
ຂປລ. ເມື່ອບໍ່ດົນມານີ້, ທ່ານ ຄໍາສວຍ ແກ້ວດາລາວົງ ອະດີດເອກອັກຄະລັດຖະທູດລາວ ປະຈຳ ສ ເກົາຫລີ, ປະທານສະມາຄົມມິດຕະພາບ ລາວ-ສ ເກົາຫລີ ໄດ້ພົບປະ ແລະ ໃຫ້ຂໍ້ມູນແກ່ບັນດາແຮງງານລາວເກືອບ 200 ຄົນທີ່ກຳລັງກະກຽມຈະເດີນທາງໄປເຮັດວຽກຢູ່ ສ ເກົາຫລີ ໂດຍຜ່ານບໍລິສັດສະຫວັນບໍລິການຈັດຫາງານ ຈຳກັດ ຜູ້ດຽວ ທັງນີ້ ກໍເພື່ອເປັນການຊຸກຍູ້, ສົ່ງເສີມ ແລະ ການກະກຽມໃຫ້ແກ່ແຮງງານລາວທີ່ຈະໄປເຮັດວຽກຢູ່ ສ ເກົາຫລີ ໃຫ້ມີຄວາມຄ່ອງແຄ້ວຂຶ້ນຕື່ມ ໂດຍມີ ທ່ານ ຢັງ ດົງ ຢອກ (Yang Dong Hyuk) ປະທານ ບໍລິສັດສະຫວັນ ບໍລິການຈັດຫາງານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ຄຳສວຍ ແກ້ວດາລາວົງ ໄດ້ໃຫ້ຮູ້ບາງຂໍ້ມູນທີ່ສຳຄັນ ແລະ ຈໍາເປັນໃນການດຳລົງຊີວິດ ແລະ ເຮັດວຽກຢູ່ ສ ເກົາຫລີ ໂດຍສະເພາະໄດ້ມີການທົບທວນຄືນຮີດຄອງປະເພນີ, ວັດທະນະທຳອັນດີງາມຂອງຊາດລາວເຮົາ ເຊັ່ນ: ຄົນລາວເປັນຄົນອ່ອນນ້ອມຖ່ອມຕົນ, ດຸໝັ້ນຂະຫຍັນພຽນ, ຈິງໃຈ, ບໍລິສຸດສັດຊື່ ເຮັດແທ້ທຳຈິງ ແລະ ອື່ນໆ, ລວມເຖິງປະຫວັດສາດອັນຍາວນານຂອງ ປະເທດເກົາຫລີ ແລະ ພູມສາດອັນສວຍສົດງົດງາມ, ຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຊາດ ແລະ ຂອງຄົນເກົາຫລີ ໃຫ້ແຮງງານລາວໄດ້ຮັບຮູ້ ແລະ ເຂົ້າໃຈ. ພ້ອມນີ້, ຍັງຊີ້ໃຫ້ເຫັນລະບົບການຈ້າງແຮງງານຕ່າງປະເທດ, ປະເພດແຮງງານຕ່າງປະເທດ ເຊັ່ນ: ແຮງງານຍາວນານຕ້ອງໄດ້ຜ່ານລະບົບການອະນຸຍາດຈ້າງງານ (EPS=employment permit system), ແຮງງານຕາມລະດູການ (Seasional workers) ແລະ ແຮງງານແບບບໍ່ຖືກຕ້ອງຕາມກົດໝາຍ (Illeagal workers). ສ ເກົາຫລີ ໄດ້ນຳເຂົ້າແຮງງານຕ່າງປະເທດຈາກ 17 ປະເທດທີ່ກຳລັງພັດທະນາ ລວມທັງ ສປປ ລາວເຮົາ ທີ່ໄດ້ເລີ່ມຕົ້ນສົ່ງແຮງງານໄປ ສ ເກົາຫລີ ໃນປີ 2018 ມາເຖິງປັດຈຸບັນ, ແຮງງານລາວທີ່ໄປເຮັດວຽກຢູ່ ສ ເກົາຫລີ ມີທັງໝົດ 554 ຄົນ.
ຂະນະດຽວກັນ, ທ່ານ ຄຳສວຍ ແກ້ວດາລາວົງ ຍັງຍົກໃຫ້ເຫັນຄວາມອັນຕະລາຍ ແລະ ຄວາມສ່ຽງຂອງແຮງງານຜິດກົດໝາຍ ເປັນຕົ້ນ ຖືກຫລອກລວງ, ຖືກຕົວະຕົ້ມ, ບັງຄັບຂົ່ມເຫັງ ເຮັດວຽກບໍ່ໄດ້ຮັບເງິນ ແລະ ອື່ນໆ. ພ້ອມທັງຮຽກຮ້ອງໃຫ້ບັນດາແຮງງານລາວ ຈົ່ງຕັ້ງໃຈເຮັດວຽກຕາມໂມງເວລາຢ່າງເຂັ້ມງວດ, ເຮັດວຽກຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ຕ້ອງປະຕິບັດລະບຽບກົດໝາຍ ແລະພັນທະສັນຍາຈ້າງງານ ກັບບໍລິສັດ ສະຫວັນບໍລິການຈັດຫາງານ ໂດຍສະເພາະຕ້ອງໄປ ແລະ ກັບຄືນປະເທດຕາມກຳນົດເວລາ, ຖ້າຕ້ອງການຢາກໄປອີກ ກໍໃຫ້ສະໝັກໃໝ່ໃນຮອບຕໍ່ໄປ. ເມື່ອແຮງງານລາວໄປຮອດ ສ ເກົາຫລີ ແລ້ວ, ໃຫ້ບັນທຶກເບີໂທລະສັບຂອງສະຖານທູດລາວ ປະຈຳ ສ ເກົາຫລີ ໄວ້, ຖ້າຫາກມີຄວາມຈຳເປັນກໍຈະນຳໃຊ້ ແລະ ໃຫ້ບໍລິສັດຈັດສົ່ງລາຍຊື່ຂອງແຮງງານລາວ ໃຫ້ທາງສະຖານທູດ ເພື່ອເປັນຂໍ້ມູນ ແລະ ສາມາດເກັບກຳໄດ້.
ຂ່າວ: ຣັດສະໝີ ດວງສັດຈະ
ເນື້ອໃນ: ຂປລ