ຂປລ.ຕາມຂ່າວຈາກ ເຕເຮຣັງ,ວັນທີ24 ພຶດສະພານີ້,ອີຣານ ເລັ່ງໃຫ້ການ ຊ່ວຍເຫລືອ ຜູ້ເຄາະຮ້າຍ ຈາກອາຄານສູງ 10ຊັ້ນ ພັງຖະຫລົ່ມ ບາງສ່ວນ ຈົນເຮັດໃຫ້ ມີຜູ້ເສຍຊີວິດ ຢ່າງໜ້ອຍ 11ຄົນ ແລະ ຍັງມີ ຜູ້ຕິດ ໃຕ້ຊາກ ອາຄານອີກ ປະມານ 50ຄົນ ຊຶ່ງເປັນ ອາຄານ ການຄ້າ ແລະ ທີ່ພັກອາໄສ ຂອງປະຊາຊົນ ທົ່ວໄປ.ນອກນີ້ ຍັງສັ່ງຍົກ ຍ້າຍ ປະຊາຊົນ ອອກຈາກ ອາຄານ ທັງໝົດ ເພື່ອຄວາມ ປອດໄພ.ຂະນະນີ້ີ້ ໄອຍະການ ທ້ອງຖິ່ນ ຂອງອີຣານ ສັ່ງຄວບຄຸມຕົວ ເຈົ້າຄອງ ນະຄອນ ອາບາດານ ທາງຕາເວັນຕົກ ສ່ຽງໃຕ້ ຂອງອີຣານ ແລະ ຜູ້ກ່ຽວຂ້ອງ ອີກ 9ຄົນ ເພື່ອສອບສວນ ຫາສາເຫດ ທີ່ເກີດ ອາຄານ ຖະຫລົ່ມ ໃນຄັ້ງນີ້ແລ້ວ./. (ພາກຂ່າວ: ຕ່າງປະເທດ)
ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ
ເນື້ອໃນ: ຂປລ