ກ່ອນອື່ນ ຄໍລໍາ ຮັກພາສາລາວ ຂໍສະແດງຄວາມເສົ້າສະຫລົດໃຈ ອັນຫາສິ່ງປຽບບໍ່ໄດ້ ຕໍ່ການຈາກໄປ ໂດຍບໍ່ວັນຫວນກັບ ມາຂອງທ່ານ ປອ ທອງຄໍາ ອ່ອນມະນີສອນ ສິລະປິນ ດີເດັ່ນແຫ່ງຊາດ ສາຂາວັນນະກໍາ; ນັກປະພັນ ລາງ ວັນວັນນະກໍາ ສ້າງສັນຍອດຢ້ຽມ ແຫ່ງອາຊຽນ (ຊີໄຣ), ລາງ ວັນແມ່ນໍ້າຂອງ, ລາງວັນນາກຄໍາ...; ນັກພາສາສາດ-ນັກຄົ້ນຄວ້າ ພາສາລາວ...ຊຶ່ງມີຜົນງານ ຢ່າງຫລວງຫລາຍ ໃນວຽກງານວັນນະກໍາ ກໍ່ຄືວັນນະຄະດີ ແລະ ພາສາສາດ; ຂໍສະດຸດີ ຜົນງານ ແລະ ຄຸນງາມຄວາມດີ ຂອງທ່ານ ຊຶ່ງຈະຍັງຄົງອະມະຕະ ຢູ່ໃນດວງໃຈ ແລະ ຄວາມຊົງຈໍາ ຂອງພວກເຮົາ.
ບົດນີ້ນໍາເອົາຄໍາສັບຈໍານວນໜຶ່ງ ມາທົບທວນນໍາກັນ ຕາມເດີມ, ອີງຕາມວັດຈະນານຸກົມ ພາສາລາວ ສະບັບຄົ້ນຄວ້າ ຮິບໂຮມ ໂດຍທ່ານ ປອ ທອງຄໍາ ອ່ອນມະນີສອນ ໄດ້ກໍານົດບັນດາຄໍາ ທີ່ຕັ້ງເປັນຫົວຂໍ້ບົດ ເອົາໄວ້ດັ່ງລຸ່ມນີ້:
“ເດີ່ນ” ເປັນຄໍານາມ ໝາຍເຖິງ ບ່ອນແປນ, ສະໜາມ, ລານ ເຊັ່ນ ລານວັດ ເອີ້ນ ເດີ່ນວັດ, ລານບ້ານ ເອີ້ນ ເດີ່ນບ້ານ.
“ສະໜາມ” ເປັນຄໍານາມ ໝາຍເຖິງ ເດີ່ນ, ລານ, ບ່ອນຊຸມນຸມກາງແຈ້ງ, ທີ່ປະຊຸມ... “ສະໜາມຫລວງ” ເປັນຄໍານາມ ໝາຍເຖິງ ລານໃຫຍ່, ເດີ່ນໃຫຍ່, ສະຖານທີ່ຊຸມນຸມໃຫຍ່.
“ສັງວຽນ” ເປັນຄໍານາມ ໝາຍເຖິງ ຄອກ ຫລື ຮົ້ວ ເຮັດເປັນວົງອ້ອມບ່ອນຕໍ່ສູ້ ເຊັ່ນ ບ່ອນເອົາໄກ່ໄປຕີກັນ, ຊົກມວຍ...
“ເວທີ” ເປັນຄໍານາມ ໝາຍເຖິງ ຮ້ານເປັນບ່ອນຫລິ້ນລະຄອນ ຫລື ອື່ນໆ, ແທ່ນບູຊາ, ຮ້ານເປັນບ່ອນບູຊາ. ຄໍານີ ມີເຄົ້່າມາຈາກພາສາປາລີ, ຍັງໝາຍເຖິງ ຜູ້ຮູ້, ນັກປາດ.
ສ່ວນຄໍາ “ລານ” ເປັນຄໍານາມ(1) ໝາຍເຖິງ ຊື່ຕົ້ນໄມ້ຊະນິດໜຶ່ງ ຄືຕົ້ນຕານ ແຕ່ໃບຍາວກວ່າ ຄົນລາວບູຮານ ເອົາມາຕັດແຕ່ງ ໃຫ້ພໍດີພໍງາມ ສໍາລັບຂຽນ ຫລື ຈານໜັງສືໃສ່ ເອີ້ນວ່າ ໜັງສືໃບລານ; (2) ໝາຍເຖິງ ແຜ່ນ ເຫລັກບາງໆ ແລະ ຍາວ ມີລັກສະນະຄືໃບລານ ແຕ່ແຂງ ຊຶ່ງຫັນເຂົ້າ ແລະ ຢືດອອກເປັນກໍາລັງ ຍູ້ໃຫ້ຈັກຫັນ ເຊັ່ນ ລານໂມງ ເປັນຕົ້ນ; (3) ໝາຍເຖິງເດີ່ນແປນ ແລະ ຮາບພຽງດີ, ດິນບ່ອນເສຍຫຍ້າ ໃຫ້ແປນ ແລະ ລວາດດ້ວຍຂີ້ ຄວາຍ ແລ້ວປະໃຫ້ແຫ້ງ ໃຊ້ສໍາລັບຢາດເຂົ້າ ຫລື ຕີເຂົ້າ;(4) ໝາຍເຖິງເດີ່ນຫີນລາດ ທີ່ມີໜ້າຮາບງາມ ເອີ້ນ ລານຫີນ ຫລື ພະລານຫີນ; (5) ໝາຍເຖິງເຄື່ອງໃສ່ ເອົາປາຊະນິດໜຶ່ງ ສານດ້ວຍໄມ້ໄຜ່ ມີງາ ເອົາຮໍາໃສ່ແລ້ວຊໍາໄວ້ໃນນໍ້າ... ຄໍານີ້ ຖ້າເປັນຄໍາຄຸນນາມ ຫລື ວິເສດ ຍັງໝາຍເຖິງ ສີເຫລືອງ ທີ່ເປັນສີຄືສີໃບລານ ວ່າ ສີລານ.
ສັງຮວມ ບັນດາຄໍາທີ່ຍົກຂຶ້ນ ຢາກໃຫ້ເຫັນມະໂນພາບ ໃນຄວາມໝາຍທີ່ເປັນພື້ນທີ່ຮາບ ຊຶ່ງທັງ ເດີ່ນ, ສະໜາມ, ສັງວຽນ, ເວທີ ແລະ ລານ ມີທັງຄວາມຮ່ວມ ແລະ ບາງເທື່ອກໍ່ໃຊ້ແທນກັນໄດ້ ດັ່ງຄໍາ “ສະໜາມ ແລະ ເດີ່ນ”, ເຊັ່ນ ເດີ່ນກິລາ=ສະໜາມກິລາ, ເດີ່ນບິນ=ສະໜາມບິນ, ເດີ່ນກ໋ອບ=ສະໜາມກ໋ອບ... ບາງຄໍາພັດຊ້ອນຢູ່ໃນ ເຊັ່ນ ລານບິນ ແມ່ນສ່ວນໜຶ່ງ ຂອງເດີ່ນບິນ ຫລື ສະໜາມບິນ...ໃນຕົວຈິງຍັງນິຍົມໃຊ້ “ລານ” ເອີ້ນພື້ນທີ່ຮາບ ເພື່ອຕາກ ຜົນຜະລິດ ເຊັ່ນ: ລານຕາກເຂົ້າ, ລານຕາກສາລີ...; ເຂດກໍານົດແລ່ນໃນເດີ່ນ ຫລື ສະໜາມກິລາ ກໍ່ເອີ້ນ ລານແລ່ນ(ເປັນບ່ອນໃຊ້ຫລິ້ນ-ແຂ່ງກິລາປະເພດ ແລ່ນລານ)...
ດັ່ງນັ້ນ ຈຶ່ງນໍາມາເພື່ອສຶກສາຮ່ວມກັນຄືດັ່ງນີ້ແລ, ພໍ້ກັນໃໝ່ ບົດຕໍ່ໄປ.
* ຮິບໂຮມໂດຍ: ພະກາ
ເນື້ອໃນ: ຂປລ