
ຂປລ. ເມື່ອບໍ່ດົນມານີ້, ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເປີດຝຶກອົບຮົມ ແນະນໍາກ່ອນການຈັດສົ່ງແຮງງານລາວ 190 ຄົນ ໄປເຮັດວຽກຕາມລະດູການ ທີ່ ສ ເກົາຫລີ ພາຍໃຕ້ການຈັດສົ່ງຂອງບໍລິສັດ ສະຫວັນບໍລິການຈັດຫາງານ ຈໍາກັດ ໂດຍມີ ທ່ານ ນາງ ວັນນີ ແກ້ວໄຊຍະວົງ ຮອງຫົວໜ້າກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ການຈັດສົ່ງແຮງງານລາວໄປເຮັດວຽກຕາມລະດູການ ທີ່ ທີ່ ສ ເກົາຫລີ ໃນຄັ້ງນີ້, ມີແຮງງານລາວທີ່ຜ່ານການຄັດເລືອກ ທັງໝົດ 190 ຄົນ, ຍິງ 89 ຄົນ ໂດຍຈະໄປເຮັດວຽກຢູ່ 2 ເມືອງ ຄື: ເມືອງ Yeongdeok ຈໍານວນ 45 ຄົນ, ຍິງ 15 ຄົນ ແລະ ເມືອງ Hoengseong ຈໍານວນ 145 ຄົນ, ຍິງ 74 ຄົນ ແລະ ຈຳນວນແຮງງານທັງໝົດ ຕ້ອງໄດ້ຮັບຟັງຄຳແນະນຳ ແລະ ຂັ້ນຕ່າງໆ ກ່ອນທີ່ຈະອອກເດີນທາງ ໄປເຮັດວຽກ ຢູ່ປະເທດດັ່ງກ່າວ.
ສໍາລັບຜູ້ທີ່ມີຄວາມສົນໃຈ ໄປເຮັດວຽກຢູ່ ສ ເກົາຫຼີ ໃຫ້ຕິດຕໍ່ປະສານງານເພື່ອຫາຂໍ້ມູນລາຍລະອຽດເພີ່ມຕື່ມກັບ ບໍລິສັດ ສະຫວັນບໍລິການ ຈັດຫາງານ ໂທ: 021 465059, 030 2222119; ບໍລິສັດ ໄອຈ໋ອບ ໂທ: 021 563091, 030 2002000; ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງ/ນະຄອນຫລວງ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂທ: 021 217738
ຂ່າວ: ສຸກສະຫວັດ
ຂໍ້ມູນ: ຂ່າວສານ ຮສສ
ເນື້ອໃນ: ຂປລ