
ຂປລ.ໃນວັນທີ 20 ພຶດສະພາ 2022 ນີ້, ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີ ກະຊວງການເງິນພ້ອມຄະນະ ໄດ້ລົງເຄື່ອນໄຫວພົບປະ ໂອ້ລົມຄະນະພະແນກ, ສະມາຊິກພັກ ແລະ ພະນັກງານ ພະແນກການເງິນ ແຂວງຈໍາປາສັກ ແລະ ສ່ວຍສາອາກອນ ປະຈໍາແຂວງ ເພື່ອຊຸກຍູ້ການ ຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ຊຸກຍູ້ຫົວໜ່ວຍທຸລະກິດ ລວມທັງວິສາຫະກິດ ໃຫ້ເຂົ້າສູ່ລະບົບ ອາກອນມູນຄ່າເພີ່ມ (ອມພ) ຕາມຂໍ້ຕົກລົງ1073/ກງ.

ທ່ານ ສຸກກະເສີມ ສີຫານຸວົງ ຫົວໜ້າພະແນກການເງິນ ແຂວງຈໍາປາສັກ ໄດ້ລາຍງາຍການ ຈັດຕັ້ງປະຕິບັດ ວຽກງານການເງິນງວດ I ແລະ ທິດທາງແຜນການ ງວດ II ປີ 2022 ຕິດພັນກັບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ. ພ້ອມນີ້ ທ່ານທໍາມະລົດ ຣາຊພົນ ຮອງຫົວໜ້າກົມ ສ່ວຍສາອາກອນ ກະຊວງການເງິນ ໄດ້ລາຍງານ ການຈັດຕັ້ງປະຕິບັດ ການເຜີຍແຜ່ແນະນໍາ ໃຫ້ຫົວໜ່ວຍທຸລະກິດເຂົ້າສູ່ ລະບົບອາກອນ ມູນຄ່າເພີ່ມຢູ່ ແຂວງຈຳປາສັກ ແລະ ທ່ານຫົວໜ້າຫ້ອງການ-ການເງິນນະຄອນປາກເຊ ກໍໄດ້ລາຍງານສະພາບລວມ ການຫັນຫົວໜ່ວຍທຸລະກິດ ເຂົ້າລະບົບອາກອນມູນຄ່າເພີ່ມຂອງນະ ຄອນປາກເຊ.

ໂອກາດນີ້, ທ່ານ ພູທະນູເພັດ ໄຊສົມບັດ ໄດ້ມີຄໍາເຫັນໂອ້ລົມ ໃຫ້ທິດຊີ້ນໍາຕໍ່ການນໍາ, ສະມາ ຊິກພັກ ແລະ ພະນັກງານ ຂະແໜງການເງິນ ເພື່ອນຳໄປຈັດຕັ້ງປະຕິບັດ ໂດຍໄດ້ເນັ້ນໜັກໃຫ້ ເອົາ ໃຈໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຄໍາສັ່ງເລກທີ 18/ນຍ ແລະ ວາລະແຫ່ງຊາດ ທີ່ຕິດພັນກັບວຽກງານ ສ່ວຍສາອາກອນ ເປັນຕົ້ນ: ແມ່ນວຽກງານຫັນ ເປັນທັນສະໄໝ, ການຂະຫຍາຍ ຖານລາຍຮັບສ່ວຍສາອາກອນ ແລະ ການອໍານວຍຄວາມ ສະດວກໃຫ້ແກ່ຜູ້ດໍາເນີນທຸລະກິດ; ເອົາໃຈໃສ່ໃນການເຊີດຊູ ຄວາມຮັບຜິດຊອບ ແລະ ເປັນເຈົ້າການ ໃນການປະຕິບັດໜ້າທີ່ ວຽກງານ ຂອງພະນັກງານ ທຸກຂັ້ນດ້ວຍຄວາມ ຮັບຜິດຊອບສູງ; ເອົາໃຈໃສ່ສ້າງຂີດຄວາມສາມາດ, ຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃຫ້ແກ່ ພະນັກງານ ສ່ວຍສາອາກອນ ຕໍ່ກັບລະບຽບ ແລະ ກົດໝາຍ ຢ່າງເລິກເຊິ່ງ ເພື່ອຮັບປະກັນ ໃຫ້ການປະຕິບັດວຽກງານ ໄດ້ຢ່າງມີປະສິດທິຜົນ; ໃຫ້ສ່ວຍສາອາກອນ ແຂວງສົມທົບກັບບັນດາເມືອງ ກໍານົດເປົ້າໝາຍຫົວໜ່ວຍທຸລະກິດ ທີ່ມີເງື່ອນໄຂເຂົ້າໃນ ລະບົບອາກອນມູນຄ່າເພີ່ມ ຢ່າງຊັດເຈນ, ບໍ່ໃຫ້ມີຕົວເລກ ຫົວໜ່ວຍຊ້ຳາຊ້ອນກັນ, ກວດກາຄືນໃນລະບົບ TaxRIS ຫົວໜ່ວຍທີ່ມີການຢຸດເຊົາ ທີ່ຍັງຄ້າງຢູ່ໃນລະບົບ.
ພ້ອມດຽວກັນນັ້ນ, ໃຫ້ສຸມໃສ່ຕິດຕາມ, ກວດກາຫລັງການແຈ້ງ ອາກອນມູນຄ່າເພີ່ມ ທີ່ແຈ້ງແລະ ບໍ່ມາແຈ້ງ ຫລື ແຈ້ງຕໍ່ ຢ່າງເປັນປົກກະຕິ ເປັນແຕ່ລະເດືອນ ເພື່ອຮັບປະກັນ ການແຈ້ງມອບພັນທະຢ່າງຖືກຕ້ອງ; ຊຸກຍູ້ສົ່ງເສີມໃຫ້ຫົວໜ່ວຍ ຈຸນລະວິສາຫະກິດ, ຫົວໜ່ວຍທຸລະກິດ ຂະໜາດ ນ້ອຍ ແລະ ກາງ ເຂົ້າໃນລະບົບອາກອນມູນຄ່າເພີ່ມ ທີ່ຈະໄດ້ຮັບນະໂຍບາຍ ອັດຕາອາກອນກໍາໄລ 0,1%, 3% ແລະ 5% ໄລຍະ 3 ປີ ຕາມກົດໝາຍວ່າດ້ວຍ ການປັບປຸງບາງ ມາດຕາຂອງສ່ວຍສາອາກອນ ເລກທີ 01/ສພຊ; ທັງອະນຸຍາດຮັບຮອງ ເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ ຂອງ ຫົວໜ່ວຍທຸລະກິດ ທີ່ມີການພັດທະນາ ຫລື ຊື້ມານໍາໃຊ້ເອງ ເພື່ອອໍານວຍຄວາມສະດວກ ໃນການນໍາໃຊ້ໃບເກັບເງິນທີ່ຖືກຕ້ອງ; ແນະນໍາໃຫ້ຫົວໜ່ວຍ ທຸລະກິດນໍາໃຊ້ເຄື່ອງມືທັນສະໄໝ ເຂົ້າໃນການເຄື່ອນໄຫວເຊັ່ນ: ໂປຣແກຣມ APIS ເພື່ອອໍານວຍຄວາມສະດວກ ໃນການອອກ ໃບເກັບເງິນ ແລະ ສະຫລຸບບັນຊີ; ລົງຕິດຕາມ, ກວດກາການນໍາໃຊ້ ເຄື່ອງບັນທຶກການຂາຍສິນຄ້າ APIS ທີ່ໄດ້ຕິດຕັ້ງໄປແລ້ວ ຢ່າງໃກ້ຊິດ ເພື່ອຮັບປະ ກັນໃຫ້ຜູ້ປະກອບການ ນໍາໃຊ້ຢ່າງເປັນປົກກະຕິ ພ້ອມທັງເຮັດບົດບັນທຶກ ກັບຫົວໜ່ວຍທີ່ບໍ່ນໍາໃຊ້ ຫລື ມີການລະເມີດ ເພື່ອເປັນບ່ອນອີງ ໃນການດໍາເນີນມາດຕະການໃນຕໍ່ໜ້າ.
ໂອກາດດຽວກັນ ໄດ້ມີການລົງນາມ ໃນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ຄະນະວິຊາການທີ່ຖືກແຕ່ງຕັ້ງຈາກ ກະຊວງການເງິນ ກັບ ສ່ວຍສາອາກອນປະຈໍາ ແຂວງຈໍາປາສັກ ໂດຍມີທ່ານ ພູທະນູເພັດ ໄຊສົມບັດ, ທ່ານ ສຸກກະເສີມ ສີຫານຸວົງ ຫົວໜ້າພະແນກການເງິນ ແຂວງພະ ແນກການເງິນ ແຂວງຈໍາປາສັກ ພ້ອມດ້ວຍພະນັກງານ ການນໍາຫລັກແຫລ່ງ ແລະ ພາກສ່ວນກ່ຽວ ຂ້ອງ ເຂົ້າຮ່ວມເປັນສັກຂີພະຍານ.
ເນື້ອໃນ: ຂປລ