຮ່ວມຂອງ ທ່ານ ຄໍາເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ທ່ານ ແກ້ວລັດຕະນະ ສີຫາວົງ ຮອງປະທານສະພາປະຊາຊົນແຂວງຈໍາປາສັກ ແລະ ທ່ານ ຈອນ ຄອນໂນລີ ຜູ້ອໍານວຍການສະຖາບັນຊ່ວຍເຫລືອທາງດ້ານກົດໝາຍ ເຊິ່ງກອງປະຊຸມໄດ້ໄດ້ຮຽກຮ້ອງໃຫ້ຜູ້ແທນກອງປະຊຸມ ຈົ່ງສຸມຈິດໃຈ ຄົ້ນຄວ້າ, ປະກອບຄຳເຫັນ ແລະ ປຶກສາຫາລືກັນ ຢ່າງກວ້າງຂວາງ ເພື່ອເປັນເອກະພາບກ່ຽວກັບລັດທີ່ປົກຄອງດ້ວຍກົດໝາຍ, ກົດໝາຍປົກຄອງ, ການຕິດຕາມກວດກາທົ່ວໄປຂອງອົງການໄອຍະການປະຊາຊົນ, ຍົກສູງຄຸນນະພາບການເຄົາລົບ, ການປະຕິບັດກົດໝາຍ ແລະ ການຕິດຕາມກວດກາທົ່ວໄປຂອງອົງການໄອຍະການປະຊາຊົນ ຢູ່ປະເທດເຮົາ ໃຫ້ມີບາດກ້າວອັນໃໝ່ທີ່ໜັກແໜ້ນ, ໄດ້ຮັບຜົນດີ, ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ສ້າງເງື່ອນໄຂໃຫ້ປະຊາຊົນ ໄດ້ທໍາມາຫາກິນ, ດໍາລົງຊີວິດຢ່າງຜາສຸກ, ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດ ຖະກິດສັງຄົມຂອງປະເທດໃຫ້ຂະຫຍາຍຕົວ ແລະ ຈະເລີນຮຸ່ງເຮືອງ ຢ່າງບໍ່ຢຸດຢັ້ງ ຕາມທິດສັງຄົມນິຍົມ.
ທ່ານ ຄໍາເພັດ ສົມວໍລະຈິດ ໄດ້ໃຫ້ຮູ້ວ່າ: ການຕິດຕາມກວດກາທົ່ວໄປ ແມ່ນວຽກງານໜຶ່ງ ທີ່ນອນຢູ່ໃນພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການໄອຍະ ການປະຊາ ຊົນ, ແມ່ນການຕິດຕາມກວດກາ ການປະຕິບັດກົດໝາຍຂອງບັນດາກະຊວງ, ອົງການ ລັດທຽບເທົ່າກະຊວງ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ອົງການປົກຄອງທ້ອງຖິ່ນ, ວິສາຫະກິດ ແລະ ພົນລະເມືອງ ເພື່ອໃຫ້ຖືກຕ້ອງ ແລະ ເປັນເອກະພາບ, ສະກັດກັ້ນ ແລະ ຕ້ານອາຊະຍາກໍາ, ຕິດຕາມກວດກາການອອກນິຕິກຳຂອງ ບັນດາອົງການຈັດຕັ້ງດັ່ງກ່າວ ເພື່ອໃຫ້ສອດຄ່ອງກັບກົດໝາຍ.
ຂ່າວ: ຈະເລິນສິນ
ເນື້ອໃນ: ຂປລ