
*ນັບວ່າ ເປັນຜົນກະທົບຢ່າງໜັກໜ່ວງຈາກການແພ່ລະບາດຂອງພະຍາດໂຄວິດ-19 ຕໍ່ເສດຖະກິດ-ສັງຄົມ, ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ, ໂຮງຈັກໂຮງງານ, ການຄ້າ-ການຂາຍ ແລະ ອື່ນໆ. ໜຶ່ງໃນນັ້ນ ກໍແມ່ນບັນດາ ຮ້ານອາຫານ ມີບາງຮ້ານກໍໄດ້ ປິດກິດຈະການ ຊົ່ວຄາວ ຫລື ເຖິງບໍ່ປິດ ກໍມີລູກຄ້າ ເຂົ້າໃຊ້ບໍລິການໜ້ອຍລົງ ເມື່ອທຽບໃສ່ ຕອນບໍ່ທັນ ມີການແພ່ລະບາດ ພະຍາດດັ່ງກ່າວ. ຢ່າງໃດກໍຕາມ ປັດຈຸບັນຜູ້ປະກອບການ ຮ້ານອາຫານເຝີ, ເຂົ້າປຽກ...ຢູ່ຕາມແຄມທາງ ກໍກັບຄືນມາ ເປີດບໍລິການ ອີກຮອບໃໝ່ ຫລັງລັດຖ ບານ ໄດ້ມີການ ເປີດບໍລິການ ແລ່ນລົດໂດຍສານ ໃນຂອບເທດທົ່ວປະເທດ ເຮັດໃຫ້ມີລູກຄ້າ ເຂົ້າໃຊ້ບໍລິການ ນັບມື້ຫລາຍຂຶ້ນ.

ທ້າວ ແຂກ ເຈົ້າຂອງຮ້ານເຝີແຊບຊຽງຂວາງ ຕັ້ງຢູ່ບ້ານແສນອຸດົມ ເມືອງປາກຊັນ ແຂວງບໍລິຄຳໄຊໃຫ້ຮູ້ວ່າ: ຄອບຄົວຕົນ ໄດ້ດຳເນີນທຸລະກິດ ຮ້ານອາຫານມາໄດ້ 3 ປີ ຊຶ່ງໃນໄລຍະຜ່ານມາ ໂດຍສະເພາະ ແມ່ນໄລຍະທີ່ບໍ່ທັນ ມີການແພ່ລະບາດ ຂອງພະຍາດໂຄວິດ-19 ການ ເຂົ້າ-ອອກ ມາໃຊ້ບໍລິການ ຮ້ານອາຫານຕົນ ແມ່ນຄຶກຄື້ນ ຢ່າງບໍ່ຂາດສາຍ, ຍິ່ງໄປກວ່າເວລາ ມີບຸນປະເພນີຕ່າງໆ ຂອງຊາດລາວເຮົາ ເປັນຕົ້ນແມ່ນບຸນປີໃໝ່ລາວ, ບຸນບ້ານນີ້ ບ້ານນັ້ນ ເຂົາເຈົ້າກໍມາໃຊ້ ບໍລິການ ຢ່າງໜາແໜ້ນ. ຂະນະດຽວກັນ ໃນວັນປົກກະຕິ ກໍມີລູກຄ້າເຂົ້າ ມາບໍ່ ຂາດ ໂດຍສ່ວນຫລາຍ ກໍແມ່ນລູກຄ້າລົດໂດຍສານ, ລົດບັນທຸກ, ນັກຮຽນ...ທີ່ຂຶ້ນ ເໜືອລົງໃຕ້ ກໍມາແວໃຊ້ບໍລິການ ຈົນເຮັດໃຫ້ພະນັກງານເສີບ 4-5 ຄົນ ຂອງເຮົາເສີບບໍລິການ ແກ່ລູກຄ້າບໍ່ຢາກທັນພຸ້ນລະ. ໂດຍສະເລ່ຍແລ້ວ ມື້ໜຶ່ງໄດ້ຂາຍເຝີ ບວກເຂົ້າປຽກ, ລ້ອນ, ໝີ່ ຫລາຍສຸດຢູ່ ປະມານ 400-500 ຖ້ວຍ ແລະ ໜ້ອຍສຸດ ປະມານ 100-200 ຖ້ວຍຕໍ່ມື້, ລາຄາ 15.000 ກີບຕໍ່ຖ້ວຍ. ເຝີ, ເຂົ້າປຽກຂາຍໝົດ 50-60 ກິໂລ ພາຍໃນມື້ດຽວ. ນອກຈາກນີ້, ຍັງມີອາຫານ ປະເພດຕາມສັ່ງອື່ນໆຕື່ມອີກ ແລະ ພາຍໃນຮ້ານ ກໍມີໂຕະ ຕັ່ງເຕັມຮ້ານກວ່າ 20 ໂຕະ. ພາຍ ຫລັງພະຍາດໂຄວິດ ໄດ້ແພ່ລະບາດ ມາອີກຮອບສອງ ບວກໃສ່ການ ລ໊ອກດາວປະເທດ ເຮັດໃຫ້ລູກຄ້າ ຫລຸດໜ້ອຍເທື່ອລະກ້າວ ຊຶ່ງໃນແຕ່ລະມື້ຂາຍເຝີ, ເຂົ້າປຽກ, ລ້ອນ, ໝີ່ບໍ່ຮອດ 50 ຖ້ວຍ, ຂາຍບໍ່ໝົດ 5 ກິໂລ. ພ້ອມນີ້, ພະນັກງານເສີບ ກໍໄດ້ຫລຸດລົງ ເຫລືອພຽງ 1 ຄົນ. ເນື່ອງ ຈາກລູກຄ້າ ຫລຸດຫລາຍເກີນ. ແຕ່ແນວໃດກໍຕາມ ປັດຈຸບັນນີ້ ເຫັນວ່າການເຂົ້າ-ອອກມາ ໃຊ້ບໍລິການ ຮ້ານອາຫານ ແມ່ນບໍ່ຂາດສາຍ ໂດຍນັບແຕ່ໄດ້ມີ ການເປີດແລ່ນລົດໂດຍສານ ໃນທົ່ວປະເທດ ລູກຄ້າກໍກັບມາໃຊ້ ບໍລິການຢ່າງຟົດຟື້ນ ຄືໄລຍະຜ່ານມາ.
ໂດຍ: ເຂົ້າຈານນໍ້າ
ເນື້ອໃນ: ຂປລ