
ຂປລ. ເມື່ອບໍ່ດົນມານີ້, ຢູ່ເມືອງໄຊທານີ ນະຄອນຫລວງວຽງຈັນ ຈັດກອງປະຊຸມມອບໃບຢັ້ງຢືນ ເຂົ້າລະບົບອາກອນມູນຄ່າເພີ່ມ (ອມພ)ຈໍານວນ 82 ຫົວໜ່ວຍ, ພ້ອມທັງເຜີຍກ່ຽວກັບ ລະບຽບການ ໃນການແຈ້ງມອບອາກອນ ປະເພດຕ່າງໆ ຂອງວິສາຫະກິດ ທີ່ຢູ່ໃນລະບົບອາກອນມູນຄ່າເພີ່ມ ແລະ ເຜີຍແຜ່ແນະນໍາກົດໝາຍ ແລະ ລະບຽບການຕ່າງໆ ໃນການກຽມເຂົ້າ ລະບົບອາກອນມູນຄ່າເພີ່ມໂຍມີ ທ່ານ ຄຳພັນ ສຸລິຍະນັນ ຮອງເຈົ້າເມືອງໄຊທານີ, ມີເຈົ້າຂອງວິສາຫະກິດ, ຜູ້ອຳນວຍການວິສາຫະກິດ, ຜູ້ຕາງໜ້າວິສາຫະກິດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ສະເພາະເມືອງໄຊທານີ ມີເປົ້າໝາຍເຂົ້າລະບົບອາກອນ ມູນຄ່າເພີ່ມທັງໝົດ 918 ຫົວໜ່ວຍ, ສາມາດປະຕິບັດ ເຂົ້າສູ່ລະບົບອາກອນ ມູນຄ່າເພີ່ມແລ້ວ 75 ຫົວໜ່ວຍ, ໄດ້ເປີດການເຜີຍແຜ່ ລະບຽບ ເຂົ້າສູ່ລະບົບອາກອນມູນຄ່າເພີ່ມ ໃຫ້ທຸລະກິດເຂົ້າໄດ້ ຈຳນວນ4 ຄັ້ງຜ່ານມາ ໂດຍມີທຸລະກິດເຂົ້າຮ່ວມຈຳນວນ 173 ຫົວໜ່ວຍ ແລະ ໄດ້ອອກໃບຢັ້ງຢືນເຂົ້າລະບົບອາກອນ ມູນຄ່າເພີ່ມໄດ້ 82 ຫົວໜ່ວຍ.
ປັດຈຸບັນ, ຂົງເຂດການເງິນ-ສ່ວຍສາອາກອນ ໄດ້ມີການປັບປຸງກົດໝາຍ ລະບຽບການຕ່າງໆ ທີ່ຕິດພັນເປັນຕົ້ນກົດໝາຍ ສ່ວຍສາອາກອນ 4 ສະບັບຄື: ກົດໝາຍວ່າດ້ວຍ ການຄຸ້ມຄອງວຽກງານ ສ່ວຍສາອາກອນ, ກົດໝາຍວ່າດ້ວຍການຊົມໃຊ້, ກົດໝາຍວ່າດ້ວຍ ອາກອນມູນຄ່າເພີ່ມ ແລະ ກົດໝາຍ ວ່າດ້ວຍອາກອນລາຍໄດ້ ເພື່ອເປັນອີງ ໃນການຈັດຕັ້ງປະຕິບັດ, ກະຕຸກຊຸກຍູ້ ແລະ ສ້າງທ່າແຮງໃຫ້ງົບປະມານແຫ່ງລັດ ເປັນຕົ້ນວຽກງານ ໃນຂົງເຂດລາຍຮັບ ໃຫ້ມີລັກສະນະເພີ່ມຂຶ້ນ ແລະ ລາຍຈ່າຍ ກໍໃຫ້ມີລັກສະນະປະຢັດ.
ໃນຂົງເຂດສ່ວຍສາອາກອນ ກໍໄດ້ມີການປັບຫລຸດອັດຕາອາກອນ ຄື: ອາກອນກຳໄລຈາກ 24% ມາເປັນ 20%, ອາກອນມູນຄ່າເພີ່ມຈາກ 10% ມາເປັນ 7% ເຮັດໃຫ້ລາຍຮັບງົບປະມານສູນເສຍໄປ. ສະນັ້ນ ເພື່ອແທນຄືນລາຍຮັບດັ່ງກ່າວ, ພັກ-ລັດຖະບານ ຈຶ່ງໄດ້ວາງນະໂຍບາຍ ເພີ່ມຖານລາຍຮັບ ສ່ວຍສາອາກອນຂຶ້ນ ເປັນຕົ້ນແມ່ນຫົວໜ່ວຍທຸລະກິດ ໃຫ້ເຂົ້າສູ່ລະບົບອາກອນມູນຄ່າເພີ່ມ ເພາະວ່າ ລາຍຮັບຈາກອາກອນມູນຄ່າເພີ່ມ ແມ່ນກວມເອົາເປີເຊັນສູງກວ່າໝູ່ ຂອງລາຍຮັບ ສ່ວຍສາອາກອນທັງໝົດ.
ຂ່າວ-ພາບ: ກະຊວງການເງິນ
ເນື້ອໃນ: ຂປລ